Saturday, April 11, 2026
Kbank Laos โอน รับ จ่าย
-->

ຄົນຮັກລົດຄວນຮູ້! ເລື່ອງໝໍ້ໄຟລົດໃຫຍ່

“ໝໍ້ໄຟ” Battery ແມ່ນຊິ້ນສ່ວນທີ່ເປັນສະເໝືອນບ່ອນເກັບພະລັງງານສຳຮອງຂອງລົດໃຫຍ່ ເຮັດໜ້າທີ່ຈ່າຍໄຟຟ້າໃນການສະຕາດເຄື່ອງຈັກ ລວມເຖິງລະບົບວົງຈອນໄຟຟ້າອື່ນໆ ເຊິ່ງຜູ້ທີ່ໃຊ້ລົດໃຫ້ທຸກຄົນອາດຈະຮູ້ດີວ່າ ໝໍ້ໄຟນັ້ນເປັນອຸປະກອນທີ່ມີອາຍຸການໃຊ້ງານ ເມື່ອເລີ່ມພົບອາການຕ່າງໆເຊັ່ນ: ລົດເລີ່ມຕິດຍາກ, ຕາໄຟລົດຕ່າງໆ ບໍ່ຄ່ອຍແຈ້ງຄືເກົ່າ, ແວ່ນໄຟຟ້າເລື່ອນ ຂຶ້ນ-ລົງ ຊ້າກວ່າປົກກະ ຕິ ແລະ ອື່ນໆ ເຊິ່ງນັ້ນເປັນການສົ່ງສັນຍານເຕືອນເຮົາໃນເບື້ອງຕົ້ນວ່າ ໃກ້ຈະຮອດເວລາປ່ຽນໝໍ້ໄຟໜ່ວຍໃໝ່ແລ້ວ.

ສຳລັບໝໍ້ໄຟລົດໃຫຍ່ມີທັງໝົດ 4 ຊະນິດ ເຊິ່ງມັນແຕກຕ່າງກັນແນວໃດ? ຄົນຮັກລົດຄວນຮູ້ໄວ້:

  • ໝໍ້ໄຟນ້ຳ ຫຼື ໝໍ້ໄຟທຳມະດາ (Conventional Battery)
  • ໝໍ້ໄຟເຄິ່ງແຫ້ງ ຫຼື ແບັດ MF (Maintenance Free)
  • ໝໍ້ໄຟແຫ້ງ SMF (Sealed Maintenance Free)
  • ໝໍ້ໄຟໄຮບຼິດ (Hybrid Battery)
  1. ໝໍ້ໄຟນ້ຳ ຫຼື ໝໍ້ໄຟທຳມະດາ (Conventional Battery):

ຄືໝໍ້ໄຟຊະນິດກົ່ວກົດ ສ່ວນຜະສົມໃນໝໍ້ໄຟຊະນິດນີ້ປະກອບດ້ວຍ ໂລຫະຜະສົມລະຫວ່າງກົ່ວກັບພລວງ ຊຶ່ງໝໍ້ໄຟຊະນິດນ້ຳນີ້ ເໝາະສຳລັບຄົນທີ່ມີເວລາໃນການເບິ່ງແຍງລົດພໍສົມຄວນ ເພາະຕ້ອງໝັ່ນກວດສອບເບິ່ງລະດັບນ້ຳກັ່ນ ແລະ ຕື່ມນ້ຳກັ່ນຢ່າງສະໝ່ຳສະເໝີ ເພື່ອໃຫ້ໝໍ້ໄຟນ້ຳນັ້ນພ້ອມໃຊ້ງານຕະຫຼອດເວລາ.

ຂໍ້ດີ: ມີຄວາມທົນທານຕໍ່ການປະຈຸໄຟເກີນ ແລະ ຄາຍປະຈຸ ມີອາຍຸການໃຊ້ງານຂ້ອນຂ້າງດົນ ແລະ ທີ່ສຳຄັນລາຄາຖືກ.

ຂໍ້ເສຍ: ຕ້ອງຄອຍກວດສອບລະດັບນ້ຳກັ່ນກ່ອນການໃຊ້ງານຢູ່ສະເໝີ ອາດຈະອາທິດໜຶ່ງລະຄັ້ງຂຶ້ນຢູ່ກັບການໃຊ້ງານ ແລະ ຫາກມີການເຄື່ອນຍ້າຍໂຕໝໍ້ໄຟ ຕ້ອງລະມັດລະວັງສານລະລາຍທີ່ອາດຮົ່ວໄຫຼອອກມາໄດ້.

  • ໝໍ້ໄຟເຄິ່ງແຫ້ງ ຫຼື ແບັດ MF (Maintenance Free):

ເປັນໝໍ້ໄຟທີ່ຍັງມີຮູໃຫ້ສາມາດຕື່ມນ້ຳກັ່ນໄດ້ ໝໍ້ໄຟເຄິ່ງແຫ້ງນັ້ນ ເປັນໝໍ້ໄຟທີ່ຍັງຕ້ອງເບິ່ງແຍງຢູ່ສະເໝີ ແຕ່ອາດຈະບໍ່ຕ້ອງເບິ່ງແຍງຫຼາຍເທົ່າກັບໝໍ້ໄຟນ້ຳ ໂດຍໝັ່ນກວດສອບລະດັບນ້ຳກັ່ນປີລະ 1-2 ເທື່ອເທົ່ານັ້ນ, ເນື່ອງຈາກນ້ຳກົດພາຍໃນໝໍ້ໄຟເຄິ່ງແຫ້ງນັ້ນຈະເຂັ້ມກວ່ານ້ຳກົດໃນໝໍ້ໄຟຊະນິດນ້ຳຫຼາຍ ເຮັດໃຫ້ລະເຫີຍອາຍໄດ້ຊ້າກວ່າ.

ຂໍ້ດີ: ບໍ່ຕ້ອງກວດເຊັກ ຫຼື ຄອຍຕື່ມນ້ຳກັ່ນເປັນປະຈຳເທົ່າກັບໝໍ້ໄຟນ້ຳ ເພາະພາຍໃນໝໍ້ໄຟມີການປ້ອງກັນການລະເຫີຍຂອງນ້ຳກັ່ນທີ່ແໜ້ນໜາພໍສົມຄວນ.

ຂໍ້ເສຍ: ເຖິງວ່າຈະບໍ່ຕ້ອງໝັ່ນຕື່ມນ້ຳກັ່ນຢູ່ຕະຫຼອດ ແຕ່ກໍຕ້ອງໝັ່ນກວດເຊັກຢູ່ສະໝ່ຳສະເໝີ ເພາະອາຍຸການໃຊ້ການອາດຈະບໍ່ດົນເທົ່າໝໍ້ໄຟນ້ຳ.

  • ໝໍ້ໄຟແຫ້ງ SMF (Sealed Maintenance Free):  

ເປັນໝໍ້ໄຟທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ເນື່ອງຈາກວ່າໝໍ້ໄຟແຫ້ງນັ້ນ ບໍ່ຈຳເປັນຕ້ອງເບິ່ງແຍງຫຍັງເລີຍ ອາດຈະເໝາະກັບຄົນໃນຍຸກປັດຈຸບັນ ເພາະບໍ່ຕ້ອງຄອຍຕື່ມນ້ຳກັ່ນ ແລະ ໝໍ້ໄຟແຫ້ງນັ້ນ ສາມາດປ່ອຍຖິ້ມໄວ້ໃນສະພາບບໍ່ມີປະຈຸໄຟໄດ້ດົນກວ່າໝໍ້ໄຟທຳມະດາ ໄດຍບໍ່ຕ້ອງສາກໄຟກະຕຸ້ນ.

ຂໍ້ດີ: ເໝາະສຳລັບຜູ້ທີ່ບໍ່ມີເວລາເບິ່ງແຍງລົດ ບໍ່ຕ້ອງກວດເຊັກຕະຫຼອດ, ບໍ່ຕ້ອງຕື່ມນ້ຳກັ່ນ, ໝໍ້ໄຟບໍ່ໝົດ ເຖິງຈະບໍ່ໄດ້ໃຊ້ເປັນເວລາດົນ.

ຂໍ້ເສຍ: ມີລາຄາຂ້ອນຂ້າງສູງກວ່າໝໍ້ໄຟນ້ໍາ ແລະ ໝໍ້ໄຟເຄິ່ງແຫ່ງ ແລະ ບ່ອນໂຕໝໍ້ໄຟຈະມີຮູລະບາຍອາກາດ ທີ່ຂ້ອນຂ້າງນ້ອຍ ຊຶ່ງອາດອຸດຕັນໄດ້ງ່າຍ ແລະ ສົ່ງຜົນເຮັດໃຫ້ເກີດບັນຫາພາຍໃນໝໍ້ໄຟໄດ້ອີກດ້ວຍ.

ຄືໝໍ້ໄຟທີ່ໄດ້ຮັບການພັດທະນາມາຈາກໝໍ້ໄຟນ້ຳ ພາຍໃນໂຕໝໍ້ໄຟນັ້ນຈະປະກອບດ້ວຍໂລຫະປະສົມກົ່ວ ກັບ ແຄລຊ້ຽມສະເພາະແຜ່ນທາດລົບ, ເພື່ອເປັນການແກ້ໄຂຂໍ້ເສຍຂອງໝໍ້ໄຟນ້ຳ ທີ່ມີການລະເຫີຍຂອງນ້ຳກັ່ນທີ່ສູງຫຼາຍ ຊຶ່ງໝໍ້ໄຟໄຮບຼິດນີ້ ຈະມີອັດຕາການລະເຫີຍຂອງນ້ຳກັ່ນ    ໜ້ອຍກວ່າໝໍ້ໄຟທຳມະດາຫຼາຍ, ໝໍ້ໄຟໄຮບຼິດ ມັກໃຊ້ກັບລົດທີ່ໃຊ້ງານໜັກໆເຊັ່ນ: ລົດບັນທຸກ, ລົດໂດຍສານ ຫຼື ລົດຮັບຈ້າງ ເປັນຕົ້ນ.

ຂໍ້ດີ: ມີການລະເຫີຍຂອງນຳ້ກັ່ນໜ້ອຍກວ່າໝໍ້ໄຟລຸ້ນທຳມະດາຫຼາຍ ເຮັດໃຫ້ສາມາດໃຊ້ງານໄດ້ຢ່າງຍາວນານ.

ຂໍ້ເສຍ: ມີລາຄາສູງຫຼາຍ ມັກໃຊ້ກັບລົດຂະໜາດໃຫຍ່.

ແລ້ວໝໍ້ໄຟລົດໃຫຍ່ແບບໃດດີທີ່ສຸດ?

ໝໍ້ໄຟແຕ່ລະຊະນິດ ຕ່າງກໍມີທັງຂໍ້ດີ ແລະ ຂໍ້ເສຍ ແຕກຕ່າງກັນອອກໄປ ຊຶ່ງຄົງຕ້ອງຂຶ້ນຢູ່ກັບຄວາມຕ້ອງການຂອງຜູ້ໃຊ້ລົດ ວ່າຈະເລືອກໃຊ້ແບບໃດດີ, ຫາກຕ້ອງການໝໍ້ໄຟທີ່ທົນທານ, ລາຄາຖືກ ໝໍ້ໄຟນ້ຳ ເບິ່ງຄືຈະຕອບໂຈດໄດ້ດີທີ່ສຸດ ແຕ່ຕ້ອງແລກກັບການທີ່ເຮົາຕ້ອງໝັ່ນກວດສອບເບິ່ງແຍງລະດັບນ້ຳກັ່ນເປັນປະຈຳຢ່າງສະໝ່ຳສະເໝີ, ສ່ວນຜູ່ໃດທີ່ມັກສະຕາດລົດແລ້ວຂັບອອກໄປເຮັດວຽກທັນທີ ບໍ່ມີເວລາທີ່ຈະມາກວດເຊັກຫຍັງ ແລະ ບໍ່ຕິເລື່ອງລາຄາ ໝໍ້ໄຟແຫ້ງເໝາະສົມທີ່ສຸດ ບໍ່ຕ້ອງຕື່ມນ້ຳກັ່ນ, ໄຟບໍ່ໝົດເຖິງບໍ່ຄ່ອຍໄດ້ໃຊ້ລົດ ແຕ່ທ່ານອາດຈະໃຊ້ເສຍເງິນຫຼາຍຂຶ້ນແດ່ ເພື່ອແລກກັບຄວາມສະບາຍ, ຢ່າງໃດກໍຕາມຜູ້ໃຊ້ລົດກໍຄວນສຶກສາຫາຂໍ້ມູນເພີ່ມຕື່ມຈາກຜູ້ຮູ້ວ່າ: ລົດຂອງແຕ່ລະທ່ານເໝາະສົມກັບໝໍ້ໄຟແບບໃດ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

ຊຳຊຸງເປີດຕົວ Galaxy A57 5G ແລະ Galaxy A37 5G ພ້ອມ Awesome Intelligence ໃນລາຄາທີ່ຄຸ້ມຄ່າ

ຊຳຊຸງລາວ ເປີດຕົວ Galaxy A57 5G ແລະ Galaxy A37 5G ສະມາດໂຟນຊີຣີຍອດນິຍົມລຸ້ນຫຼ້າສຸດ ທີ່ມາພ້ອມກັບນະວັດຕະກຳ Awesome Intelligence ເທິງລະບົບປະຕິບັດການ One UI 8.5 ແລະ ໂປຣໂມຊັນສຸດຄຸ້ມ

Samsung ເປີດຕົວ Galaxy S26 series: ພ້ອມ Galaxy AI ທີ່ເຂົ້າໃຈເຮົາຫຼາຍຂຶ້ນ

ຊຳຊູງລາວເປີດຕົວ Galaxy S26 series ຢ່າງເປັນທາງການ ເພື່ອຕອກຍ້ຳຄວາມເປັນຜູ້ນຳໃນຍຸກມືຖື AI ຜ່ານການປະສານຮາດແວທີ່ມີປະສິດທິພາບສູງ, ຊອບແວທີ່ມີຄວາມອັດສະລິຍະ ແລະ Galaxy AI Generation 3 ທີ່ເຮັດວຽກໄດ້ຢ່າງເປັນທຳມະຊາດ ຊ່ວຍຍົກລະດັບປະສົບການໃນຊີວິດປະຈຳວັນໃຫ້ສະດວກ, ວ່ອງໄວ ແລະ ປອດໄພຫຼາຍຂຶ້ນ.