Saturday, November 15, 2025
Kbank Laos โอน รับ จ่าย

ຜ່ອນຄາຍແບບປະຢັດ

ຄວາມຄຽດເກີດຂຶ້ນໄດ້ຫຼາຍສາເຫດ ເຊັ່ນ ການເຮັດວຽກ, ສະພາບແວດລ້ອມ, ບັນຫາໃນຄອບຄົວ, ສະພາບເສດຖະກິດ, ການເງິນ, ບັນສາສຸຂະພາບ, ບັນຫາທາງສັງຄົມ ແລະການເມືອງ. ສິ່ງທີ່ຄວນຮູ້ ກໍຄື ຄວາມຄຽດ ເປັນບໍ່ເກີດຂອງໂຣກຫຼາຍຊະນິດ ເຊັ່ນ ຄວາມດັນເລືອດ, ໂຣກຫົວໃຈ, ມະເຮັງ ແລະໂຣກອື່ນໆ.

ຜູ້ຊາຍບາງກຸ່ມ ມັກຜ່ອນຄາຍຄວາມຄຽດດ້ວຍການດື່ມສິ່ງມຶນເມົາ, ສູບຢາ, ທ່ຽວຫຼິ້ນ; ຜູ້ຍິງບາງຄົນ ກໍຜ່ອນຄາຍຄວາມຕຶງຄຽດແບບນິ້ຄືກັນ. ສະນັ້ນ ເຮົາລອງມາຊ່ວຍກັນຫາວິທີຄາຍຄຽດແບບປະຢັດ ແລະໄດ້ຜົນດີ ດັ່ງຕໍ່ໄປນີ້:

  • ຄິດໃນທາງບວກ: ເກືອບ 90%ຂອງຄວາມຕຶງຄຽດ ເກີດຈາກຄວາມຄິດໃນດ້ານລົບ ແລ້ວພາເຮັດໃຫ້ບໍ່ສະບາຍໃຈ. ໃນທາງກົງກັນຂ້າມ ຖ້າເຮົາພະຍາຍາມປັບທັດສະນະຄະຕິເບິ່ງໂລກໃນແງ່ບວກ, ເຊື່ອໝັ້ນໃນການເຮັດຄວາມດີ, ບໍ່ມີສິ່ງໃດທີ່ແກ້ໄຂບໍ່ໄດ້ ຖ້າເຮົາຕັ້ງໃຈ ແລະພະຍາຍາມທີ່ຈະແກ້ໄຂ ຄວາມຕຶງຄຽດ ກໍຈະຫຼຸດລົງ ແລ້ວເຮົາກໍຈະສະບາຍໃຈຂຶ້ນ.
  • ຮູ້ຈັກຜ່ອນຄາຍ: ບາງເວລາຂອງການເຮັດວຽກ ເຮົາອາດມີວຽກຮີບດ່ວນ ຫຼື ເຄັ່ງຄຽດຫຼາຍຢ່າງ, ຈົ່ງພະຍາຍາຍາມຜ່ອນຄາຍໃຫ້ສະໝອງໄດ້ຢຸດພັກແດ່ ໂດຍຫັນຄວາມສົນໃຈໄປຫາສິ່ງອື່ນ, ລະສາຍຕາຈາກໜ້າຈໍຄອມພິວເຕີ່ທີ່ນັ່ງຈ້ອງມາເຄິ່ງມື້ ແລ້ວເບິ່ງທ້ອງຟ້າ ຫຼື ຕົ້ນໄມ້ສີຂຽວແດ່, ຍ່າງອອກໄປຫານຳ້ມາດື່ມ ເພື່ອໃຫ້ຮູ້ສຶກສົດຊື່ນ ແລະຫຼຸດຄວາມອິດເມື່ອຍ ເມື່ອກັບມາເຮັດວຽກຕໍ່ ຈະຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນໂດຍບໍ່ຄຽດຈົນເກີນໄປ.
  • ຫຼຸດຜ່ອນຄວາມຫຍຸ້ງຍາກ ເພື່ອຊ່ວຍໃນການຕັດສິນໃຈ: ຄົນເຮົາຕຳແໜ່ງຍິ່ງສູງ ຄວາມຕຶງຄຽດກໍສູງຕາມໄປນຳ ເພາະໜ້າທີ່ຄວາມຮັບຜິດຊອບຫຼາຍຂຶ້ນ ຕ້ອງຕັດສິນໃຈເກືອບທຸກເລື່ອງ ຊຶ່ງບາງເລື່ອງອາດກາຍເປັນສິ່ງເສຍຫາຍໄດ້. ດັ່ງນັ້ນ ການຮູ້ຈັກຜ່ອນຄາຍຄວາມຫຍຸ້ງຍາກ ດ້ວຍການໄປອອກກຳລັງກາຍ ຫຼື ຫາເວລາພັກຜ່ອນເບິ່ງເດີ່ນຫຍ້າ ຫຼື ຕົ້ນໃນອ້ອມຮອບເຮືອນ ເພື່ອໃຫ້ຄາຍຄຽດຈາກວຽກ ຫຼື ອອກຈາກການຟັງຂ່າວທີ່ຕຶງຄຽດ ມາຟັງເພງເບົາໆຈະຊ່ວຍໃຫ້ຈິດໃຈສະຫງົບ ແລ້ວຈະເຮັດໃຫ້ການຕັດສິນໃຈໃນເລື່ອງຕ່າງໆ ເປັນໄປດ້ວຍດີ.
  • ຍິ້ມເອົາໄວ້: ເມື່ອໃດກໍຕາມທີ່ຮູ້ສຶກເຄັ່ງຄຽດ ໃຫ້ພະຍາຍາມຍິ້ມເອົາໄວ້ ເພາະເມື່ອເຮົາຍິ້ມ ຄວາມຮູ້ສຶກຈະດີຂຶ້ນ, ຈະຍິ້ມກັບເພື່ອນຮ່ວມງານ ຫຼື ຍິ້ມກັບຄົນທີ່ເຮົາພົບເຫັນ ຊຶ່ງບາງຄັ້ງບໍ່ຈຳເປັນຕ້ອງຮູ້ຈັກກັນມາກ່ອນກໍສາມາດຍິ້ມໃຫ້ກັນໄດ້.
  • ມີສະຕິຢູ່ສະເໝີ: ເຮັດວຽກ ຫຼື ຮັບຟັງທຸກເລື່ອງຢ່າງມີສະຕິ ໃນທີ່ສຸດຈະພົບທາງແກ້ໄຂ ໂດຍບໍ່ຕ້ອງຜ່ານຄວາມຄຽດ. ຫຼາຍຄົນຄຽດເພາະຢາກເປັນແບບທີ່ຄົນອື່ນເປັນ, ຢາກຮັ່ງຢາກມີ, ຢາກໄດ້ຄືແບບທີ່ເຂົາໄດ້, ເຮັດໃຫ້ໂຕເອງຄຽດທີ່ຕ້ອງພະຍາຍາມທຸກວິຖີທາງເພື່ອໃຫ້ໄດ້ແບບຄົນອື່ນ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.