ປະຫວັດຄວາມເປັນມາ “ວັດພະເຈົ້າສິງຄຳ” ເມືອງຫຼາ ແຂວງ ອຸດົມໄຊ

ວັດພະເຈົ້າສິງຄຳ ຕັ້ງຢູ່ເທິງພູເຂົາຄວາຍ, ບ້ານວຽງຄຳ, ເມືອງຫລາ, ແຂວງອຸດົມໄຊ ຫ່າງຈາກຕົວເມືອງໄຊປະມານ 28 ກິໂລແມັດອຸດົມໄຊ – ຜົ້ງສາລີ ເປັນວັດໜຶ່ງທີ່ປະຊາຊົນລາວສ່ວນໃຫຍ່ເຊື່ອກັນວ່າສັກສິດ. ວັດນີ້ມີອາຍຸຫຼາຍກວ່າ 2.000 ປີ, ເມື່ອກ່ອນເປັນວັດນ້ອຍ ແລະ ໄດ້ຮັບການພັດທະນາປັບປຸງເປັນແຕ່ລະໄລຍະຈົນເຖິງກາຍເປັນວັດທີ່ສວາຍງາມ ແລະ ມີເອກະລັກສະເພາະ. ມີພະເຈົ້າສິງຄຳອົງສັກສີດປະດິດສະຖານຢູ່ວັດແຫ່ງນີ້.

ປະຈຸບັນໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວທາງວັດທະນະທຳ ຫຼື ສາສະໜາໂດຍສະເພາະຊາວພຸດ. ແຕ່ລະມື້ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາກາບໄຫວ້, ຂໍພອນ 100 – 200 ຄົນທ່ານຢາກຮູ້ລາຍລະອຽດກ່ຽວກັບປະຫວັດຄວາມເປັນມາພວກເຮົາຂໍແນະນຳໃຫ້ທ່ານໄປສຳພັດບັນຍາກາດດ້ວຍຕົວທ່ານເອງ. ຊາວແຂວງອຸດົມໄຊເຊື່ອວ່າຖ້າທ່ານໄປດ້ວຍຄວາມຕັ້ງໃຈ ທ່ານຈະໄດ້ສົມຫວັງໃນສິ່ງທີທ່ານປາຖະນາ.

ພະເຈົ້າສິງຄຳເປັນພະເຈົ້າທີ່ເກົ່າແກ່ ແລະ ສັກສິດອົງໜຶ່ງຢູ່ໃນ ສປປລາວ ເຊິ່ງມີອາຍຸໄດ້ປະມານ 2.400 ກວ່າປີແລ້ວເປັນທີ່ສັກກາລະບູຊາຂອງຊາວລາວທົ່ວປະເທດ ເວົ້າສະເພາະກໍ່ແມ່ນຊາວ ແຂວງ ອຸດົມໄຊ ເປັນຂວັນບ້ານມິ່ງເມືອງ ແລະ ເປັນມໍລະດົກອັນລຳຄ່າຂອງຊາດກໍຄືຂອງແຂວງ. ປັດຈຸບັນໄດ້ປະດິດສະຖານໄວ້ຢູ່ວັດພະເຈົ້າສິງຄຳເທດສະບານເມືອງຫຼາ ແຂວງອຸດົມໄຊ. ວັດພະເຈົ້າສິງຄຳ ແຕ່ກ່ອນເອີ່ນວ່າວັດກາງ ເພາະເປັນວັດໃຫຍ່ທີ່ຊາວເມືອງຫຼາ ພາກັນມາກາບໄຫ້ວສັກກາລະບູຊາເປັນທີ່ເພິ່ງທາງໃຈ.

ຕາມການເລົ່າຂານວ່າເມື່ອຮອດມື້ວັນສິນໃຫຍ່ຂຶ້ນ 14-15 ຄ່ຳປະກົດວ່າສຳມະເນນໄດ້ເຫັນຊາຍໜຸ່ມ ເອົາຜ້າສີແດງມັດຫົວ ຂຶ້ນມາໄຫວ້ພະເຈົ້າສິງຄຳ ແລ້ວກໍ່ລົງຮູຫາຍໄປສ້າງຄວາມອັດສະຈັນ, ພະສົງສາມະເນນຈຶ່ງບອກຊາວບ້ານໄປເບິ່ງຮູດັ່ງກ່າວ ແລະ ຊາວບ້ານກໍ່ປະຫຼາດໃຈຫຼາຍ ຕໍ່ມາຊາວບ້ານຈຶ່ງຕົກລົງກັນເອົາໝາກພຸກມາປ່ອນລົງຮູ ແລ້ວໃຫ້ຄົນໄປເບິ່ງວັງນ້ຳພາກຄື: ວັງຄຳ, ວັງອີງ, ວັງອ່າງ ກໍ່ແມ່ນວັງນ້ຳຕາມສາຍນ້ຳພາກ, ນ້ຳຫຼາ. ນັບແຕ່ນັ້ນມາຊາວບ້ານຈຶ່ງເວົ້າກັນວ່າແມ່ນ ຮູພະຍານາກຂຶ້ນມາໄຫວ້ພະເຈົ້າສິງຄຳ.

ສະນັ້ນ, ຊາວບ້ານຈຶ່ງຢ້ານພະຍານາກເອົາພະເຈົ້າສິງຄຳໄປໄວ້ໃນນ້ຳຕື່ມ ຊາວບ້ານຈຶ່ງພາກັນຊອກຫາເອົາສິ່ງເປິເປື້ອນມາຖິ້ມລົງຮູ ແລະ ອັດຮູໄວ້ຈົນເຖິງປັດຈຸບັນ ແລະ ກໍ່ບໍ່ປະກົດເຫັນພະຍານາກຂຶ້ນມາອີກ. ລະຫວ່າງ ປີ ພ.ສ 2000 ປີກົງກັບ ປີ ຄ.ສ 1457 ຊາວບ້ານຈຶ່ງໄດ້ສ້າງອາຣາມແບບສີລະປະເຜົ່າລື້ຂຶ້ນ ແລະ ໄດ້ກໍ່ອຸບມົງກວມໄວ້ໃນໃຈກາງອາຣາມ ແລ້ວເອົາພະເຈົ້າສິງຄຳໄວ້ໃນອຸບມົງ ໂດຍແມ່ນນາຍຊ່າງຫໍ້ເປັນຜູ້ສ້າງແຕ່ບໍ່ທັນສຳເລັດສົມບູນ. ຮອດ ປີ ພ.ສ 2743 (ຄ.ສ 1930) ໄດ້ມີສາທຸຈຳປາເປັນຄົນ ບ້ານວຽງຄຳໄດ້ມາປະຈຳ ແລະ ນຳພະສົງສາມະເນນອອກຕົນຍາດໂຍມສືບຕໍ່ກໍ່ສ້າງຈົນສຳເລັດ ແລະ ກໍ່ຝາຕາມແບບເຜົ່າລື້ລ້ອມຝາຂຶ້ນເຄິ່ງໜຶ່ງ. ຕໍ່ມາສາທຸອ້ວນຄົນບ້ານຫາດນາງໄດ້ສືບຕໍ່ເຮັດຝາໃສ່ປ່ອງຢ້ຽມຄືປັດຈຸບັນ ແຕ່ຍັງຕ່ຳເລັກໜ້ອຍ (ບໍ່ພຽງປາຍເສົາ).

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...