Saturday, April 19, 2025

ແລ່ນອອກກຳລັງກາຍ ເປັນປະຈຳ ດີແນວໃດ?

ດ້ວຍວິຖີຊີວິດທີ່ເຮົາຕ້ອງນັ່ງເຮັດວຽກເປັນປະຈຳ ການເບິ່ງແຍງສຸຂະພາບດ້ວຍການອອກກຳລັງກາຍເປັນປະຈຳຈຶ່ງມີຄວາມສຳຄັນຫຼາຍກວ່າທີ່ຄິດ ຫາກຢູ່ແຕ່ບ້ານແລະບໍ່ມັກອອກກຳລັງກາຍອາດຈະເປັນບັນຫາໄດ້ ສະນັ້ນ ການອອກກຳລັງກາຍແບບເຕັ້ນແອໂລບິກ ຫຼືການແລ່ນເປັນປະຈຳຈຶ່ງມີປະໂຫຍດຫຼາຍໃນປັດຈຸບັນ ເນື່ອງຈາກສາມາດຊ່ວຍຈັດການກັບຄວາມຄຽດ ຄວາມກັງວົນ ພາວະຊຶມເສົ້າ ແລະຍັງເພີ່ມຄຸນນະພາບໃນການນອນຫຼັບໄດ້ອີກດ້ວຍ.

ບາງຄົນໃຫ້ຄວາມສຳຄັນກັບຄວາມສະໝໍ່າສະເໝີຢ່າງຈິງຈັງ ແລະ ມັກທີ່ຈະແລ່ນທຸກມື້ ຫຼືແລ່ນ 5 ກິໂລແມັດທຸກມື້ ເພາະການແລ່ນມີປະໂຫຍດຕໍ່ສຸຂະພາບ ແຕ່ຫຼາຍຄົນມັກເກີດຂໍ້ສົງໃສກ່ອນປະຕິບັດຕົວຈິງວ່າ ແລ່ນແລ້ວໄດ້ຫຍັງ? ຖ້າເຮົາແລ່ນທຸກໆມື້ 5 ກິໂລແມັດ ຈະເກີດຫຍັງຂຶ້ນ? ເຊິ່ງຄຳຖາມເຫຼົ່ານີ້ສຸດທ້າຍແລ້ວຈະເຮັດໃຫ້ບາງຄົນຂີ້ຄ້ານຂຶ້ນມາ.

ສຳລັບຂໍ້ດີໃນການທີ່ເຮົາຕ້ອງແລ່ນອອກກຳລັງກາຍເປັນປະຈຳ ຄື ຊ່ວຍປັບປຸງກ້າມເນື້ອ, ເບິ່ງແຍງຂໍ້ຕໍ່ຕ່າງໆ, ເພີ່ມຄວາມສາມາດໃນການເຮັດວຽກຂອງຫົວໃຈ ແລະ ຫຼອດເລືອດ, ຊ່ວຍໃຫ້ຫຼຸດນໍ້າໜັກຢ່າງມີປະສິດທິພາບ, ຊ່ວຍໃຫ້ການຫາຍໃຈມີປະສິດທິພາບຫຼາຍຂຶ້ນ, ເພີ່ມພູມຕ້ານທານ. ນອກນັ້ນ, ການແລ່ນຍັງມີຂໍ້ດີທາງໃຈອີກເຊັ່ນ ຊ່ວຍໃຫ້ອາລົມດີຂຶ້ນ, ສົ່ງເສີມປະສິດທິພາບໃນການນອນ, ຫຼຸດຄວາມຄຽດ, ຮັກໂຕເອງຫຼາຍຂຶ້ນ.

ເຖິງຢ່າງໃດກໍຕາມ ຫາກຮ່າງກາຍເຮົາບໍ່ພ້ອມເຊັ່ນວ່າ ມີອາການບາດເຈັບ, ມີບັນຫາຂອງຂໍ້ຕໍ່ທີ່ຮ້ານແຮງ ອາດຈະບໍ່ຄວນແລ່ນເປັນປະຈຳທຸກມື້ ເພາະມັນອາດຈະເຮັດໃຫ້ມີບັນຫາເລື່ອງຂອງຂໍ້ຕໍ່ຮຸນແຮງຂຶ້ນ ເກີດການບາດເຈັບເພີ່ມ ແລະ ອາດເຮັດໃຫ້ຮ່າງກາຍບໍ່ສົມດຸນ ຄວນອອກກຳລັງຢ່າງພໍດີ.ຫາກເຈົ້າຕ້ອງການເລີ່ມແລ່ນ ຄວນເລືອກເວລາ ສະຖານທີ່ ແລະ ໄລຍະທາງທີ່ເໝາະສົມກັບລະດັບຄວາມສາມາດ ແລະຄວນມື້ັຜ່ອນເພື່ອຟູ້ນຟູຮ່າງກາຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.