Monday, April 21, 2025

3 ເທັກນິກ ເລືອກຄູ່ຊີວິດ ໃຫ້ເໝາະສົມກັບໂຕເອງ

ການທີ່ເຮົາຈະເລືອກຄົບກັບໃຜຈັກຄົນ ຫຼື ໃຫ້ເຂົາເຂົ້າມາຢູ່ໃນໃຈ ແລະ ໃຊ້ຊີວິດໄປກັບເຮົາ ບໍ່ແມ່ນເລື່ອງງ່າຍເລີຍ, ເພາະຄົນໆນັ້ນ ຈະມີຜົນຕໍ່ຊີວິດຂອງເຮົາຫຼາຍ ເຊັ່ນຄຳເວົ້າທີ່ຫຼາຍຄົນມັກເວົ້າວ່າ “ໄດ້ຄູ່ຊີວິດທີ່ດີ ກໍຄືກັບຖືກເລກລາງວັນທີ 1” ແຕ່ໃນທາງກົງກັນຂ້າມ ຖ້າເຮົາໄດ້ຄູ່ຊີວິດທີ່ບໍ່ດີ ກໍຈະມີຜົນກະທົບກັບຊີວິດເຮົາໃນດ້ານລົບເຊັ່ນກັນ.

ຖ້າໃຜກຳລັງສຶກສາເບິ່ງໃຈກັບໃຜຈັກຄົນຢູ່ ເພື່ອຈະເລືອກມາເປັນຄູ່ຊີວິດ ຫຼື ຄົນທີ່ກຳລັງບໍ່ແນ່ໃຈກັບຄວາມສຳພັນຂອງໂຕເອງກັບຄົນຮັກ ເຮົາມີເທັກນິກດີໆ 3 ຂໍ້ມາແນະນຳກັນ ໄປເບິ່ງນຳກັນເລີຍ.

  1. ເປັນໝູ່ສະໜິດໃຫ້ກັບໂຕເອງໄດ້.

ຫຼາຍຄັ້ງ ໃນເວລາທີ່ເຮົາຕົກຢູ່ໃນວົງວຽນຂອງຄວາມຮັກ ເຮົາອາດຈະເບິ່ງຂ້າມສັນຍານເຕືອນໄພຕ່າງໆ ຫຼື ການຫາຂໍ້ແກ້ໂຕເພື່ອໃຫ້ເຮົາຍັງຄົງດຳເນີນຄວາມສຳພັນນັ້ນຕໍ່ໄປ, ແຕ່ຄົນຈະເບິ່ງເຫັນສັນຍານຕ່າງໄດ້ຊັດເຈນ ໂດຍທີ່ສະໝອງບໍ່ຖືກຄອບຄຸມດ້ວຍໄຟແຫ່ງຄວາມຮັກ ຈະສາມາດໃຫ້ຄຳຕອບຢ່າງບໍ່ລຳອຽງແກ່ເຮົາໄດ້, ໂດຍສະເພາະຄົນໆ ນັ້ນຄືຄອບຄົວ ຫຼື ໝູ່ສະໜິດຂອງເຮົາ ທີ່ຮັກ ແລະ ຫວັງດີກັບເຮົາ.

ລອງຈິນຕະນາການເບິ່ງວ່າ ເຮົາເປັນໝູ່ສະໜິດໃຫ້ກັບໂຕເອງ ແລະ ເລົ່າເລື່ອງລາວຄວາມຮັກຂອງເຮົາໃຫ້ບຸກຄົນນັ້ນຟັງເບິ່ງ ຖ້າເຮົາເບິ່ງຄວາມຮັກ, ຄວາມສຳພັນຂອງເຮົາແບບບຸກຄົນທີ 3 ເຮົາຈະຮູ້ສຶກຈັ່ງໃດ, ໃຊ້ເຫດຜົນ ສັນຊາດຕະຍານໃນການຕອບຄຳຖາມດ້ວຍຄວາມຮັກ ແລະ ຫວັງດີຕໍ່ໂຕເອງ.

2. ຈື່ໄວ້ວ່າ ທ່ານບໍ່ສາມາດຮັກຄົນທີ່ບໍ່ສາມາດເບິ່ງແຍງໂຕເອງ ຫຼື ຮັກໂຕຂອງເຂົາເອງໄດ້.

ຄົນທີ່ຈະຮັກ ແລະ ໃຊ້ຊີວິດຄູ່ໄດ້ ເຂົາຄົນນັ້ນຕ້ອງມີຄວາມສາມາດໃນການເຕີມເຕັມໃຫ້ກັບໂຕເອງ ແລະ ຮັກໂຕເອງໄດ້ ເຊັ່ນດຽວກັນກັບເຮົາ, ເຂົາຄົນນັ້ນ ຈະຕ້ອງມີຄວາມຮັບຜິດຊອບ ແລະ ເປັນຜູ້ໃຫຍ່ຫຼາຍພໍ ໃນການຈັດການຊີວິດສ່ວນໂຕຂອງເຂົາໃນຊີວິດຈິງ, ມັນບໍ່ແມ່ນຄືຢູ່ໃນລະຄອນ ທີ່ຈະຕ້ອງຈົບລົງແບບ happy ending ສະເໝີໄປ, ຊີວິດຄູ່ມີສ່ວນປະກອບຫຼາຍກວ່າພຽງແຕ່ຄວາມຮັກ ຈົ່ງຢ່າຄາດຫວັງວ່າເຂົາຈະປ່ຽນແປງ ເພາະຄວາມຄາດຫວັງນັ້ນລະ ຈະເຮັດໃຫ້ເຮົາເປັນທຸກ.

ຖ້າເຮົາຍັງຄົງຮັກເຂົາຫຼາຍ ໃຫ້ຖາມໂຕເອງວ່າ ຖ້າເຂົາຈະເປັນແບບນີ້ ໂດຍບໍ່ສາມາດປ່ຽນແປງອັນໃດໄດ້ເລີຍ ເຮົາຈະສາມາດຮັກເຂົາແບບທີ່ເຂົາເປັນໂດຍທີ່ບໍ່ມີເງື່ອນໄຂໃດໆ ໄດ້ ຫຼື ບໍ່, ແຕ່ທ່ານເຊື່ອບໍ່ວ່າ ຖ້າທ່ານຢາກມີຊີວິດທີ່ປະສົບຄວາມສຳເລັດຢ່າງທີ່ທ່ານຕັ້ງໃຈໄວ້ ປແລະ ທ່ານຮັກໂຕເອງຫຼາຍພໍ ທ່ານຈະເລືອກຄົນທີ່ພ້ອມຈະເດີນທາງໄປຫາຈຸດໝາຍກັບທ່ານ ແທນທີ່ຈະເປັນຄົນທີ່ເຮັດໃຫ້ທ່ານຮູ້ສຶກເມື່ອຍ ແລະ ຄອຍແຕ່ປະຄອງເຂົາໄປຕະຫຼອດທາງ.

3. ຄຳຖາມ ທີ່ທ່ານຄວນລອງຖາມໂຕເອງເບິ່ງກ່ອນ ສຳລັບການເລືອກຄູ່ຊີວິດຂອງເຮົາ.

  • ເຂົາເຫັນຄຸນຄ່າຂອງທ່ານຊ່ຳໃດ?
  • ເຂົາໃຫ້ກຽດທ່ານຊ່ຳໃດ?
  • ເຂົາໃຫ້ຄວາມສຳຄັນກັບທ່ານຊ່ຳໃດ?
  • ເຂົາໃຫ້ຄວາມໃສ່ໃຈ ແລະ ສົນໃຈໃນຊີວິດທ່ານຫຼາຍຊ່ຳໃດ?
  • ເວລາທີ່ທ່ານທຸກໃຈ ຫຼື ເສົ້າໃຈ ເຂົາຮູ້ສຶກຮ່ວມໄປກັບທ່ານ ຫຼື ບໍ່?
  • ເຂົາເຮັດໃຫ້ທ່ານຮູ້ສຶກວ່າເປັນຄົນສຳຄັນ ຫຼື ບໍ່?
  • ການກະທຳຂອງເຂົາ ກົງກັບຄຳເວົ້າຂອງເຂົາ ຫຼື ບໍ່?
  • ຂໍ້ດີທີ່ເຂົາມີ ລົບລ້າງຂໍ້ເສຍຂອງເຂົາໄດ້ ຫຼື ບໍ່?
  • ຖ້າເຂົາບໍ່ປ່ຽນແປງອັນໃດເລີຍ ທ່ານຈະຮັກ ແລະ ຍອມຮັບ ໃນແບບທີ່ເຂົາເປັນ ໄດ້ ຫຼື ບໍ່?

ລອງຕອບຄຳຖາມເຫຼົ່ານີ້ດດ້ວຍຄວາມຊື່ສັດກັບໂຕເອງເບິ່ງ ລອງຊັ່ງຊາລະຫວ່າງການທີ່ເຮົາທົນຕໍ່ໄປ ຫຼື ຕັດສິນໃຈຍ່າງອອກມາ ວ່າແບບໃດດີຕໍ່ອະນາຄົດຂອງທ່ານ ບໍ່ມີຄວາມສຳພັນໃດທີ່ສົມບູນແບບຢູ່ໃນລູກນີ້ ແຕ່ກຢ່າງໃດກໍຕາມ ຄູ່ຊີວິດຖືວ່າມີຜົນຕໍ່ຊີວິດຂອງເຮົາ ຖ້າເຮົາບໍ່ສາມາດມີສຸຂະພາບຈິດໃຈທີ່ປົກກະຕິ ເພາະເມົາແຕ່ມີຄວາມຄວາມທຸກ ແລະ ກັງວົນກັບຄູ່ຊີວິດຂອງເຮົາຈະບໍ່ມີແຮງກາຍ ແລະ ແຮງໃຈ ໃນການນຳຊີວິດຂອງເຮົາກ້າວໄປຂ້າງໜ້າກໄດ້ເລີຍ.

ພື້ນຖານຄວາມສຳພັນທີ່ດີ ຕັ້ງຢູ່ເທິງຄວາມເຊື່ອໃຈ, ການໃຫ້ກຽດ ເຊິ່ງກັນ ແລະ ກັນ ແລະ ຄວາມຮູ້ສຶກທີ່ໝັ້ນຄົງ, ປອດໄພ ທັງທາງກາຍ ແລະ ຈິດໃຈ. ຖ້າເຮົາຮັກໂຕເອງ ແລະ ເຫັນຄຸນຄ່າຂອງໂຕເອງຫຼາຍພໍ ເຮົາຈະແຍກໄດ້ວ່າ ອັນໃດດີ ຫຼື ບໍ່ດີກັບເຮົາ ຫວັງວ່າ ນີ້ຈະເປັນສິ່ງທີ່ຊ່ວຍໃຫ້ທ່ານໄດ້ຄິດທົບທວນໃນບາງສິ່ງບາງຢ່າງ ເພື່ອໂຕທ່ານເອງ ບໍ່ຫຼາຍກໍໜ້ອຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.