Monday, November 10, 2025
Kbank Laos โอน รับ จ่าย

ກຸດຈີນ 2024 ວັນຈ່າຍ ວັນໄຫວ້ ວັນທ່ຽວ ຖືກວັນຫຍັງ ຫ້າມເຮັດຫຍັງແນ່

ໃກ້ເຂົ້າມາແລ້ວກັບວັນກຸດຈີນ ເຊິ່ງຄົນລາວເຊື້ອສາຍຈີນ ເຊື້ອສາຍຫວຽດນາມ ຈະພາກັນໃຊ້ເວລາກັບຄອບຄົວອອກໄປເຮັດບຸນ ແລະ ວາງແຜນພັກຜ່ອນ ເຊິ່ງປີນີ້ວັນຈ່າຍກົງກັບວັນທີ 8 ກຸມພາ, ວັນໄຫວ້ ວັນທີ 9 ກຸມພາ ແລະ ວັນພັກຜ່ອນຖືກ ວັນທີ 10 ກຸມພາ 2024 ເຊິ່ງແຕ່ລະມື້ແມ່ນມີຄວາມໝາຍວ່າແນວໃດ ໄປເບິ່ງນຳກັນເລີຍ.

ວັນຈ່າຍ ກົງກັບວັນທີ 8 ກຸມພາ 2024 ເປັນວັນທີ່ຕ້ອງອອກຈັບຈ່າຍໃຊ້ສອຍຊື່ເຄື່ອງ ບໍ່ວ່າຈະເປັນອາຫານ ໝາກໄມ້ ແລະ ເຄື່ອງໄຫວ້ຕ່າງໆ ກ່ອນທີ່ຮ້ານຄ້າຈະປິດເພື່ອຢຸດພັກຜ່ອນ.

ວັນໄຫວ້ກຸດຈີນ ຫຼື ວັນໄຫວ້ພະເຈົ້າ ກົງກັບວັນທີ 9 ກຸມພາ 2024 ຕອນເຊົ້າມືດຈະເລີ່ມພິທີໄຫວ້ ປ້າຍເລົ່າເອ້ຍ ໂດຍການຫໄຫວ້ເທບພະເຈົ້າຕ່າງໆ ມີເຄື່ອງປະກອບການໄຫວ້ ຄື: ສັດສາມຢ່າງໄດ້ແກ່ ໝູ, ເປັດ ແລະ ໄກ່ ອາດຈະເພີ່ມຕັບ ແລະ ປາກໍຈະເປັນ 5 ຢ່າງຮ່ວມກັບເຫຼົ້າ ນໍ້າຊາ ແລະ ເຈ້ຍເງິນ ເຈ້ຍທອງ.

ຕອນເຊົ້າຈະເຮັດພິທີການໄຫວ້ປ້າຍແປ໋ບໍ້ ເປັນການໄຫວ້ບັນພະບູລຸດ ພໍ່ແມ່ ຫຼືຍາກຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ໂດຍການສະແດງຄວາມກະຕັນຍູຕາມຄວາມເຊື່ອ ແລະຈະຕິຂອງຈີນ ເຊິ່ງໃນການໄຫວ້ຄັ້ງນີ້ຈະໃຊ້ເວລາບໍ່ເກີນຕອນສວາຍ ມີເຄື່ອງປະກອບການໄຫວ້ຄື ອາຫານຄາວຫວານ ລວມທັງມີການເຜົາເຈ້ຍເງິນເຈ້ຍທອງ ເສື້ອຜ້າທີ່ເປັນເຈ້ຍເພື່ອເປັນອຸທິດແກ່ຜູ້ທີ່ເສຍຊີວິດໄປແລ້ວ. ຈາກນັ້ນ, ຍາດຕິພີ່ນ້ອງມາເຕົ້າໂຮມກັນເພື່ອຮັບປະທານອາຫານທີ່ຖວາຍເພື່ອຄວາມເປັນສິລິມົງຄຸນ ແລະຖືວ່າເປັນເວລາຄອບຄົວ ຫຼືເຊື້ອສາຍທີ່ຈະເຕົ້າໂຮມກັນຫຼາຍທີ່ສຸດ ປິດທ້າຍດ້ວຍການແລກອັ່ງເປົ່າຊອງສີແດງຫຼັງຈາກກິນເຂົ້າເປັນທີ່ຮຽບຮ້ອຍ.

ຕອນສວາຍ ຈະເຮັດພິທີໄຫວ້ປ້າຍຮໍ້ເຮຍຕີ ເປັນການໄຫວ້ຜີພີ່ນ້ອງທີ່ລ່ວງລັບໄປແລ້ວ ເຄື່ອງປະກອບການໄຫວ້ຈະເປັນຈຳພວກຂະໜົມທຽນ ເຜືອກເຄືອບນໍ້າຕານ ພ້ອມກັບການຈູດກະໂພກເພື່ອໄລ່ສິ່ງຊົ່ວຮ້າຍ ແລະ ເສີມສ້າງສິລິມົງຄຸນ.

ວັນທ່ຽວ ຫຼື ວັນກຸດຈີນ ກົງກັບວັນທີ 10 ກຸມພາ 2024 ເປັນມື້ຂຶ້ນປີໃໝ່ ເຊິ່ງເປັນວັນທີ່ໜຶ່ງ ເດືອນໜຶ່ງຂອງປີ ຕາມຄວາມເຊື່ອຈະເປັນວັນທີ່ໃຫ້ງົດເຮັດບາບ ເຊິ່ງຈະມີການຖືຄະຕິບາງຢ່າງທີ່ສຳຄັນ ເຊັ່ນ ງົດການເວົ້າຈາທີ່ບໍ່ດີຕໍ່ກັນ ບໍ່ທວງໜີ້ກັນ ບໍ່ຈັດຟອຍ ແລະ ຈະແຕ່ງກາຍດ້ວຍເສື້ອຜ້າໃໝ່ອອກຢ້ຽມອວຍພອນ ແລະ ພັກຜ່ອນນອກບ້ານ.

ສຳລັບສິ່ງທີ່ຕ້ອງຫ້າມເຮັດໃນວັນກຸດຈີນມີຫຍັງແນ່ນັ້ນ ຕາມຄວາມເຊື່ອສິ່ງທີ່ຫ້າມເຮັດໃນວັນກຸດຈີນ ຈະປະກອບມີ ຫ້າມສະຜົມຫຼືຕັດຜົມ, ຫ້າມເວົ້າຄຳຫຍາບແລະຜິດຖຽງກັນ, ຫ້າມກິນໂຈ໊ກຫຼືຊີ້ນສັດ, ຫ້າມຊັກຜ້າ, ຫ້າມໃສ່ຊຸດຂ່າວດຳ, ຫ້າມໃຫ້ຢືມເງິນ, ຫ້າມເຮັດຂອງວແຕກ, ຫ້າມຊື້ເກີບໃໝ່, ຫ້າມຮ້ອງໄຫ້, ຫ້າມໃຊ້ຂອງມີຄົມ ແລະ ຫ້າມເຂົ້າໄປໃນຫ້ອງນອນຄົນອື່ນ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.