Tuesday, March 18, 2025

ເປີດທີ່ມາທີມເຕັ້ນ OG-KIDZ ກ່ອນທີ່ຈະເປັນວົງທີ່ຫຼາຍຄົນຮູ້ຈັກ

ການເຮັດຕາມຄວາມຝັນບໍ່ມີຫຍັງໄດ້ມາງ່າຍໆ ຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມອົດທົນ ເຊັ່ນດຽວກັບທີມເຕັ້ນ OG-KIDZ ກວ່າທີ່ຈະເປັນທີ່ຮູ້ຈັກຕ້ອງໃຊ້ເວລາຫຼາຍປີ ແລະ ເຝິກຝົນທັກສະຢູ່ຕະຫຼອດ, ມາຮູ້ຈັກກັບທີມເຕັ້ນ OG-KIDZ ທີມເຕັ້ນທີ່ມາແຮງໃນປັດຈຸບັນ.

OG-KIDZ ມີຄວາມໝາຍວ່າ Original KIDZ ເຊິ່ງສື່ເຖິງຄວາມເປັນຕົ້ນສະບັບໃນແບບເດັກນ້ອຍ ເອກະລັກຂອງເດັກນ້ອຍ ເນື່ອງຈາກໃນຕອນທີ່ຕັ້ງຊື່ ເຫັນວ່າຢູ່ໃນລາວ ສະໄຕລ໌ເຕັ້ນໃນແບບ HipHop Old School ຫຼືແບບທີມ OG KIDZ ຍັງບໍ່ມີເລີຍ ສຸດທ້າຍວົງເລີຍຊື່ມີວ່າ Original KIDZ ຫຼື ມີອີກຊື່ເອີ້ນວ່າ Old School Gang KIDZ.

ກ່ອນທີ່ຈະມາເປັນ OG-KIDZ ເລີ່ມທຳອິດແມ່ນໄດ້ ທ. ວຽງນະຄອນ ໄຊຍະສອນ (ໂຕປ໊ຽກ) AKA: Smallblack (ຫົວໜ້າວົງ) ເປັນອາຈານສອນໃຫ້ກັບນ້ອງໆໃນທີມ ເຊິ່ງໂຕປ໊ຽກແມ່ນເປັນອາຈານສອນເຕັ້ນຈາກ ລາວບັ້ງໄຟ, ໃນຊ່ວງທຳອິດ OG-KIDZ ມີຢູ່ 5 ຄົນ ມີ ໂຕປ໊ຽກ ເປັນອາຈານແລະສ້າງທີມຂຶ້ນມາກັບນັກຮຽນໃນປີ 2017 ໂດຍເປົ້າໝາຍສ້າງທີມກໍຄືຢາກສ້າງ Community ໃນ Hip Hop Old School ຫຼື ໃນສະໄຕລ໌ສະຕີດແດ້ນໃຫ້ມັນຫຼາຍຂຶ້ນກວ່າເກົ່າ.

ເຊິ່ງມີ ໂບ, ມິ້ວ, ແພັດຕີ້, ປັອບປີ້ ແລະ ຕໍ່ມາຈຶ່ງມີອີກຄົນໜຶ່ງແມ່ນ ຈິດ ເຊິ່ງທັງໝົດນີ້ແມ່ນສະມາຊິກເລີ່ມຕົ້ນ ໂດຍໃນຊ່ວງທຳອິດກໍມີການລົງແຂ່ງງານເຕັ້ນເທົ່ານັ້ນ, ຕໍ່ມາກໍໄດ້ເລີ່ມເກນຄົນເພີ່ມເຂົ້າທີມ ເຊິ່ງໄດ້ນ້ອງໃໝ່ຄື ນ້ອງບຸມ, ມັນນີ້, ລັກກີ້ ແລະ ປອນ ເຊິ່ງຍັງມີເດັກຝຶກທີ່ເປັນ POG ອີກ 2 ຄົນຄື ຢູກິ ແລະ ຢຸນນີ້.

ໃນຊ່ວງປີ 2019 ເຖິງ ປີ 2022 ກໍໄດ້ເລີ່ມເຮັດວີດີໂອກ່ຽວກັບການເຕັ້ນລົງໃນຊ່ອງທາງຂອງ YouTube ແລະ Facebook ເພື່ອນໍາສະເໜີການເຕັ້ນຂອງທີມໃຫ້ຄົນໄດ້ຮູ້ຈັກ ແລະ ໃນປີ 2023 ທີມກໍໄດ້ເລີ່ມເຮັດຄອນເທັ້ນລົງໃນ TikTok ມີວີດີໂອໂຄເວີ້ແດ້ນຈາກຕ່າງປະເທດ  ແລະ ວີດີໂອທີ່ໃສ່ຊຸດນັກຮຽນເຕັ້ນຕາມສະຖານທີ່ຕ່າງໆ ເພື່ອນໍາສະເໜີໃນເລື່ອງຂອງການທ່ອງທ່ຽວ ແລະ ຢາກໃຫ້ຄົນໄດ້ເຫັນເຖິງແຫຼ່ງທ່ອງທ່ຽວໃນແຕ່ລະບ່ອນ ເຊິ່ງໄດ້ຮັບການຕອບຮັບທີ່ດີ ແລະ ຜູ້ຄົນໃຫ້ຄວາມສົນໃຈຫຼາຍຂຶ້ນ.

ສຳລັບເປົ້າໝາຍໃນປີ 2024 ນີ້ ທາງທີມ OG-KIDZ ມີແຜນທີ່ຈະຄິດຄອນເທັ້ນໃນເລື່ອງຂອງການແບ່ງປັນໃຫ້ຄວາມຮູ້ເລື່ອງທັກສະໃນການເຕັ້ນ ເພື່ອໃຫ້ຜູ້ທີ່ສົນໃຈໃນການເຕັ້ນໃຊ້ເວລາຫວ່າງໃຫ້ເປັນປະໂຫຍດດ້ວຍການເຂົ້າເບິ່ງວີດີໂອ ແລະ ຮຽນຮູ້ທັກສະການເຕັ້ນຕ່າງໆໄດ້. ນອກນັ້ນ, ຍັງຈະລົງໃນຊ່ອງທາງ YouTube ແລະ Instagram ໃຫ້ຫຼາຍຂຶ້ນເພື່ອຢາກໃຫ້ທາງຕ່າງປະເທດໄດ້ເຫັນຫຼາຍຂຶ້ນ ເພາະເນື່ອງຈາກໃນປັດຈຸບັນຜູ້ທີ່ຮູ້ຈັກທີມ OG-KIDZ ຍັງມີແຕ່ຄົນລາວ ແລະ ປະເທດເພື່ອບ້ານເທົ່ານັ້ນ.

ສໍາລັບຊ່ອງທາງຂອງທີມ OG-KIDZ ສາມາດຕິດຕາມ ແລະ ຮັບຊົມຜົນງານໄດ້ທີ່ Facebook: OG KIDZ, YouTube: OG KIDZ, TikTok: OGKIDZ_OFFICIAL, Instagram: og_kidzz

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.