Friday, March 21, 2025

ຄຸນປະໂຫຍດຂອງການອາບນໍ້າອຸ່ນ ແລະ ນໍ້າເຢັນ ແບບໃດດີກວ່າກັນ?

ເຊື່ອວ່າອາກາດໜາວແບບນີ້ຫຼາຍຄົນກັບບ້ານແລ້ວ ລັງເລທີ່ຈະອາບນໍ້າ ແຕ່ຮູ້ບໍ່ວ່າການອາບນ້ຳອຸ່ນ ແລະ ນ້ຳເຢັນ ມີຄຸນປະໂຫຍດແຕກຕ່າງກັນ ໂດຍສະເພາະໃນດ້ານການສົ່ງເສີມສຸຂະພາບ ແລະ ຜິວພັນ, ສໍາລັບບາງຄົນ ກໍ່ມັກອາບນໍ້າອຸ່ນ ແລະ ບາງຄົນກໍ່ມັກອາບນ້ຳເຢັນ.

ອຸນຫະພູມຂອງນ້ຳອຸ່ນທີ່ເໝາະສົມຢູ່ທີ່ 27-37 ອົງສາ, ສ່ວນອຸນຫະພູມຂອງນໍ້າເຢັນ ຈະຢູ່ທີ່ 27 ອົງສາ ເຊິ່ງເປັນອຸນຫະພູມທີ່ພໍດີຕໍ່ຮ່າງກາຍ ແລະ ຄວນອາບນ້ຳ 2 ຄັ້ງຕໍ່ມື້. ສະນັ້ນ, ເຮົາມາຮູ້ວິທີອາບນ້ຳທີ່ເໝາະສົມກັບຮ່າງກາຍຂອງຕົນເອງເພື່ອປະໂຫຍດທີ່ດີຕໍ່ສຸຂະພາບນໍາກັນ.

ປະໂຫຍດຂອງການອາບນໍ້າອຸ່ນ

  • ຂໍ້ດີຂອງການອາບນໍ້າອຸ່ນ: ຊ່ວຍໃຫ້ການນອນຫຼັບສະບາຍໃນຕອນກາງຄືນ, ບັນເທົາຄວາມຄຽດໃນແຕ່ລະມື້ໄດ້ດີ, ເປີດຮູຂຸມຂົນ ແລະ ເຮັດຄວາມສະອາດຜິວ, ຖ້າໃຜມີອາການປວດເມື່ອຍຕາມຮ່າງກາຍ ນ້ຳອຸ່ນຊ່ວຍໃຫ້ຜ່ອນຄາຍກ້າມເນື້ອ, ມີປະໂຫຍດໃນການບັນເທົາອາການເປັນຫວັດເພາະນ້ຳອຸ່ນມີອາຍນ້ຳທີ່ຊ່ວຍໃນການ ບັນເທົາ ເຊື້ອພະຍາດໃນດັງ ແລະ ລໍາຄໍ, ສໍາລັບຜູ້ຍິງ ທີ່ຢູ່ໃນໄລຍະທີ່ມີປະຈໍາເດືອນ ຖ້າອາບນ້ຳອຸ່ນ ຈະຊ່ວຍໃຫ້ເລືອດໄຫຼວຽນດີ, ຫຼຸດຜ່ອນ ອາການປວດປະຈຳເດືອນໄດ້ດີ.
  • ຂໍ້ຄວນລະວັງໃນການອາບນໍ້າອຸ່ນ: ເຮົາບໍ່ຄວນອາບນໍ້າອຸ່ນທຸກໆມື້ເພາະເຮັດໃຫ້ຜິວແຫ້ງ, ບໍ່ຄວນໃຊ້ສະບູທີ່ມີຟອງຫຼາຍເພາະຈະເຮັດໃຫ້ຜິວໜັງເສຍຄວາມຊຸ່ມຊື່ນຫຼາຍຂຶ້ນ, ບໍ່ຄວນແຊ່ນໍ້າອຸ່ນເກີນ 30 ນາທີ ອາດເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພຽງພໍ, ຫຼີກລ່ຽງການສະຫົວດ້ວຍນ້ຳອຸ່ນ ເພາະເປັນສາເຫດໃຫ້ເກີດບັນຫາຂີ້ໄຄຫົວ, ຜົມເສຍຫາຍໄດ້ງ່າຍ.

ປະໂຫຍດຂອງການອາບນ້ຳເຢັນ

  • ຂໍ້ດີຂອງການອາບນໍ້າເຢັນ: ຊ່ວຍໃຫ້ຮ່າງກາຍຕື່ນໂຕເພາະ ການອາບນ້ຳເຢັນ ຊ່ວຍໄປກະຕຸ້ນປະສາດໃນສ່ວນຕ່າງໆຂອງຮ່າງກາຍທີ່ຍັງເຮັດວຽກບໍ່ເຕັມທີ່ ໃຫ້ກັບມາເຮັດວຽກດີຂຶ້ນ, ເມື່ອຮ່າງກາຍຂອງຄົນເຮົາສຳຜັດກັບຄວາມເຢັນ ຈະກະຕຸ້ນໃຫ້ຊ່ວຍເຜົາຜານໄຂມັນທີ່ສະສົມໃນຮ່າງກາຍ, ຊ່ວຍເພີ່ມພູມຄຸ້ມກັນ, ນອກຈາກນີ້, ງານວິໄຈໃນຕ່າງປະເທດພົບວ່ານ້ຳເຢັນ ຊ່ວຍຫຼຸດອາການສຶມເສົ້າໄດ້.
  • ຂໍ້ຄວນລະວັງໃນການອາບນ້ຳເຢັນ: ຫ້າມອາບນ້ຳເຢັນໃນສະພາບຮ່າງກາຍທີ່ອ່ອນແອ ຫຼື ຢູ່ໃນໄລຍະທີ່ມີສະພາບອາກາດໜາວຫຼາຍ ອາດສົ່ງຜົນໃຫ້ລະບົບໝຸນວຽນເລືອດນັ້ນເກີດຄວາມຜິດປົກກະຕິ ຫຼື ເຮັດໃຫ້ອຸນຫະພູມຂອງຮ່າງກາຍຫຼຸດລົງ ແລະ ອາດຈະເຮັດໃຫ້ໝົດສະຕິໄດ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່