Friday, April 18, 2025

ຍຸງລາຍຮ້າຍກວ່າເສືອ! 2024 ເສຍຊີວິດແລ້ວ 1 ຄົນຈາກໄຂ້ຍຸງລາຍ

ປັດຈຸບັນ ສະພາບການລະບາດຂອງໄຂ້ຍຸງລາຍ ຍັງສືບຕໍ່ລະບາດໃນຂອບເຂດທົ່ວປະເທດ ບໍ່ວ່າຈະຢູ່ໃນໄລຍະລະດູຝົນ ແລະ ລະດູໜາວ, ໂດຍສະເພາະ ປີ 2024 ມີຜູ້ເສຍຊິວິດຍ້ອນໄຂ້ຍຸງລາຍ ແລ້ວ 1 ຄົນ, ເປັນເພດຊາຍ ອາຍຸ 33 ປີ, ພັກຢູ່ຫ້ອງແຖວຫໍພັກບຸນເກີດ, ບ້ານສີເກີດ, ເມືອງ ນາຊາຍທອງ, ນະຄອນຫຼວງ ວຽງຈັນ ໃນວັນທີ 20 ກຸມພາ 2024 ຜ່ານມາ.

ສູນຂ່າວສານການແພດສຸຂະສຶກສາ ລາຍງານວ່າ: ນັບຕັ້ງແຕ່ຕົ້ນເດືອນມັງກອນ 2024 ຈົນຮອດປັດຈຸບັນ, ມີຜູ້ປ່ວຍໄຂ້ຍຸງລາຍ ສະສົມແລ້ວ 1.053 ກໍລະນີ, ໃນນັ້ນ ມີຜູ້ປ່ວຍໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນແຂວງເຊກອງ 296 ກໍລະນີ, ນະຄອນຫຼວງວຽງຈັນ 217 ກໍລະນີ, ຫຼວງນໍ້າທາ 173 ກໍລະນີ ແລະ ແຂວງ ອື່ນໆ ອີກ.

ສໍາລັບ ປີ 2023 ທີ່ຜ່ານມາ, ໃນທົ່ວປະເທດລາວ ມີຜູ້ປ່ວຍໄຂ້ຍຸງລາຍທັງໝົດ 35.317 ກໍລະນີຄົນ ແລະ ມີຜູ້ເສຍຊີວິດ ທັງໝົດ 20 ຄົນ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຄໍາມ່ວນ 1 ຄົນ, ສະຫວັນນະເຂດ 2 ຄົນ, ບໍລິຄໍາໄຊ 5 ຄົນ, ວຽງຈັນ 3 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ອັດຕະປຶ 2 ຄົນ ແລະ ເຊກອງ 1 ຄົນ).

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ ເພາະຍັງມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ ແລະ ແຜ່ລະບາດຢ່າງກວ້າງຂວາງໃນທົ່ວປະເທດ. ສະນັ້ນ ເພື່ອຫຼດຜ່ອນການແຜ່ເຊື້ອໄຂ້ຍຸງລາຍ, ໃຫ້ທຸກຄົນຕ້ອງເອົາໃຈໃສ່ ກໍາຈັດແຫຼ່ງເພາະພັນຍຸງລາຍໃຫ້ໝົດ, ຊຶ່ງມີຫຼາຍວິທີ ຄວນດໍາເນີນການ ແຕ່ກ່ອນຍັງບໍ່ທັນເປັນໜອນນໍ້າ ຈະດີທີ່ສຸດ ພຽງທຳລາຍແຫຼ່ງນ້ຳຂັງພາຍໃນເຮືອນ ແລະ ນອກເຮືອນ ທີ່ເປັນແຫຼ່ງກຳເນີດຂອງຍຸງ, ປ່ຽນນໍ້າທຸກໆ 7 ວັນ ພ້ອມອະນາໄມພາຊະນະທີ່ໃຊ້, ພຽງເທົ່ານີ້ຍຸງລາຍກໍຈະໝົດສິ້ນ ແລະ ຄອບຄົວ ກໍຈະມີ ຄວາມປອດໄພ ຈາກການຕິດເຊື້ອໄຂ້ຍຸງລາຍ.

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.