“ກາບ” ຄໍານີ້ໃນພາສາສັນສະກິດ ແປວ່າຄໍາຂອງ “ກະວີ” ໃນພາສາລາວເຮົາ ແມ່ນໝາຍເຖິງຂອງ ທີ່ເປັນກີບບາງໆ ແລະ ຊ້ອນເລື່ອມກັນເປັນຊັ້ນໆເຊັ່ນ: ກາບດອກໄມ້, ກາບລາງ, ກາບໝາກ ເປັນຕົ້ນ. ສ່ວນຄວາມໝາຍທາງໄວຍາກອນນັ້ນ ຄໍາ “ກາບ” ກໍຈະໝາຍເຖິງຄໍາທີ່ມີການສຳຜັດ ສັບຊ້ອນກັນຢ່າງ ເປັນລະບຽບ, ສະນັ້ນ, ກາບ” ຈຶ່ງແມ່ນກອນປະເພດໜຶ່ງທີ່ມີກຳນົດລັກສະນະເຈັດຄໍາ ແລະ ໃຊ້ສຳຜັດ ຄໍາທີ່ເຈັດກັບຄໍາທີ່ສາມໃນວັກຕໍ່ໄປ. ເພິ່ນມັກໃຊ້ກາບສໍາລັບອ່ານ, ເຊິ່ງໃນບຸນປະເພນີຕ່າງໆເຊັ່ນ: ບຸນຊ່ວງເຮືອ, ບຸນບັ້ງໄຟ, ບຸນ ໂຮງຮຽນ, ຂຶ້ນເຮືອນໃໝ່ ຫຼື ເຊິ່ງໃນງານພິທີອື່ນໆ.
ສຳລັບຫຼັກການແຕ່ງກາບ ການແຕ່ງກາບຈະຕ້ອງໃຊ້ຫຼັກການໃນການສຳຜັດເກາະກາຍກັນເປັນແຖວໄປຕາມລັກສະນະສຳຜັດຂອງມັນເຊັ່ນ: ວັກໜຶ່ງຈະມີ 7 ຄໍາ, ຕອນໜ້າມີ 3 ຄໍາ ແລະ ຕອນຫຼັງມີ 4 ຄໍາ ໂດຍບໍ່ກຳນົດເປັນບາດ ຄືກອນປະເພດອື່ນໆ ແລະ ທັງບໍ່ໄດ້ຈຳກັດຄວາມສັ້ນ-ຍາວຂອງບົດນໍາອີກ ຂໍພຽງແຕ່ໄດ້ເນື້ອໃນຕາມ ຈຸດປະສົງກໍພໍ.
ການແຕ່ງກາບຕ້ອງອີງຕາມລະບຽບ ແລະ ວິທີທີ່ສໍາຄັນດັ່ງນີ້: ຕ້ອງມີກົດບັງຄັບສຽງວັນນະຍຸດ ເອກ-ໂທ (x, x) ຕາມລະບຽບການສຳຜັດ, ຕ້ອງມີການສຳຜັດສະຫຼະ, ສຳຜັດນອກ-ສຳຜັດໃນ, ຕ້ອງປະຕິບັດຕາມໂຄງສ້າງຂອງກາບ ຄື ຕອນໜ້າ 3 ຄໍາ, ຕອນຫຼັງ 4 ຄໍາ ໂດຍໃຊ້ວິທີຄືດັ່ງ ລຸ່ມນີ້: ຄໍາສຸດທ້າຍຂອງວັກທີ 1 ໃຫ້ສຳຜັດກັບຄໍາທີ 3 ຂອງວັກທີ 2, ຄໍາສຸດທ້າຍຂອງວັກທີ 2 ໃຫ້ສຳຜັດກັບຄໍາທີ 3 ຂອງວັກທີ 3, ຄໍາສຸດທ້າຍຂອງວັກທີ 3 ໃຫ້ສຳຜັດກັບຄໍາທີ 3 ຂອງວັກທີ 4 ເລື້ອຍໆ ໄປຈົນຈົບບົດ.
ຄໍາທີ່ເອົາມາສຳຜັດກັນນັ້ນ ຖ້າວ່າຄໍາທ້າຍເປັນສຽງວັນນະຍຸດເອກ ຫຼື ສຽງວັນນະຍຸດໂທ ຄໍາທີ່ ສຳຜັດກັນກໍໃຫ້ເປັນໄປຕາມຕົວສຸດທ້າຍນັ້ນ ແລະ ສຳຫຼັບຫຼັກການອ່ານແມ່ນອ່ານແຕ່ຊ້າຍໄປຂວາ ເທິງລົງລຸ່ມ.