ຄໍາພິທຳມະສາດນີ້ ເປັນກົດຫມາຍພື້ນການ ຂອງປະເທດທີ່ບັບທີ່ພຸດທະສາດສະຫນາ ນິກາຍຫິນະຍານ ໃນສະໄໝບູຮານ ທຸກປະເທດ ເພາະກໍເອົາສີນ 5 ເປັນຫຼັກການໃຫຍ່ ໂດຍແບ່ງອອກເປັນ 5 ບັນຄື: ບັ້ນປານາຕິບາດ, ບັ້ນອະທິນນາທານ, ບັ້ນເມສຸມິດສາຈານ, ບັ້ນມຸສາວາດ ແລະ ບັ້ນສຸຣາເມໄລ.
ໃນຄຳພີ ທໍາມະສາດລາວ ສະບັບຫໍສະຫມຸດແຫ່ງຊາດວຽງຈັນ ທີ່ກວດເຫັນແຕ່ຜູກຕົ້ນ ນອກນັ້ນບໍ່ຮູ້ວ່າເສຍຫາຍໄປທາງໃດ ມີເລື່ອງເປັນທີ່ໜ້າສົນໃຈ ຄືຕົວຢ່າງພະຣາຊະສານ ທີ່ສົ່ງໄປຜູກສໍາພັນທະໄມຕີ ກັບປະເທດເພື່ອນບ້ານໃນສະໄໝນັ້ນ ໂດຍບອກແຈ້ງວ່າ ຣາຊະສານໄປກຸງສີອະຍຸດທະຍາ ວ່າແນວນີ້ ໄປກຸງກໍາພູຊາ ວ່າແນວນີ້ ໄປກຸງຫົງສາວະດີ ວ່າແນວນີ້ ສານພະ ຣາຊິນີ ວ່າແນວນີ້ ສານມະຫາອຸປະຮາດ ວ່າແນວນີ້ ແລະ ສານສົມເດັດພະສັງຄະຮາດ ວ່າແນວນີ້ ໃນຄໍາຂຶ້ນຕົ້ນ ແລະ ລົງທ້າຍ ສ່ວນໃຈຄວາມນັ້ນສຸດແລ້ວແຕ່ວັດຖຸປະສົງ ອັນນີ້ສະແດງໃຫ້ເຫັນວ່າ ໃນສະໄໝນັ້ນ ມີລະບຽບທໍານຽມ ແລະ ວັດທິນະທຳທີ່ເປັນລາຍລັກອັກສອນສູງທີ່ສຸດ ແຕ່ເປັນທີ່ໜ້າເສຍດາຍ ເພາະເສັຍຫາຍໄປຫຼາຍຜູກ ທີ່ຍັງເຫຼືອກໍຊໍາຣຸດຂາດຫ້ຽນເປັນສ່ວນຫຼາຍ ແລະ ຍັງບໍ່ພົບສະບັບທີ່ສົມບູນ.
ການຈັດແບ່ງກົດໝາຍອອກເປັນ 5 ບັ້ນ ຕາມສິນ 5 ຫ້າຂໍ້ນັ້ນ ເພິ່ນອະທິບາຍໄວ້ວ່າ:
- ບັ້ນປານາຕິບາດ: ເວົ້າເຖິງໂທດອາຍາ, ການປຸ້ນສະດົມ, ການຂ້າ, ການຕີ ແລະ ການທຳຮ້າຍຮ່າງກ່ຍເປັນຕົ້ນ.
- ບັ້ນອະທິນນາທານ: ເວົ້າເຖິງການ ລັກການຂະໂມຍ ສ່ວນຫຼາຍທຽບໃສ່ອະວຍະວະຫານ 25 ຂອງວິໄນພະພິກຂຸ.
- ບັ້ນເມສຸມິດສາຈານ: ເວົ້າເຖິງລັດສະນະກົດໝາຍຄອບຄົວ, ການແຕ່ງດອງ, ການປະຮ້າງ, ການຫຼີ້ນຊູ້ສູ່ສາວ ແລະ ການຂົ່ມຂືນຊໍາເຣົາເປັນຕົ້ນ.
- ບັ້ນມຸສາວາດ: ເວົ້າເຖິງການສໍ້ໂກງຫຼອກລວງ, ຍົວະເຍົ້າເອົາຊັບສິນ ແລະ ລ່ວງເກີນສິດອະທິປະໄຕຂອງບຸນຄົນເປັນຕົ້ນ.
- ບັ້ນສຸຣາເມໄລ: ເວົ້າເຖິງຄວາມມົວເມົາ, ປະມາດ, ກະທຳຄວາມຜິດ ຫຼື ລ່ວງເກີນຜູ້ອື່ນ.