ປະຫວັດຄວາມເປັນມາ ວັນແມ່ຍິງສາກົນ 8 ມີນາ.

ວັນແມ່ຍິງສາກົນ ໄດ້ກຳເນີດເກີດຂຶ້ນ ຍ້ອນແມ່ຍິງ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງແຕ່ໄດ້ຮັບ ຄ່າຈ້າງດ້ວຍລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບ ປົກປັກຮັກສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ນອກຈາກນັ້ນ, ແມ່ຍິງຍັງຖືກດູຖູກໝິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງ ຫຼິ້ນ ຖຶກເຕະຕີ ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ. ໃນເວລາຖືພາ, ເວລາເກີດລູກ ຫຼື ເວລາເຈັບເປັນບໍ່ໄດ້ຮັບການປິ່ນ ປົວ.

ຍ້ອນແນວນັ້ນ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ທວງໃຫ້ພວກນາຍທຶນ ຕ້ອງໄດ້ແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ ໂດຍໃນວັນທີ 8 ມີນາ 1899 ຊາວກຳມະກອນແມ່ຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ໄດ້ຈັດຕັ້ງໂຮມ ຊຸມນຸມປະທ້ວງ ແລະ ຄັດຄ້ານ ຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນສຸຂະພາບ ການປະທ້ວງຂອງເຂົາເຈົ້າຄັ້ງນີ້ ຖຶກຕໍາຫຼວດເຂົ້າສະຫຼາຍ ແລະ ຈັບກຸມຈຳນວນໜຶ່ງ.

ໃນວັນທີ 8 ມີນາ 1908 ແມ່ຍິງຈຳນວນ 15,000 ຄົນ ໄດ້ເດີນ ຂະບວນທວງໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ ຢຸດເຊົາການຂຸດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງມີສິດໃນການ ອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ. ພາຍໃຕ້ ຄໍາຂວັນ “ເຂົ້າຈີ່ ແລະ ດອກກຸຫຼາບ”, ເຂົ້າຈີ່ໝາຍເຖິງເສດຖະກິດ ດີຂຶ້ນ, ດອກກຸຫຼາບໝາຍເຖິງຄຸນະພາບຊີວິດດີຂຶ້ນ.

ມາເຖິງປີ 1910 ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງຄັ້ງທໍາອິດ ໄດ້ ຈັດຂຶ້ນຢູ່ທີ່ ໂກເປນຮາກ ນະຄອນຫຼວງຂອງປະເທດແດນມາກ ມີຜູ້ແທນຮ້ອຍກວ່າຄົນຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມິນາ ຂອງທຸກປີເປັນວັນ ແມ່ຍິງສາກົນ.

ວັນທີ 8 ມີນາ ແມ່ນເຫດການການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງ ສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທຳໃຫ້ແກ່ ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງວັນ ຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະ ເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ.

ທີ່ມາ: ກົມຂ່າວສານແມ່ຍິງລາວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...