Saturday, February 8, 2025

ເຕັກໂນໂລຊີອັດສະລິຍະ ເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມກັບ Lenovo

ໃນຖານະບໍລິສັດຜູ້ນໍາດ້ານເຕັກໂນໂລຊີລະດັບໂລກ ເລີໂນໂວ ມຸ່ງໝັ້ນທີ່ຈະນໍາເອົາການປ່ຽນແປງສໍາລັບອະນາຄົດທີ່ກ້າວໜ້າ ແລະ ຍືນຍົງໃນສັງຄົມ ແລະ ສິ່ງແວດລ້ອມໂດຍຜ່ານເຕັກໂນໂລຊີອັດສະລິຍະ ພາຍໃຕ້ແນວຄວາມຄິດ Smarter Technology for All.

ທ່ານ ທະເນດ ອັງສິຣິສັບ, ຜູ້ຈັດການທົ່ວໄປ ບໍ​ລິ​ສັດ Lenovo ອິນໂດຈີນ ກ່າວ​ວ່າ, “ໂລກ​ທີ່​ມີ​ການ​ປ່ຽນ​ແປງໄປ​ຢ່າງ​ວ່ອງ​ໄວ​ບໍ່​ພຽງ​ແຕ່​ສົ່ງຜົນໃຫ້​ທຸລະ​ກິດ ແລະ​ ອົງ​ກອນຕ່າງໆໃນ​ທົ່ວ​ໂລກ​ຕ້ອງນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າມານຳໃຊ້​ເທົ່ານັ້ນ ແຕ່ພວກເຮົາຍັງຕ້ອງໃຫ້ຄວາມສໍາຄັນກັບຄວາມຮັບຜິດຊອບຕໍ່ສ່ວນລວມໃນການດໍາເນີນທຸລະກິດ. ອີກທັງຍັງໃຊ້ໂອກາດທີ່ມີເພື່ອສ້າງເປົ້າໝາຍທີ່ໃຫຍ່ກວ່າເພື່ອໃຫ້ທຸລະກິດຂອງຕົນ. Lenovo ມຸ່ງໝັ້ນໃນການນຳສະເໜີເຕັກໂນໂລຊີທີ່ທັນສະໄໝເພື່ອຊ່ວຍຫຼຸດຜ່ອນບັນຫາດ້ານສິ່ງແວດລ້ອມທີ່ພວກເຮົາທຸກຄົນກໍາລັງພົບເຫັນໃນສັງຄົມ.”

Lenovo ໄດ້ຕັ້ງເປົ້າໝາຍໃຫ້ກາຍເປັນບໍລິສັດ Net Zero ພາຍໃນປີ 2050. ໂດຍເປົ້າໝາຍດັ່ງກ່າວໄດ້ຮັບການກວດສອບ ແລະ ຮັບຮອງໂດຍ Science Based Targets Initiative (SBTi) ​ ​ເຊິ່ງຈະໄປສູ່ຄວາມເປັນ Net-Zero ​ໃນ​ປີ 2050 ນັ້ນ, Lenovo ຍັງ​ໄດ້​ວາງ​ເປົ້າໝາຍ​ໄລຍະ​ສັ້ນ​ຕ່າງໆ​ເຊັ່ນ: ​ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ໃຫ້​ໄດ້ 50% ​ໃນ​ປີ 2030; ຕັ້ງເປົ້າໃນການພັດທະນາ ແລະ ປັບປຸງປະສິດທິພາບການໃຊ້ພະລັງງານຂອງອຸປະກອນໃຫ້ກິນໄຟໜ້ອຍ 50% ໃນເດັສທັອບ ແລະ ເຊີບເວີ ແລະ 30% ໃນແລັບທັອບ ເຊິ່ງປັດຈຸບັນຜະລິດຕະພັນຂອງ Lenovo ມີປະສິດທິພາບດີເລີດໃນດ້ານການຊົມໃຊ້ພະລັງງານ ໂດຍໄດ້ຮັບມາດຕະຖານປ້າຍສິ່ງແວດລ້ອມ EPEAT ລະດັບ Gold ແລະ ການຢັ້ງຢືນ ENERGYSTAR ໃນຜະລິດຕະພັນ ThinkPad ທັງໝົດ.

ເປົ້າໝາຍຄວາມຍືນຍົງຂອງ Lenovo ເລີ່ມຕົ້ນຈາກຂັ້ນຕອນການຜະລິດ. ໂດຍ Lenovo ໄດ້ດຳເນີນການຢ່າງຕໍ່ເນື່ອງເພື່ອສ້າງໂຮງງານຜະລິດທີ່ບໍ່ພຽງແຕ່ທັນສະໄໝເທົ່ານັ້ນ, ແຕ່ຍັງມີຄວາມຍືນຍົງດ້ານສິ່ງແວດລ້ອມ. ​ຕົວ​ຢ່າງເຊັ່ນ: ໂຮງງານ Lenovo ທີ່ເມືອງ Wuhan ແມ່ນໂຮງງານທໍາອິດ ແລະ ໂຮງງານດຽວໃນອຸດສາຫະກໍາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານທີ່ໄດ້ຮັບການຮັບຮອງຈາກສະຖາບັນ CESI ໃນປະເທດຈີນໃນດ້ານຄວາມຍືນຍົງ ຫຼື ຕົວຢ່າງຈາກສຳນັກງານໃໝ່ຂອງ Lenovo ໃນປະເທດຮົງກາຣີທີ່ໄດ້ມີການຕິດຕັ້ງແຜງໂຊລາເຊວ (ພະລັງງານແສງອາທິດ) ເຊິ່ງສາມາດຜະລິດພະລັງງານໄດ້ຫຼາຍເຖິງ 0.5 MW, ເຊິ່ງປຽບທຽບໄດ້ພຽງພໍກັບພະລັງງານທີ່ໃຊ້ໃນໝູ່ບ້ານຂະໜາດນ້ອຍ.

ເມື່ອກ່າວເຖິງທັດສະນະຂອງຜະລິດຕະພັນ Lenovo ໃຫ້ຄວາມສໍາຄັນໃນການສ້າງເສດຖະກິດໝູນວຽນ ຫຼື Cicular Economy  ໂດຍຜ່ານການນໍາເອົາວັດຖຸທີ່ໃຊ້ແລ້ວ ຫຼື ເຫຼືອໃຊ້ຢູ່ໃນຜະລິດຕະພັນຕ່າງໆ ເພື່ອໃຫ້ເກີດປະໂຫຍດອີກຄັ້ງ. ຕັ້ງແຕ່ປີ 2005 ເປັນຕົ້ນມາ, ທີມວິໄຈ ແລະ ພັດທະນາຜະລິດຕະພັນຂອງ Lenovo ໄດ້ເຮັດວຽກຮ່ວມກັບຜູ້ສະໜອງໃນການຈັດຫາອຸປະກອນເອເລັກໂຕຣນິກເຊິ່ງເປັນວັດສະດຸຈາກຂະບວນການຣີໄຊເຄີແບບປິດ ຫຼື Closed-loop Recycled ມາໃຊ້​ໃນ​ການ​ຜະ​ລິດເປັນ​ຜະ​ລິດ​ຕະ​ພັນ​ໃໝ່​ເພື່ອ​ຫຼຸດ​ຜ່ອນ​ສິ່ງ​ເສດ​ເຫຼືອ. ຕັ້ງແຕ່ເລີ່ມຕົ້ນຈົນຮອດປີ 2023, Lenovo ໄດ້ນຳໃຊ້ວັດສະດຸຣີໄຊເຄີທີ່ໃຊ້ແລ້ວມາໃຊ້ເປັນສ່ວນປະກອບໃນຜະລິດຕະພັນຂອງ Lenovo ແລ້ວເກືອບ 300 ຜະລິດຕະພັນ.

ຕົວຢ່າງ  ໂນ໊ດບຸ໊ກ ThinkPad X1 ທີ່ເປີດໂຕໃນງານ CES 2023 ປະກອບດ້ວຍປ​ລາ​ສ​ຕິກ Post Consumer Content ຫຼື PCC ສູງເຖິງ 97% ໃນຊ່ອງ Battery ແລະ 95% ໃນກ່ອງລໍາໂພງ ແລະ Adapter AC, ຫຼື ໃນຜະລິດຕະພັນ ThinkPad Z13 ແລະ Z16, ທີ່ມີການໃຊ້ວັດສະດຸທີ່ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແຕ່ຍັງມີຄວາມທົນທານເຊັ່ນ: ໜັງ vegan ທີ່ເຮັດຈາກປລາສຕິກຣີໄຊເຄີ 100%, ອາລູມິນຽມຣີໄຊເຄີ 75%

ອີກຕົວຢ່າງ ແມ່ນການອອກແບບຂອງການຫຸ້ມຫໍ່ກ່ອງໂນ໊ດບຸ໊ກໃນຕະກູນ ThinkPad ເພື່ອໃຫ້ມັນສາມາດປິດລັອກໄດ້ໂດຍບໍ່ຕ້ອງໃຊ້ເທບປລາສຕິກເພື່ອປະທັບກາກ່ອງ. ຈຶ່ງເປັນການຊ່ວຍຫຼຸດການໃຊ້ເທບ ປລາ​ສ​ຕິກ​ໄດ້ເປັນຈຳນວນ​ຫຼາຍ​ເຖິງ 54 ໂຕນ​ຕໍ່​ປີ​.

ນອກຈາກນີ້, Lenovo ມີການໃຊ້ນະວັດຕະກໍາບັນຈຸພັນຊີວະພາບທີ່ຜະລິດຈາກເສັ້ນໄຍໄມ້ໄຜ່ ແລະ ອ້ອຍທີ່ຍ່ອຍສະຫຼາຍໄດ້ 100% ເພື່ອມາຜະລິດກ່ອງຜະລິດຕະພັນ. ເຊິ່ງມີນ້ຳໜັກເບົາກວ່າກ່ອງເກົ່າແຕ່ຍັງແຂງແຮງ. ແທນທີ່ຈະໃຊ້ເຈ້ຍ ແລະ ໂຟມແບບເກົ່າ. ຊ່ວຍຫຼຸດຜ່ອນການປ່ອຍອາຍພິດ CO2 ທີ່ເກີດຈາກຂະບວນການຂົນສົ່ງໄດ້ເພີ່ມຂື້ນ ແລະ ພາຍໃນປີ 2025, Lenovo ມີຈຸດປະສົງທີ່ຈະນໍາໃຊ້ປລາສຕິກ PCR (Post-consumer Recycled Content) ນ້ຳໜັກລວມ 300 ລ້ານປອນ ເພື່ອມາໃຊ້ໃນການຫຸ້ມຫໍ່. ໃນອະນາຄົດ Lenovo ຍັງມີຈຸດປະສົງໃຫ້ຜະລິດຕະພັນຄອມພິວເຕີ ທັງໝົດມີສ່ວນປະກອບທີ່ຜະລິດຈາກປລາສຕິກ PCR ທີ່ຖືກນຳມາໃຊ້ໃໝ່.

ໃນຖານະຜູ້ນໍາດ້ານເຕັກໂນໂລຊີລະດັບໂລກ Lenovo ຮັບຮູ້ວ່າສາມາດປະກອບສ່ວນຕໍ່ຄວາມຍືນຍົງຂອງສັງຄົມ ແລະ ​ສິ່ງ​ແວດ​ລ້ອມ​ໂດຍ​ການ​ນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ ແລະ ​ນະ​ວັດ​ຕະ​ກໍາ​. ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ ຫຼື​ ໂລກ​ຮ້ອນ​ແມ່ນ​ບັນຫາ​ທົ່ວ​ໂລກ​ທີ່​ທຸກ​ໜ່ວຍງານ ແລະ ທຸກຄົນຕ້ອງມີສ່ວນຮ່ວມເພື່ອຊ່ວຍແກ້ໄຂ. ສໍາລັບ Lenovo ເອງ ພວກເຮົາຈະຍັງຄົງມຸ່ງໝັ້ນທີ່ຈະແນະນຳ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະເພື່ອຊ່ວຍສ້າງຄວາມຍືນຍົງດ້ານສິ່ງແວດລ້ອມ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: