ການກິນໝາກໄມ້ບໍ່ຖືກວິທີ ອາດເກີດບັນຫາທ້ອງອືດຕາມມາໄດ້ ຊຶ່ງໝາກໄມ້ແຕ່ລະຊະນິດຈະຍ່ອຍແຕກຕ່າງກັນ. ການທີ່ເຮົາກິນທຸກຢ່າງພ້ອມກັນ ຫຼື ກິນໝາກໄມ້ທີ່ຍ່ອຍຊ້າ ກໍຈະເຮັດໃຫ້ເກີດແກ໊ດ ແລະອາການທ້ອງອືດໄດ້. ຫຼາຍຄົນມີບັນຫາທ້ອງອືດເວລາກິນໝາກສີດາ ເຖິງວ່າມັນບໍ່ໄດ້ເປັນໂຕການເຮັດໃຫ້ທ້ອງອືດໂດຍກົງກໍຕາມ ແຕ່ບາງຄັ້ງການກິນຜິດເວລາ ຫຼື ກິນລວມກັບອາຫານທີ່ຍ່ອຍບໍ່ຄືກັນ ກໍຈະເຮັດໃຫ້ສີດາຍ່ອຍບໍ່ໄດ້ດີ ແລະເກີດແກ໊ດຂຶ້ຶນ. ວິທີກິນສີດາທີ່ຈະເຮັດໃຫ້ອາການທ້ອງອືດຫາຍໄປ ມີດັ່ງນີ້:

1. ກິນຕອນທ້ອງວ່າງ ທີ່ບໍ່ລວມກັບອາຫານ ແລະກິນກ່ອນອາຫານ 40 ນາທີ ເປັນຢ່າງໜ້ອຍ.
2. ຫຍຳ້ໃຫ້ລະອຽດ ເພື່ອງ່າຍຕໍ່ຂະບວນການຍ່ອຍ.
3. ຕັດແກ່ນອອກ ຫຼື ຖ້າກິນແບບບໍ່ປອກເປືອກ ແລ້ວຮູ້ສຶກທ້ອງອືດ ຄັ້ງຕໍ່ມາໃຫ້ປອກເປືອກ.
4. ການນຳໄປປັ່ນ ສາມາດຊ່ວຍໃຫ້ສີດາຍ່ອຍງ່າຍຂຶ້ນໄດ້ ໂດຍສະເພາະປັ່ນລວມກັບນຳ້ຂີງ ຊຶ່ງມີສັບພະຄຸນຊ່ວຍຂັບລົມ ຍິ່ງຊ່ວຍຫຼຸດອາການທ້ອງອືດໄດ້ດີ. ທ່ານອາດຈະດປັ່ນກິນທຸກໆເຊົ້າລວມກັບ ໝາກກ້ວຍ, ຜັກ ແລະຂີງກໍໄດ້.
#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.