Friday, March 21, 2025

ບັນຫາເລື່ອງກ້ວຍໆ ທີ່ມັກຈະບໍ່ຈົບພຽງຄວາມສຸກ

ຊ່ວງເທດສະການກຸດຈີນ ໝາກໄມ້ມົງຄົນອີກຢ່າງໜຶ່ງທີ່ຕ້ອງມີທຸກຖາດໄຫວ້ເຈົ້ານັ້ນກໍຄື “ໝາກກ້ວຍ” ດ້ວຍຄວາມທີ່ຕົ້ນກ້ວຍອອກໝາກເປັນເຄືອຫວີ ຄືກັບຄອບຄົວທີ່ອຸດົມສົມບູນ, ການໄຫວ້ເຈົ້າດ້ວຍກ້ວຍ ຈຶ່ງເປັນການອວຍພອນໃຫ້ຄອບຄົວມີຄວາມສຸກ, ຈະເລີນຮຸ່ງເຮືອງ ສຳລັບກ້ວຍທີ່ນິຍົມນຳມາໄຫວ້ໃນປັດຈຸບັນ ກໍຄື “ກ້ວຍຫອມ” ເຊິ່ງມີລາຄາຖືກກວ່າກ້ວຍທົ່ວໄປ ແລ້ວກໍຕ້ອງຊື້ມາຕອນທີ່ເປືອກກ້ວຍຍັງເປັນສີຂຽວ ເພື່ອບໍ່ໃຫ້ມັນສຸກເກີນໄປໃນມື້ໄຫວ້ເຈົ້າ.

ແຕ່ບັນຫາທີ່ຈະເກີດຂຶ້ນຈາກນີ້! ນັ້ນກໍຄື ຫຼັງຈາກມື້ໄຫວ້ເຈົ້າໄປແລ້ວ ກ້ວຍຍັງບໍ່ຍອມເຫຼືອງ ແລ້ວຕົກລົງວ່າກ້ວຍສີຂຽວນີ້ຈະສຸກຕອນໃດ? ຈະສຸກບໍ່? ແລະ ຖ້າບໍ່ປ່ຽນເປັນສີເຫຼືອງ ແປວ່າຍັງດິບຢູ່ແມ່ນບໍ່?

ເລື່ອງແບບນີ້, ຖ້າເຮົາເຫັນວ່າກ້ວຍກາຍເປັນສີຂຽວອ່ອນ ຫຼື ເຫຼືອງນວນຂຶ້ນມາຈັກໜ່ວຍສອງໜ່ວຍ ກໍຄົງບໍ່ເປັນບັນຫາ, ແຕ່ທີ່ເປັນບັນຫາກໍຄື ຢູ່ທີ່ບ້ານບໍ່ມີກ້ວຍຫອມຫວີອື່ນໃຫ້ປຽບທຽບ ແລະ ໃນຫວີດຽວກັນນັ້ນ ກໍສີຄືກັນໝົດທຸກໜ່ວຍ ເຮັດໃຫ້ຫຼາຍໆ ຄັ້ງເຮົາມັກພົບວ່າກ້ວຍສຸກເລະແລ້ວທັງທີ່ເປືອກ ຍັງມີສີຂຽວຢູ່ ຈຶ່ງຈຳເປັນຕ້ອງຖິ້ມກ້ວຍໄປຢ່າງໜ້າເສຍດາຍ.

ແຕ່ເພື່ອແກ້ໄຂບັນຫາເລື່ອງກ້ວຍໆ ນີ້ ເຮົາມີຈຸດສັງເກດກ້ວຍໄຫວ້ເຈົ້າມາຝາກ ເພື່ອໃຫ້ທຸກຄົນໄດ້ກິນກ້ວຍທີ່ສຸກຄົບທຸກໜ່ວຍ.

ກ້ວຍສຸກຂຽວ ແມ່ນກ້ວຍຫຍັງ?

ລຳດັບທຳອິດທີ່ຄົນນິຍົມກ້ວຍຫອມຈະຕ້ອງຮູ້ຄື ກ້ວຍທີ່ຂຽວນັ້ນ ມີທັງແບບສຸກຂຽວ ແລະ ຂຽວແບບບໍ່ມີວັນສຸກ ເຊິ່ງຫຼັງຈາກການຕັດກ້ວຍຂະນະຍັງອ່ອນໂດຍເບິ່ງໄດ້ຈາກຫຼ່ຽມທາງຍາວຂອງໝາກກ້ວຍທີ່ຍັງຄົມຢູ່ ແລະ ໜ່ວຍມີຂະໜາດນ້ອຍ ເຊິ່ງຈະຂ້າມໄປເໜົ່າເລີຍ ສ່ວນວິທີຫຼີກຫຼ່ຽງກ້ວຍອ່ອນ ກໍຄືເບິ່ງທີ່ໜ່ວຍໝາກກ້ວຍທີ່ມີຄວາມໂຄ້ງມົນ ສະແດງໃຫ້ເຫັນເຖິງກ້ວຍທີ່ມີຄວາມແກ່ ແລະ ໃກ້ສຸກແລ້ວ.

ສຳລັບກ້ວຍສຸກຂຽວນັ້ນ, ຫາກບໍ່ແມ່ນເພາະຄວາມຜິດພາດທາງດ້ານສາຍພັນ ຫຼື ອຸນຫະພູມທີ່ບໍ່ເໝາະສົມ ເຮົາສາມາດລະບຸໃນເບື້ອງຕົ້ນໄດ້ກ່ອນເລີຍວ່າ ໜ້າຈະເປັນກ້ວຍຫອມພັນ ຄາເວນດິຊ (Cavendish) ຫຼື ກ້ວຍຫອມຂຽວ ເຊິ່ງທົ່ວໂລກນິຍົມປູກເພື່ອສົ່ງອອກ ໂດຍສະເພາະສົ່ງໄປປະເທດຈີນ, ເພາະຈະໃຫ້ໝາກດົກ, ໜ່ວຍໃຫຍ່, ມີເປືອກໜາ, ເປືອກມີສີຂຽວ ຫຼື ຂຽວອ່ອນ, ມີຄວາມຂຽວຄົງທົນ, ເນື້ອທາງດ້ານໃນມີຄວາມແໜ້ນ ແຕ່ສັງເກດຍາກເມື່ອສຸກ ເຮັດໃຫ້ກວ່າຈະຮູ້ວ່າສຸກກໍເປືອກດຳແລ້ວ ແປວ່າທາງດ້ານໃນເລະແລ້ວ.

ສ່ວນກ້ວຍຫອມອີກຊະນິດໜຶ່ງທີ່ນິຍົມເຊັ່ນກັນ ຄືກ້ວຍ ກຣອສມິເຊລ (Gros Michel) ຫຼື ກ້ວຍຫອມທອງ ເມື່ອມັນສຸກແລ້ວຈະປ່ຽນສີເປັນສີເຫຼືອງ ເປັນພັນທີ່ບໍ່ມີບັນຫາໃນການສັງເກດວ່າສຸກແລ້ວ ແຕ່ຈະມີບັນຫາຢູ່ທີ່ການເກັບມ້ຽນໄວ້ໃຫ້ປອດໄພ ແລະ ຈັດສົ່ງ ເພາະວ່າເປືອກຂອງມັນມີຄວາມບາງກວ່າ ແລະ ຊ້ຳງ່າຍກວ່າ.

ແລ້ວເຮົາຈະຮູ້ໄດ້ແນວໃດວ່າ ເຮົາມີກ້ວຍຫອມຂຽວ ຫຼື ກ້ວຍຫອມທອງ?

ໃນຕອນທີ່ກ້ວຍຍັງຂຽວຢູ່ ຖ້າບໍ່ເອົາມາວາງທຽບກັນ ຈະພົບວ່າ ການແຍກຄວາມແຕກຕ່າງຂອງກ້ວຍ 2 ສາຍພັນນີ້ ໄດ້ຍາກຫຼາຍ, ໂດຍຊາວກະສິກອນມັກໃຫ້ເບິ່ງທີ່ປາຍຂອງໝາກກ້ວຍ ຖ້າຫາກວ່າພູ່ທີ່ປາຍໝາກກ້ວຍເປັນແຜ່ນຄ້າຍຄືໃບຕອງ ຈະເປັນກ້ວຍຫອມຂຽວ, ແຕ່ຖ້າເຮົາຊື້ມາ ພູ່ບໍລິເວນດັ່ງກ່າວມັກຫຼຸດອອກໝົດແລ້ວ ຫຼື ຖືກຮ້ານຕັດອອກເພື່ອຄວາມສວຍງາມ.

ດັ່ງນັ້ນ, ຖ້າບໍ່ມີປ້າຍບອກຊື່ສາຍພັນກ້ວຍ ກໍເຫຼືອພຽງການສັງເກດດຽວທີ່ພໍເຮັດໄດ້ ຄືລອງສຳພັດທີ່ເປືອກຂອງກ້ວຍຫອມວ່າ ໜາ ຫຼື ບາງ ຫຼື ເບິ່ງທີ່ປາຍຂອງໝາກກ້ວຍວ່າ ຝຫຍ່ ຫຼື ນ້ອຍ ໂດຍກ້ວຍຫອມຂຽວ ຈະມີເປືອກໜາ ແລະ ມີປາຍຂອງໜ່ວຍທີ່ໃຫຍ່ກວ່າ.

ສຸດທ້າຍ ຖ້າຍັງບໍ່ສາມາດສັງເກດໄດ້ວ່າເປັນພັນຫຍັງ ສິ່ງທີ່ເຮັດໄດ້ກໍຄື ໝັ່ນມາຈັບເບິ່ງໝາກກ້ວຍທຸກມື້ວ່ານຸ້ມຂຶ້ນແດ່ ຫຼື ບໍ່ ຖ້າກ້ວຍມີຄວາມນຸ້ມຂຶ້ນ ໂດຍທີ່ສີຂອງເປືອກຍັງຂຽວຢູ່ ກໍມີຄວາມເປັນໄປໄດ້ສູງວ່າ ເປັນກ້ວຍຫອມຂຽວ ແລະ ການພິສູດຂັ້ນຕໍ່ໄປແມ່ນຕັກເອົາກ້ວຍໜ່ວຍນັ້ນອອກມາຊິມເບິ່ງ.

ສະຫຼຸບວ່າ ຕ້ອງຂຽວຈົນມີຄວາມຄວາມສຸກ?

ສຳລັບຄົນທີ່ເມື່ອຍຈຸລຸ້ນ ຫຼື ວຸ້ນໃຈທີ່ຈະລໍຖ້າຄວາມສຸກ ທາງອອກທີ່ດີ ທີ່ໃຊ້ກັນທົ່ວໄປກໍຄືການ “ບົ່ມ” ໂດຍອາໄສຮໍໂມນໝາກໄມ້ສຸກທີ່ມີຢູ່ໃນບ້ານ ເຊັ່ນ: ໝາກເລັ່ນ ເອົາມາເກັບໄວ້ຮ່ວມກັບ ໝາກກ້ວຍຫອມ ຢູ່ໃນກ່ອງທີ່ປິດໄວ້ຢ່າງມິດຊິດ ແລະ ຕັ້ງໄວ້ໃນບ່ອນທີ່ອຸນຫະພູມສູງຈັກໜ່ອຍ ເພື່ອເລັ່ງຮໍໂມນຈາກໝາກໄມ້ສຸກອອກມາໃຫ້ຫຼາຍໆ.

ແຕ່ວິທີດັ່ງກ່າວ ຈະໄດ້ຜົນກັບໝາກກ້ວຍຫອມທອງຫຼາຍກວ່າ ເຊິ່ງໃນກໍລະນີນີ້ ກ້ວຍຫອມທອງມັກຈະສຸກເຫຼືອງງາມໃຫ້ເຫັນ ຈາກອຸນຫະພູມ ໃນບ້ານເຮົາກຳລັງສູງຂຶ້ນຕາມລະດູການ, ໃນຂະນະທີ່ກ້ວຍຫອມຂຽວນັ້ນ ອຸນຫະພູມສູງເຮັດໃຫ້ດ້ານໃນໝາກກ້ວຍສຸກກໍຈິງ ແຕ່ສີຂອງເປືອກຈະຍັງຂຽວຄືເກົ່າ.

ການເຮັດໃຫ້ສີຂອງເປືອກກ້ວຍຫອມຂຽວປ່ຽນສີເປັນສີເຫຼືອງ ເພື່ອສະແດງສະຖານະຄວາມສຸກໄດ້ນັ້ນ ເຮົາຕ້ອງເຮັດດ້ວຍວິທີທີ່ກົງກັນຂ້າມກັນ ນັ້ນກໍຄື ເອົາກ້ວຍຫອມຂຽວເກັບໄວ້ໃນບ່ອນທີ່ເຢັນ ອຸນຫະພູມຕ່ຳກວ່າ 14 ອົງສາເຊ ເຊິ່ງເຮົາເກັບໄວ້ໃນຫ້ອງແອ ຫຼື ຫໍ່ເຈ້ຍໃຫ້ມິດຊິດ ແລ້ວເກັບໄວ້ໃນບ່ອນທີ່ເຢັນທີ່ສຸດຂອງບ້ານ ໂດຍຫຼີກຫຼ່ຽງການຖືກແສງແດດ ແລ້ວເປີດເບິ່ງພຽງມື້ລະຄັ້ງກໍພໍ.

ສຳລັບໃນທາງການຄ້ານັ້ນ, ກ້ວຍຫອມຂຽວ ທີ່ຖືກນຳເຂົ້າມາຈາກຕ່າງປະເທດ ຈະຖືກນຳເຂົ້າຫ້ອງບົ່ມຂະໜາດໃຫຍ່ ທີ່ຮັກສາອຸນຫະພູມໃຫ້ຕ່ຳກວ່າ 14 ອົງສາເຊັ່ນກັນ ເພື່ອເຮັດໃຫ້ເປືອກກາຍເປັນສີເຫຼືອງງາມ ກ່ອນນຳໄປວາງຈຳໜ່າຍແບບພ້ອມຮັບປະທານ.

ດັ່ງນັ້ນ, ທຸກຄົນອາດຈະໄດ້ຄຳຕອບແລ້ວວ່າ ເຫດຜົນທີ່ກ້ວຍຫອມທີ່ນຳມາວາງຈຳໜ່າຍໃນຊ່ວງເທດສະການກຸດຈີນນັ້ນ ບໍ່ຍອມເຫຼືອງເມື່ອສຸກ ກໍເປັນໄປໄດ້ວ່າ ຈະເປັນກ້ວຍຫອມຂຽວທີ່ບໍ່ຜ່ານການບົ່ມໃຫ້ເຫຼືອງ ເຊິ່ງເລື່ອງປະໂຫຍດໃນທາງການຄ້າທີ່ເຮົາຈະບໍ່ເລືອກຊື້ກ້ວຍເຫຼືອງມາເກັບໄວ້ຖ້າມື້ໄຫວ້ເຈົ້າ ນັ້ນເອງ.

ຫວັງວ່າປີນີ້ ທຸກຄົນທີ່ໄດ້ຮັບກ້ວຍຫອມຂຽວໆ ຈາກມື້ໄຫວ້ເຈົ້າເທດສະການກຸດຈີນ ທີ່ມີຄວາມສຸກອັນຫອມຫວານກັນເນາະ!

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່