Wednesday, March 26, 2025

ຕ້ອງມີສະຕິ! ຂັບລົດໃນຍາມກາງຄືນຢ່າງປອດໄພ ຫຼີ້ກລ້ຽງອັນຕະລາຍ

ເມື່ອຕ້ອງເດີນທາງໃນຕອນກາງຄືນ ສິ່ງສຳຄັນແມ່ນຄວາມປອດໄພ ຍິ່ງເປັນຊ່ວງເຄົ້າດາວ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ແບບນີ້ ຕ້ອງໃຫ້ຄວາມສຳຄັນເຄົ້າດາວແລ້ວກັບບ້ານມືດໆຕ້ອງເຮັດແນວໃດ ມື້ນີ້ເຮົາຈະມາແບ່ງປັນວິທີໃນການກຽມພ້ອມກ່ອນທີ່ຈະຂັບລົດກາງຄືນຕ້ອງກໜມຫຍັງແນ່ໄປເບິ່ງນໍາກັນເລີຍ.

ນອນຫຼັບພັກຜ່ອນໃຫ້ພຽງພໍ: ການຫຼັບໃນ ເປັນສາເຫດຂອງການເກີດອຸບປະຕິເຫດ, ການນອນຫຼັບຢ່າງພຽງພໍ ເປັນສິ່ງສໍາຄັນທີ່ຊ່ວຍປ້ອງກັນການຫຼັບໃນ. ການກິນຢາປົວພະຍາດທີ່ເຮັດໃຫ້ເກີດອາການເຫງົານອນ ກ່ອນອອກເດີນທາງ ເປັນສິ່ງທີ່ຄວນຫຼີກລ້ຽງ.
ການຂັບລົດໃນຕອນກາງຄືນ ເຮັດໃຫ້ຄວາມສາມາດໃນການເບິ່ງເຫັນຫຼຸດລົງ ແລະ ເຮັດໃຫ້ຕາເຮັດວຽກໜັກກວ່າການຂັບລົດໃນເວລາກາງເວັນ.

ກວດກາລະບົບໄຟ: ແສງໄຟຈາກລົດຂອງທ່ານ ເປັນສິ່ງສໍາຄັນຫຼາຍໃນການຂັບຂີ່ໃນຕອນກາງຄືນ. ຢ່າລືມກວດສອບໄຟເຍືອງທາງ​ (ໄຟຕໍ່າ, ໄຟສູງ), ໄຟ break, ໄຟທ້າຍ, ໄຟລ້ຽວ ແລະ ໄຟສຸກເສີນກ່ອນອອກເດີນທາງທຸກຄັ້ງ. ຫ້າມໃຊ້ໄຟຕາສູງບໍ່ສະເພາະແຕ່ຕອນມີລົດສວນທາງມາ ເທົ່ານັ້ນ ເວລາຂັບລົດຕາມຫຼັງຜູ້ອື່ນກໍ່ຫ້າມຄືກັນ ແລະ ເວລາຂັບຕາມເສັ້ນທາງໃນຕົວເມືອງກໍ່ຫ້າມໃຊ້ໄຟສູງຄືກັນ

ການຂັບຂີ່ລົດໃນຍາມກາງຄືນຄວາມສາມາດໃນການເບີ່ງເຫັນຈະມີຂອບເຂດຈໍາກັດຫລາຍ ຕ້ອງລະມັດລະວັງໃຫ້ຫລາຍ ເມື່ອຂັບຕາມຫຼັງຄັນອື່ນຕ້ອງຮັກສາໄລຍະຫ່າງໃຫ້ເໝາະກັບຄວາມໄວທີ່ໃຊ້ ແລະ ເມື່ອເຫັນໄຟເບກ ແລະ ໄຟສັນຍານລ້ຽວຂອງຄັນທາງໜ້າຮຸ່ງຂຶ້ນຕ້ອງຜ່ອນຄວາມໄວລົງ ເພື່ອຄວາມປອດໄພ

ຝົນຕົກໜັກ ໃຫ້ແວະພັກທັນທີ: ບໍ່ພຽງແຕ່ເຮັດໃຫ້ວິໄສທັດການເບິ່ງບໍ່ຈະແຈ້ງ ຍັງເຮັດໃຫ້ຖະໜົນມື່ນ, ທາງທີ່ດີຄວນຈອດລົດພັກຢູ່ໄຫຼ່ທາງ ພ້ອມເປີດໄຟສຸກເສີນ ຫລື ແລ່ນຊ້າໆ (ຂຶ້ນກັບສະຖານະການ) ເພື່ອໃຫ້ລົດຄັນອື່ນສັງເກດເຫັນທ່ານໄດ້ງ່າຍຂຶ້ນ.

ຢ່າໄວ້ໃຈໃຜຍາມກາງຄືນຕາມສາຍທາງປ່ຽວນອກເມືອງ ຖ້າເຫັນມີຄົນຢືນໂບກລົດໃນຍາມກາງຄືນ ໃຫ້ທ່ານຕັ້ງສະຕິ, ລ໋ອກລົດ ແລະ ສັງເກດວ່າມີອຸບປະຕິເຫດຫຼືບໍ່? ຢ່າລົງຈາກລົດ ແລະ ໃຫ້ໂທແຈ້ງ 1191

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ