Friday, May 3, 2024
Lenovo

ສູນ Samsung Innovation Campus ຢັ້ງຢືນນັກສຶກສາສຳເລັດ “Coding, programing & Data Science”

ໃນວັນທີ 12 ທັນວາ 2023 ທີ່ຜ່ານມານີ້, ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດໄດ້ຈັດພິທີມອບໃບຢັ້ງຢືນການຝຶກອົບຮົມໄລຍະສັ້ນໃນຫົວຂໍ້: “Coding, programing & Data Science” ໃຫ້ນັກສຳມະນາກອນໄດ້ສຳເລັດການຝຶກອົບຮົມຈໍານວນ 26 ຄົນ ເຊິ່ງເປັນໂຄງການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ກັບ ບໍລິສັດຊໍາຊຸງເອເລັກໂຕຼນິກປະຈໍາ ສປປ ລາວ.

“ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂໍໃຫ້ນັກສຳມະນາກອນທີ່ເປັນຜູ້ສືບທອດ, ນໍາເອົາບົດຮຽນຈາກການຝຶກອົບຮົມໄປນໍາໃຊ້ໃນວຽກງານຕົວຈິງເພື່ອພັດທະນາວຽກງານໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ມີມາດຕະຖານທຽບເທົ່າກັບພາກພື້ນ ແລະ ສາກົນ” ທ່ານສາດສະດາຈານປະລິນຍາເອກ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກ່າວ.

ການຝຶກອົບຮົມນັບແຕ່ວັນທີ 08 ເມສາ ຈົນເຖິງ 17 ພະຈິກ 2023 ໃນຕອນຕົ້ນພາຍຫຼັງທີ່ໄດ້ມີການປະກາດຜູ້ສະໝັກຝຶກອົບຮົມ, ມີນັກສຶກສາ ແລະ ພະນັກງານ-ລັດຖະກອນມາສະໝັກເຂົ້າຝຶກອົບຮົມລວມທັງໝົດ 71 ຄົນ, ຍິງ 12 ຄົນ.

ຜ່ານການສອບເສັງຄັດເລືອກໄດ້ ເຂົ້າຝຶກອົບຮົມຕົວຈິງຈໍານວນ 30 ຄົນ, ຍິງ 07 ຄົນ; ໃນນັ້ນມີນັກສຶກສາທີ່ກໍາລັງສຶກສາ, ມີພະນັກງານ-ລັດຖະກອນມາຈາກພາກສ່ວນພາຍນອກ (ທະຫານ, ຕໍາຫຼວດ, ລັດວິສາຫະກິດ, ເອກະຊົນອື່ນໆ..) ສຳລັບຄູ-ອາຈານສອນຝຶກອົບຮົມລວມທັງໝົດ 06 ຄົນ, ຍິງ 01 ຄົນ.

ການຝຶກອົບຮົມຄັ້ງນີ້ ມີເນື້ອໃນບົດຮຽນທັງໝົດ 40 ບົດ, ແບ່ງອອກເປັນ 3 ໂມດູນ (Coding, Programming and Data Science); ຮຽນ 2 ວັນ/ອາທິດ, ໃຊ້ເວລາຮຽນ 120 ນາທີ (2 ຊົ່ວໂມງ)/ວັນ; (ໃຊ້ເວລາຮຽນທັງໝົດປະມານ 7 ເດືອນກວ່າ) Samsung Innovation Campus ໄດ້ຮັບການສະໜັບສະໜູນທາງດ້ານອຸປະກອນ, ພື້ນຖານໂຄງລ່າງ, ງົບປະມານແລະບົດຮຽນການຝຶກອົບຮົມຈາກບໍລິສັດຊໍາຊຸງເອເລັກໂຕຼນິກຢ່າງເຕັມຮູບແບບ.

ທ່ານຮອງສາດສະດາຈານປະລິນຍາເອກ ແຫຼມທອງ ລັດດາວວົງ ຄະນະບໍດີຄະນະວິທະຍາສາດທໍາມະຊາດໄດ້ລາຍງານການເຄື່ອນໄຫວຂອງໂຄງການວ່າ: “ຄູ-ອາຈານທີ່ສອນຝຶກອົບຮົມທຸກທ່ານມີຄວາມຮັບຜິດຊອບສູງ, ປະຕິບັດລະບຽບວິໄນໃນການສອນຢ່າງເຂັ້ມງວດ, ເອົາໃຈໃສ່ສິດສອນສຸດກົກ-ສຸດປາຍ, ໄດ້ເຂົ້າຮ່ວມໃນການຝຶກທົດສອບທົດລອງກ່ອນການຂຶ້ນສິດສອນຕົວຈິງທຸກຄັ້ງ”.

ທ່ານຮອງສາດສະດາຈານປະລິນຍາເອກ ແຫຼມທອງ ໄດ້ລາຍງານຕື່ມ ອີກວ່າ: ນັກສຶກສາທຸກຄົນກໍໄດ້ມີຄວາມເອົາໃຈໃສ່ສຶກສາຄົ້ນຄວ້າ-ຮໍ່າຮຽນເຊິ່ງສະແດງອອກນັກສຶກສາມີກິລິຍາມາລະຍາດທີ່ດີ, ເຂົ້າຫ້ອງຮຽນທັນເວລາທຸກຄັ້ງ, ໄດ້ສົນທະນາແລກປ່ຽນບົດຮຽນກັບອາຈານຢ່າງກົງໄປກົງມາ (ມີບັນຍາກາດທີ່ດີ).

“ອະນາຄົດຈະຖືກຂັບເຄື່ອນໂດຍປັນຍາປະດິດ (AI) ແລະ Machine Learning ເຊິ່ງທັງສອງເທັກໂນໂລຍີຕໍ່ໄປກໍາລັງປ່ຽນແປງໃຫມ່ໃນໂລກຂອງພວກເຮົາ Samsung, ພວກເຮົາກຳລັງກະກຽມສຳລັບການປ່ຽນແປງໃໝ່ນີ້ ໂດຍການເປັນສ່ວນຫນຶ່ງຂອງຂັບເຄື່ອນໃຫ້ບຸກຄະລາກອນມີຄວາມຮູ້ ແລະໄດ້ກຽມພ້ອມເຄື່ອງມືໃຫ້ພ້ອມກັບການປ່ຽນແປງໃນອານາຄົດ” ກ່າວໂດຍທ່ານນາງວໍລະວັນ ຕັ້ງກົມສະຖາພອນ ຫົວໜ້າພະແນກມືຖືຕາງໜ້າບໍລິສັດຊໍາຊຸງອີເລັກໂຕຣນິກສາຂາປະເທດໄທປະຈໍາ ສປປ ລາວ.

ສາມາດຕິດຕາມໂຄງການ Samsung Innovation Campus 2024 ໄດ້ທີ່ເພສ Facebook Samsung Laos.

#SamsungLaos #SamsungInnovationCampus #TogetherforTomorrow #Enablingpeople

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ຜົນຈິໄຈເຜີຍ! ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19

"ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19" ນີ້ແມ່ນການລາຍງານໃໝ່ຈາກ British Columbia University ໃນປະເທດການາດາ ໄດ້ເຜີຍໃຫ້ເຫັນຄວາມສຳພັນຂອງສິ່ງທີ່ມີຊີວິດອື່ນໆ ທີ່ກຳລັງພະຍາຍາມປັບໂຕໃຫ້ເຂົ້າກັບຜູ້ຄົນ ເຊິ່ງທີມວິໄຈຍັງຄິດໃນແງ່ບວກວ່າ "ມະນຸດເຮົາຍັງສາມາດສ້າງໂອກາດໃຫ້ທຳມະຊາດໄດ້ຟື້ນຟູໄດ້ຢ່າງແທ້ຈິງ”.

ອາກາດຮ້ອນໆແບບນີ້! ລະວັງເລື່ອງກິນໝາກຖົ່ວລຽນ

“ໝາກຖົ່ວລຽນ” ຂຶ້ນຊື່ເລື່ອງຄວາມແຊບ ແຕ່ຖ້າກິນຖົ່ວລຽນຫຼາຍເກີນໄປ ໃນຊ່ວງອາກາດຮ້ອນຈັດແບບນີ້ ອາດສົ່ງຜົນເສຍຕໍ່ສຸຂະພາບແຖມໃຫ້ອີກ ເນື່ອງຈາກວ່າ ຖົ່ວລຽນ ີເປັນໝາກໄມ້ທີ່ມີລິດຮ້ອນ ການທີ່ເຮົາກິນຫຼາຍເກີນໄປ ອາດເຮັດໃຫ້ເກີດອາການຮ້ອນໃນ, ປາກເປື່ອຍ, ຄໍແຫ້ງ, ເປັນສິວ ອີກທັງຍັງອຸດົມໄປດ້ວຍໃຍອາຫານທີ່ບໍ່ລະລາຍນ້ຳ ຖ້າກິນໃນປະລິມານຫຼາຍເກີນໄປ ອາດເຮັດໃຫ້ເກີດອາການທ້ອງຍື່ງ, ແໜ້ນທ້ອງ ຫຼື ທ້ອງບິດໄດ້ ໂດຍສະເພາະໃນມື້ທີ່ອາກາດຮ້ອນແຮງ ລະບົບຍ່ອຍຕ້ອງເຮັດວຽກໜັກຫຼາຍຂຶ້ນ.

ເຈົ້າແຂວງຈຳປາສັກ ເປັນປະທານເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດໃນປາກເຊ

ເມື່ອວັນທີ 30 ເມສາ 2024 ທ່ານ ປອ. ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາກສັກ ໃຫ້ກຽດເປັນປະທານໃນພິທີເປີດຮ້ານເຊເວັ່ນ ອີເລຟເວັ່ນ ສາຂາທຳອິດຂອງແຂວງຈຳປາກສັກ ຕັ້ງຢູ່ໃນນະຄອນປາກເຊ ຢ່າງເປັນທາງການ ພາຍໃນບັນຍາກາດແຂກຜູ້ມີກຽດ, ຜູ້ບໍລິຫານລະດັບສູງຈາກໜ່ວຍງານຕ່າງໆ ຂອງແຂວງເຂົ້າຮ່ວມຢ່າງພ້ອມພຽງ