Sunday, November 2, 2025
Kbank Laos โอน รับ จ่าย

ທຸລະກິດ ການລ້ຽງໄກ່ພັນໄຂ່ ພົບບັນຫາລາຄາຫົວອາຫານທີ່ເພີ່ມຂຶ້ນ.

ທ່ານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ທຸລະກິດ ການລ້ຽງໄກ່ພັນໄຂ່ ຂອງຄອບຄົວ ທ່ານ ຄໍານວນ ທີ່ບ້ານນາຫວາຍ ເມືອງບຸນໃຕ້ ເຊິ່ງປັດຈຸບັນ ມີໄກ່ພັນໄຂ່ທັງໝົດ 1.300 ໂຕ, ສໍາລັບຂໍ້ຫຍຸ້ງຍາກໃນການລ້ຽງໄກ່ພັນໄຂ່ນີ້ແມ່ນບັນຫາ ລາຄາຫົວອາຫານ ທີ່ເພີ່ມຂຶ້ນເນື່ອງຈາກສະພາບເສດຖະກິດປັດຈຸບັນ ຈຶ່ງເຮັດໃຫ້ຕົ້ນທຶນສູງຂຶ້ນຈາກປີກ່ອນ (2023) ເປົາໜຶ່ງ 260.000 ກີບ ມາເປັນ 330.000 ກີບ, ແຕ່ລາຄາໄຂ່ແມ່ນຍັງປົກກະຕິ ຈຶ່ງເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ສະເໜີໃຫ້ຂັ້ນເທິງຊ່ວຍໃນດ້ານຂອງການສະໜອງຫົວອາຫານໄກ່, ປາ.

ເຈົ້າຂອງຟາມໄກ່ ໄດ້ໃຫ້ຮູ້ວ່າ ແນວຄວາມຄິດທີ່ໄດ້ລິ່ເລີ່ມ ມາລ້ຽງໄກ່ໄຂ່ນີ້, ແມ່ນພາຍຫຼັງທີ່ຕົນເອງໄດ້ໄປຢູ່ນໍາພີ່ນ້ອງ ທີ່ເຮັດຟາມໄກ່ ຢູ່ນະຄອນຫຼວງວຽງຈັນໄດ້ 2 ປີ ກັບມາຢູ່ບ້ານ ແລະ ໄດ້ເຮັດອາຊີບກະສິກໍາ ປູກຜັກ, ກິດຢາງ ແຕ່ຍັງບໍ່ທັນຕອບສະໜອງໄດ້ ຈຶ່ງຢາກທົດລອງລ້ຽງໄກ່ໄຂ່ໄປນໍາ ໂດຍນໍາໃຊ້ບົດຮຽນທີ່ໄດ້ໄປເຮັດຜ່ານມາ, ຈຶ່ງໄດ້ຊື້ໄກ່ມາລ້ຽງໃນຊຸດທໍາອິດ ຈໍານວນ 405 ໂຕ,ການລ້ຽງແມ່ນໃຫ້ອາຫານ ມື້ລະ 1.5 ເປົາ, ສາມາດເກັບໄຂ່ໄດ້ ຢ່າງໜ້ອຍ 330 ໜ່ວຍ/ມື້ (11 ແຕະ/ມື້), ຊຶ່ງໃນໄລຍະການອອກໄຂ່ຂອງໄກ່ ແມ່ນ 1 ປີເຄິ່ງ (18 ເດືອນ) ຈໍານວນໄຂ່ໄກ່ ກໍ່ຈະຫຼຸດລົງຕາມລໍາດັບ. ເຊິ່ງການບົວລະບັດຈະໃຫ້ຢາປ້ອງກັນຢ່າງເປັນປົກກະຕິ ແລະ ຈະຢອດຢາໃສ່ຕາໄກ່ 3 ເດືອນ/ຄັ້ງ; ພາຍຫຼັງສຸດໄຂ່ ແລ້ວກໍ່ໄດ້ຂາຍໄກ່ແມ່ອອກທັງໝົດ.

ຜ່ານການລ້ຽງດັ່ງກ່າວເຫັນວ່າມີຄວາມເປັນໄດ້ ເນື່ອງຈາກສາມາດສ້າງລາຍຮັບມາສູ່ຄອບຄົວໄດ້ຈໍານວນໜຶ່ງ ເພາະໄດ້ເຮັດຄຽງຄູ່ໄປກັບການເຮັດອາຊີບອື່ນໄປນໍາ, ອີກດ້ານໜຶ່ງການສະໜອງໄຂ່ໄກ່ ກໍ່ບໍ່ທັນພຽງພໍກັບຄວາມຕ້ອງການ ຂອງຕະຫຼາດ, ຈຶ່ງໄດ້ມາສືບຕໍ່ລ້ຽງເປັນຊຸດທີ່ 2 ໃນປັດຈຸບັນ ມີຈໍານວນທັງໝົດ 1.300 ໂຕ (ລ້ຽງສອງຄອບຄົວ, ຄອບຄົວຂອງຕົນ ແລະ ຄອບຄົວລູກສາວ) ໂດຍສືບຕໍ່ເຮັດອາຊີບອື່ນຄວບຄູ່ໄປນໍາ

ການລົງຢ້ຽມຢາມຄັ້ງນີ້, ທ່ານເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມພະຍາຍາມໃນການຊອກອາຊີບ ຈາກບົດຮຽນທີ່ຕົນເອງໄດ້ມາ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ, ທັງເປັນການສົ່ງເສີມການຜະລິດ ຈໍາໜ່າຍພາຍໃນທົດແທນການນໍາເຂົ້າຕາມແນວທາງນະໂຍບາຍຂອງຂັ້ນເທິງໄປເທື່ອລະກ້າວ ແລະ ຖ້າເຫັນວ່າອາຊີບດັ່ງກ່າວບໍ່ມີຄວາມສ່ຽງຫຼາຍ, ຕະຫຼາດມີຄວາມຕ້ອງການສູງແມ່ນໃຫ້ຄົ້ນຄວ້າ ແລະ ຖ້າສາມາດເພິ່ມປະລິມານໄດ້ ໂດຍການສົ່ງເສີມໃຫ້ມີການລ້ຽງເປັນກຸ່ມ, ເປັນຟາມ ຕິດພັນກັບການລ້ຽງປາ ເພາະນໍາໃຊ້ສະຖານທີດຽວກັນ ໃຫ້ກວ້າງຂວາງຕື່ມແມ່ນຍິ່ງດີ.

ສໍາລັບບັນຫາທາງແຂວງກໍໄດ້ພິຈາລະນານະໂຍບາຍຍົກເວັ້ນພາສີ ການນໍາເຂົ້າຫົວອາຫານ ແລະ ປັດໃຈດ້ານອື່ນໆຕື່ມ ພ້ອມກັບມອບໃຫ້ອົງການປົກຄອງເມືອງ ໂດຍສະເພາະແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໃຫ້ຄວາມໃກ້ສິດ ແລະ ແນະນໍາໃນການໄລ່ລຽງດ້ານເສດຖະກິດລະຫວ່າງຕົ້ນທຶນ, ຜົນກໍາໄລ, ລວມທັງຄວາມສ່ຽງດ້ານຕ່າງໆ ໃນການປ້ອງກັນພະຍາດລະບາດ ທີ່ອາດຈະເກີດຂຶ້ນ, ພ້ອມທັງແນະນໍາດ້ານເຕັກນິກວິຊາການ ແລະ ອໍານວຍຄວາມສະດວກດ້ານຕ່າງໆຕື່ມອີກ.

ພາບ-ຂ່າວ: ແສງຄຳ ສາລີວັນ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.