Monday, May 19, 2025
Kbank Laos โอน รับ จ่าย

6 ເຫດຜົນທີ່ເລືອກໃຊ້ລົດໄຟຟ້າ ແທນລົດນໍ້າມັນ

ຜູ້ໃຊ້ລົດຫຼາຍຄົນເລີ່ມຄຳນຶງເຖິງການໃຊ້ລົດໃນອະນາຄົດ ວິກິດດ້ານເຊື້ອໄຟທີ່ອາດຈະເກີດຂຶ້ນ ລວມໄປເຖິງສິ່ງແວດລ້ອມທີ່ໄດ້ຮັບຜົນກະທົບຈາກການປ່ອຍກ໊າສຂອງລົດ ເຮັດໃຫ້ເກີດຄຳຖາມຂຶ້ນມາວ່າ ລົດໄຟຟ້າ ຈະເຂົ້າມາແທນລົດນໍ້າມັນໄດ້ຫຼືບໍ່ ມື້ນີ້ເຮົາຈະມາບອກເຫດຜົນວ່າເປັນຫຍັງຫຼາຍຄົນຈຶ່ງຫັນໄປໃຊ້ລົດໄຟຟ້າແທນລົດນໍ້າມັນ.

  • ເປັນມິດຕໍ່ສິ່ງແວດລ້ອມ: ເພາະບໍ່ມີການປ່ອຍມົນລະພິດທາງອາກາດ ລົດໄຟຟ້າຂັບເຄື່ອນດ້ວຍໄຟຟ້າ ເຮັດໃຫ້ຕົວລົດບໍ່ສ້າງມົນລະພິດຄືກັບລົດນໍ້າມັນ.
  • ປະຢັດຄ່າໃຊ້ຈ່າຍ: ເພາະບໍ່ຕ້ອງໃຊ້ນໍ້າມັນເຊື້ອໄຟ ແລະ ມີຄ່າສ້ອມແປງໜ້ອຍກວ່າລົດທົ່ວໄປ.
  • ລາຄາຖືກກວ່າລົດທົ່ວໄປ: ເນື່ອງຈາກລັດຖະບານລາວໄດ້ກຳນົດໃຫ້ການນໍາເຂົ້າລົດໄຟຟ້າບໍ່ຕ້ອງເສຍພາສີ.
  • ລາຄາສາກໄຟຟ້າຖືກກວ່າເຕີມນໍ້າມັນ: ຫາກຂັບຂີ່ໃນໄລຍະທາງທີ່ເທົ່າກັນ ລົດໄຟຟ້າຈະມີຄ່າໃຊ້ຈ່າຍທີ່ຖືກກວ່າໃຊ້ລົດນໍ້າມັນ.
  • ສາກເອງຢູ່ບ້ານໄດ້: ຫາກຕິດຕັ້ງເຄື່ອງສາກໄຟທີ່ເປັນມາດຕະຖານຄວາມປອດໄພ ເຮົາກໍສາມາດສາກຢູ່ບ້ານໄດ້ເອງໂດຍບໍ່ຕ້ອງຂັບອອກໄປເຕີມຢູ່ປໍ້າ.
  • ງຽບ ເບົາ ບໍ່ມີສຽງດັງ: ລົດໄຟຟ້າ ເຮັດວຽກດ້ວຍມໍເຕີໄຟຟ້າ ເຮັດໃຫ້ຕົວລົດມີສຽງເບົາ ແລະ ງຽບກວ່າລົດຍົນໃຊ້ນໍ້າມັນ.

ເຖິງຢ່າງໃດກໍຕາມ, ກ່ອນທີ່ຈະປ່ຽນໃຈໃຊ້ລົດນໍ້າມັນເຮົາຄວນພິຈາລະນາ ແລະ ຫາຂໍ້ມູນຕ່າງໆໃຫ້ດີສາກ່ອນ ເພາະທັງລົດໄຟຟ້າ  ແລະ ລົດນໍ້າມັນກໍມີທັງຂໍ້ດີຂໍ້ເສຍທີ່ແຕກຕ່າງກັນ ຂຶ້ນກັບວ່າເຮົາພໍໃຈເລືອກໃຊ້ອັນໃດ ເຊິ່ງຂໍ້ເສຍຂອງລົດໄຟຟ້າທີ່ພົບເຫັນສ່ວນໃຫຍ່ກໍຄື ໃຊ້ເວລາໃນການສາກດົນ ແລະ ບ່ອນສາກໄຟຍັງໜ້ອຍ ຖ້າຫາກເດີນທາງໄກ ຫຼືໄປໃນເຂດທີ່ຢູ່ນອກເມືອງ ລົດອາດຈະແບັດໝົດໄດ້.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້