ພະຍາດ ທີ່ມາກັບປາດິບ

ທຸກມື້ນີ້ ຄົນນິຍົມກິນປາດິບຫຼາຍຂຶ້ນ ໂດຍສະເພາະໃນເມືອງໃຫຍ່ ທີ່ໄດ້ຮັບອິດທິພົນຂອງອາຫານຍີ່ປຸ່ນ ເຊັ່ນ ເຂົ້າປັ້ນຊູຊິ, ຊາຊິມິ ທີ່ມີປາດິບເປັນສ່ວນປະກອບ. ປາດິບທີ່ຄົນມັກກິນກໍມີ 2 ຊະນິດ ຄື ປານຳ້ຈືດ ແລະປາທະເລ ຊຶ່ງປາ 2 ຊະນິດມີເຊື້ອໂຣກທີ່ແອບແຝງມາທີ່ແຕກຕ່າງກັນ.

  1. ປາດິບນຳ້ຈືດ: ອາດພົບພະຍາດບາງຊະນິດແອບແຝງມາ ເຊັ່ນ ພະຍາດແມ່ທ້ອງແປ-ກົມ, ພະຍາດໃບໄມ້ໃນຕັບ ແລະພະຍາດໃບໄມ້ໃນລຳ້ໄສ້.
  2. ປາທະເລ: ອາດພົບໂຕອ່ອນຂອງພະຍາດອະນິຊາຄິດ ແຕ່ຢູ່ໃນປານຳ້ເຄັມ ຈະພົບພະຍາດໜ້ອຍກວ່າປານຳ້ຈືດ ແລະມີຄວາມຮຸນແຮງໜ້ອຍກວ່າ. ປາດິບທີ່ນຳມາປະກອບອາຫານຍີ່ປຸ່ນ ມັກຈະເຮັດມາຈາກປານຳ້ເຄັມ.

ກິນປາແບບໃດ ເພື່ອຫຼີກເວັ້ນຈາກພະຍາດ?

  • ກ່ອນອື່ນຕ້ອງໃຫ້ແນ່ໃຈກ່ອນວ່າ ປາດິບທີ່ນຳມາເຮັດອາຫານນັ້ນເປັນປາທະເລ ເພາະບາງຄັ້ງຜູ້ທີ່ຮູ້ເທົ່າບໍ່ເຖິງການນຳເອົາປານຳ້ຈືດຫຼາຍຊະນິດມາເຮັດອາຫານ ເຮັດໃຫ້ເກີດພະຍາດແມ່ທ້ອງ, ພະຍາດໃບໄມ້ໃນຕັບ ຫຼື ພະຍາດໃບໄມ້ໃນລຳໄສ້ຊຶ່ງມີຄວາມຮຸນແຮງຫຼາຍກວ່າ.
  • ການແຊ່ແຂງໃນອຸນຫະພູມຕຳ່ກວ່າ -35 ອົງສາ ຢ່າງໜ້ອຍ 15 ຊົ່ວໂມງ ຫຼື ຕຳ່ກວ່າ -20 ອົງສາ ຢ່າງໜ້ອຍ 7 ມື້ ຫຼື ຜ່ານຄວາມຮ້ອນຫຼາຍກວ່າ 60 ອົງສາ ຢ່າງໜ້ອຍ 5 ນາທີ ກ່ອນຈະນຳໄປປະກອບອາຫານ ເພື່ອເຮັດໃຫ້ພະຍາດຊະນິດນີ້ຕາຍໄດ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...