ຊົນເຜົ່າລື້! ກັບວັດທະນະທໍາການນຸ່ງຖື

“ຊົນເຜົ່າລື້” ແມ່ນໜຶ່ງໃນ 50 ຊົນເຜົ່າຂອງ ລາວ ແລະ ເປັນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບ ຊົນເຜົ່າລາວ ໂດຍສະເພາະ ແມ່ນການນຸ່ງຖືທີ່ມີລວດລາຍ ແລະ ສີສັນທີ່ແຕກຕ່າງກັນໄປ.

ການນຸ່ງຖືຂອງ “ຜູ້ຊາຍເຜົ່າລື້”

ແມ່ນຈະນຸ່ງຖືຄ້າຍຄືກັບ ເຜົ່າໄຕດໍາ ຈະນຸ່ງໂສ້ງສີດໍານໍ້ານິນ ໃຊ້ແພຂາວຄຽນຫົວ, ສໍາລັບໂສ້ງ-ເສື້ອ ທີ່ນຸ່ງໃນຍາມບຸນ ຫຼື ມີງານ ຂາໂສ້ງແຕ່ຫົວເຂົ່າລົງມາຈະມີແຂບ ແລະ ລາຍຖັກແສ່ວໃສ່, ໃນເມື່ອກ່ອນຜູ້ຊາຍ ເຜົ່າລື້ ມີຮີດເກົ້າຜົມ ແລະ ສັກເມິກໃສ່ແຂນ, ຂາ, ແອວ, ບ່ອງຫູ ແລະ ຍ້ອມແຂ້ວ ຊຶ່ງໃນ ປັດຈຸບັນ ນີ້ບໍ່ຄ່ອຍມີໃຫ້ເຫັນແລ້ວ.

ການນຸ່ງຖືຂອງ “ແມ່ຍິງເຜົ່າລື້”

ໃນມື້ທໍາມະດາຈະມັກໃສ່ສິ້ນ ເເລະ ເສື້ອສີດໍາ, ສ່ວນໃນມື້ມີບຸນສິນກິນທານ ແມ່ນຈະນຸ່ງເຄື່ອງທີ່ເປັນແພໄໝສີແດງ, ສີອິດ (ສີຄ້າຍໆດິນຈີ່)… ຊຶ່ງຜູ້ຍິງຊົນເຜົ່າລື້ ແມ່ນນິຍົມກັນນຸ່ງເສື້ອສັ້ນ (ເສື້ອກ້ອມ) ປົກເທິງຫົວສິ້ນເທົ່ານັ້ນ! ໂດຍສິ້ນຈະມີສອງປະເພດຄື ສິ້ນທົ່ວໄປ ແມ່ນສິ້ນທີ່ມີຕີນສີດໍາ ໂດຍນັບແຕ່ຫົວເຂົ່າຂຶ້ນໄປເຖິງແອວແມ່ນຈະມີລວດລາຍສະຫຼັບສີສັນ ປະປົນກັນໄປ, ສ່ວນສິ້ນທີ່ນຸ່ງໃນຍາມບຸນ ແມ່ນສິ້ນທີ່ມີສີສັນລວດລາຍ ເຊິ່ງເຄິ່ງກາງຂອງສິ້ນແມ່ນຈະມີສີຂາວ, ສີອິດ ແລະ ຫົວສິ້ນແມ່ນຈະຕໍ່າແພສີເຫຼືອງ ຫຼື ສີແດງ, ໂດຍທົ່ວໄປແລ້ວສິ້ນຂອງ ເຜົ່າລື້ ຈະມີສາມຕ່ອນ ຊຶ່ງຈະມີລວດລາຍ, ສີສັນທີ່ແຕກຕ່າງກັນໄປ.

ນອກຈາກເສື້ອ, ສິ້ນແລ້ວ ເຄື່ອງແຕ່ງກາຍຂອງແມ່ຍິງເຜົ່າລື້ ຍັງມີແຜຄຽນຫົວສີຂາວອີກດ້ວຍ, ພ້ອມກັນນັ້ນ ກໍຍັງນິຍົມພາກັນໃສ່ປອກແຂນ, ປອກຄໍ, ເຂັມປັກເກົ້າ, ຕຸ້ມຫູ…ໃນເມື່ອກ່ອນ ຍິງ-ຊາຍ ຈະນິຍົມກັນຍ້ອມແຂ້ວ ຊຶ່ງຄູ່ຮັກບ່າວ-ສາວ ທີ່ມີຄວາມຮັກຕໍ່ກັນ ກ່ອນທີ່ຈະເຂົ້າພິທີແຕ່ງງານ ຈະຕ້ອງໄດ້ເຂົ້າພິທີຍ້ອມແຂ້ວໃຫ້ກັນ ແລະ ກັນກ່ອນ ເພື່ອເປັນສິລິມຸງຄຸນຂອງວັນແຕ່ງງານ.

ເຖິງວ່າ ການເວລາຈະປ່ຽນໄປ ແລະ ອາດເຮັດໃຫ້ຮີດຄອງປະເພນີບາງຢ່າງມີການປ່ຽນແປງໄປນໍາ ແຕ່ສິ່ງໜຶ່ງທີ່ຍັງພົບເຫັນ ແລະ ຍັງສຶບຕໍ່ປະຕິບັດກັນມາເລື້ອຍໆກໍຄື ການນຸ່ງຖືທີ່ເປັນເອກະລັກ ແລະ ການຜະລິດເຄື່ອງນຸ່ງຫົ່ມ ໂດຍສະເພາະ ແມ່ນການຕໍ່າສິ້ນທໍໄໝທີ່ສະແດງໃຫ້ເຫັນເຖິງການອະນຸລັກຮັກສາຮີດຄອງປະເພນີອັນດີງາມໃຫ້ຍັງຄົງຢູ່ສູ່ລູກສູ່ຫຼານ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...