5 ສິ່ງທີ່ຄວນເຮັດໃນປີ 2024

ຕ້ອງບອກເລີຍວ່າ ການຕັ້ງເປົ້າວາງແຜນຕັ້ງແຕ່ມື້ນີ້ ຈະເຮັດໃຫ້ມີແຕ່ສິ່ງທີ່ດີໆ ໃນມື້ໜ້າຢ່າງແນ່ນອນ ໄປເບິ່ງນຳກັນວ່າ ປີ 2024 ນີ້ເຮົາຄວນວາງແຜນຫຍັງໄວ້ແດ່.

1. ຕັ້ງເປົ້າໝາຍໃຫ້ຊັດເຈນ.
ຄວນຈົດໃສ່ລິສໄວ້ເລີຍວ່າ ສິ່ງໃດທີ່ເຮົາຕ້ອງໄດ້ເຮັດໃນປີນີ້ ອາດຈະເປັນສິ່ງໃໝ່ໆ ທີ່ເຮົາບໍ່ເຄີຍເຮັດມາກ່ອນ ຫຼື ການຕັ້ງເປົ້າໝາຍທີ່ເປັນປະໂຫຍດຕໍ່ໂຕເຮົາ ເປັນສິ່ງທີ່ຈະເຮັດໃຫ້ເຮົາພັດທະນະາຂຶ້ນໃນແບບຂອງເຮົາເອງ ເລີ່ມຕົ້ນປີໃໝ່ ດ້ວຍແຮງບັນດານໃຈຂອງຕົວເອງ ຄິດແຜນສຳຄັນໄວ້ໃນຫົວໃຫ້ຫຼາຍໆ.

2. ທົບທວນ ຂໍ້ດີ-ຂໍ້ເສຍ ແລ້ວປັບປຸງໃຫ້ດີຂຶ້ນ.
ໃນປີທີ່ຜ່ານມາ ມີອັນໃດແດ່ທີ່ເຮັດໃຫ້ເຮົາພາດໂອກາດ ຫຼື ຮູ້ສຶກວ່າ ຫຼາຍໂອກາດທີ່ເສຍໄປ ເປັນເພາະອັນໃດ ລວມໄປເຖິງຄວາມສຳເລັດຕ່າງໆ ທີ່ຜ່ານມາ ເກີດຂຶ້ນໄດ້ເພາະຫຍັງ, ໃຫ້ເຮົາລອງທົບທວນສິ່ງທີ່ເກີດຂຶ້ນ ຖ້າເປັນຂໍ້ດີໃຫ້ເຮົາຕັ້ງໝັ້ນວ່າ ຈະຕ້ອງພັດທະນາຂຶ້ນໃຫ້ດີກວ່າເກົ່າ, ສ່ວນທີ່ເປັນຂໍ້ເສຍ ເຮົາບໍ່ສາມາດກັບໄປແກ້ໄຂໄດ້ ກໍຕັ້ງເປົ້າໃໝ່ ປີນີ້ຕ້ອງດີກວ່າເກົ່າ ຕ້ອງແກ້ໄຂ ແລະ ປັບປຸງ.

3. ຫາຊ່ອງທາງສ້າງລາຍຮັບໃຫ້ຕົວເອງ ໃຫ້ຫຼາຍທີ່ສຸດ ເກັບເງິນໄວ້ເພື່ອອະນາຄົດ ແລະ ໃຫ້ລາງວັນຊີວິດ.
ຊີວິດດີໆ ຕ້ອງຂັບເຄື່ອນດ້ວຍເງິນໃນຍຸກນີ້ ການຫາລາຍໄດ້ໃຫ້ຫຼາຍຂຶ້ນ ມັກມາພ້ອມກັບການໄດ້ເຮັດສິ່ງໃໝ່ໆ ອາດເປັນລາຍໄດ້ເສີມ ຫຼື ຊ່ອງທາງຈາກວຽກງານທີ່ເຮັດຢູ່, ໃຫ້ທ່ານຄິດສະເໝີວ່າ ເຮົາຕ້ອງເຮັດໄດ້, ປີນີ້ເຮົາພະຍາຍາມໃຫ້ຫຼາຍໆ ຈະຕ້ອງເປັນຄົນເກັ່ງ ແລະ ປັງກວ່າເກົ່າ.

4. ຈົດສິ່ງທີ່ຢາກເຮັດ ແລະ ຕ້ອງໄດ້ເຮັດ.
ຄວນຈົດບັນທຶກລາຍການສິ່ງທີ່ທ່ານຢາກເຮັດ ແລະ ຕ້ອງໄດ້ເຮັດໄວ້ ເພື່ອເປັນເປົ້າໝາຍໃຫ້ກັບຕົວເອງໄດ້ເລີ່ມເຮັດສິ່ງ ໃໝ່ໆ ເຮັດສິ່ງທີ່ເປັນປະໂຫຍດຕໍ່ໂຕທ່ານເອງ ຄວບຄູ່ກັບຄວາມສຸກທີ່ເຮົາໄດ້ລົງມືເຮັດ ພ້ອມກັບໃຫ້ກຳລັງໃຈຕົວເອງຢູ່ສະເໝີ, ພາຕົວເອງອອກໄປທ່ຽວແດ່, ຊື້ຄວາມສຸກໃຫ້ຕົວເອງແດ່, ປະສົບຄວາມສຳເລັດຈັກຄັ້ງໃນປີນີ້ ເຖິງວ່າບາງຢ່າງອາດພົບພໍ້ກັບອຸປະສັກ ແຕ່ກໍກຸ້ມຄ່າທີ່ຊີວິດນີ້ໄດ້ເຮັດແລ້ວ.

5. ຕັ້ງເປົ້າພັດທະນາຕົວເອງໃນທຸກໆມື້.

  • ເປັນຄົນສະອາດຂຶ້ນ
  • ຮັກຕົວເອງໃຫ້ຫຼາຍຂຶ້ນ
  • ເປັນຄົນກົງຕໍ່ເວລາຫຼາຍຂຶ້ນ
  • ເປັນຕົວຂອງຕົວເອງໃຫ້ຫຼາຍຂຶ້ນ…

ຫວັງວ່າປີນີ້ ທຸກຄົນຈະໄດ້ຮັບພະລັງບວກທີ່ດີຂຶ້ນ ມີຄວາມສຸກກັບທຸກໆ ມື້ໃນການອອກໄປໃຊ້ຊີວິດ, ປ່ຽນຕົວເອງໃຫ້ເປັນຄົນໃໝ່ໃນເວີຊັນທີ່ດີກວ່າເກົ່າໄດ້ ພຽງແຕ່ຕັ້ງເປົ້າໝາຍວາງແຜນໃຫ້ດີ ພຽງເທົ່ານີ້ບໍ່ວ່າຈະປີໃດ ເຮົາກໍມີຄວາມສຸກ ແລະ ມ່ວນກັບການໃຊ້ຊີວິດຢ່າງແນ່ນອນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...