ເຄັດລັບເບິ່ງແຍງສັດລ້ຽງ ໃນຊ່ວງທີ່ອາກາດຮ້ອນ.

ຊ່ວງນີ້ປະເທດລາວໄດ້ເຂົ້າສູ່ລະດູຮ້ອນຢ່າງເປັນທາງການ ມີອາກາດຮ້ອນທີ່ສຸດໃນຮອບຫຼາຍປີ. ດັ່ງນັ້ນ, ເຈົ້າຂອງສັດລ້ຽງຕ້ອງຄຳນຶງເຖິງສັດລ້ຽງເປັນພິເສດ ເຊັ່ນ: ໝາ ແລະ ແມວ ທີ່ອາດເກີດຄວາມວຸ້ນວາຍ, ຄຽດ, ກະວົນກະວາຍ ແລະ ອາດເກີດອາການຄວາມຮ້ອນ ຫຼື ຫຼອດລົມຮ້ອນ, ຮ້ອນຫຼືເຢັນເກີນໄປ ມັນອາດຈະສົ່ງຜົນກະທົບຕໍ່ຮ່າງກາຍຂອງສັດລ້ຽງໂດຍກົງ ນໍາໄປສູ່ການເປັນພະຍາດຕ່າງໆ ເຊິ່ງມັກຈະເກີດຂຶ້ນໃນຊ່ວງລະດູຮ້ອນ.

ສຳລັບເຄັດລັບງ່າຍໆທີ່ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງສັດລ້ຽງທີ່ຮັກແພງຂອງທ່ານໃຫ້ໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກໃນລະດູຮ້ອນນີ້ ມີ 4 ວິທີງ່າຍໆໃນການດູແລໝາ ແລະ ແມວໃນຄອນໂດໃນຊ່ວງລະດູຮ້ອນ ໃຫ້ມີສຸຂະພາບກາຍ ແລະ ຈິດໃຈທີ່ດີ ປະກອບມີ:

1. ຈັດ​ເຂດ​ທີ່​ພັກ​ ແລະ​ ບ່ອນ​ນອນ​ໃຫ້​ມີ​ການ​ລະບາຍ​ອາກາດ​ຖ່າຍເທດີ.

ຖ້າທ່ານຢູ່ໃນພື້ນທີ່ແຄບເກີນໄປ  ການຂາດການລະບາຍອາກາດສາມາດເຮັດໃຫ້ເກີດບັນຫາກັບການກິນອາຫານ ແລະ ການຂັບຖ່າຍ, ເຊັ່ນ: ການສູນເສຍຄວາມຢາກອາຫານ, ຮາກ, ແລະຖອກທ້ອງ, ເຫຼົ່ານີ້ມັກຈະມາຈາກຄວາມກົດດັນໃນສະພາບແວດລ້ອມທີ່ເຂົາເຈົ້າອາໄສຢູ່, ນອກຈາກນັ້ນ, ທ່ານຄວນຊອກຫາມຸມເພື່ອວາງຕຽງນອນສັດລ້ຽງຂອງທ່ານໄວ້ບ່ອນທິ່ລະບາຍອາກາດດີ. ຖ້າເຈົ້າລ້ຽງໝາ  ຫຼືແມວສາຍພັນທີ່ມີຂົນໜາ ຄວນເກັບຮັກສາໄວ້ໃນຫ້ອງເຄື່ອງປັບອາກາດເພື່ອຫຼຸດຜ່ອນໂອກາດໃນການເກີດພາວະລົມແດກ.

2. ຮັກສາຄວາມສະອາດຂອງຂົນ ແລະ ຜິວໜັງຂອງສັດລ້ຽງເປັນປະຈຳ.

ລະດູຮ້ອນແມ່ນເວລາທີ່ເຈົ້າຕ້ອງເອົາໃຈໃສ່ເປັນພິເສດຕໍ່ຄວາມສະອາດຂອງສັດລ້ຽງຂອງເຈົ້າ ເພາະຖ້າບໍ່ຮັກສາຄວາມສະອາດ, ມີບັນຫາຜິວໜັງຕ່າງໆ, ຫຼືແມວທີ່ມີອາການຄັນອາດກັດຂາຂອງຕົນເອງ.  ຖ້າເຈົ້າຂອງໄປກີດຂວາງສັດລ້ຽງ, ລົງໂທດສັດລ້ຽງ ຫຼືດ່າສັດລ້ຽງ ນັ້ນແມ່ນການແກ້ໄຂທີ່ບໍ່ຖືກຕ້ອງ ເຊິ່ງອາດຈະເຮັດໃຫ້ສັດລ້ຽງມີພືດຕິກຳຮຸນແຮງກວ່າເກົ່າ ສະນັ້ນຄວນແຫ້ທີ່ຕົ້ນເຫດໂດຍການເບິ່ງແຍງຄວາມສະອາດ.

3. ທັງໝາ ແລະ ແມວ ຄວນສັກວັກຊີນກັນພະຍາດ.

ໃນຊ່ວງລະດູຮ້ອນ ສິ່ງທີ່ໜ້າເປັນຫ່ວງສຳລັບສັດລ້ຽງ, ໂດຍສະເພາະໝາ ແລະ ແມວ ແມ່ນການລະບາດຂອງພະຍາດ ພະຍາດໃນໝາ ແລະ ໃນແມວ ແມ່ນມີຄວາມເປັນອັນຕະລາຍຫຼາຍ. ເນື່ອງຈາກວ່າບາງພະຍາດ ສາມາດແຜ່ລາມຈາກສັດໄປຫາຄົນ ແລະ ອາດຈະເຮັດໃຫ້ເສຍຊີວິດ ສະນັ້ນແລ້ວເຈົ້າຂອງສັດລ້ຽງສ່ວນໃຫຍ່ຄວນໄປສັກວັກຊີນໃຫ້ສັດລ້ຽງຢູ່ສັດຕະວະແພດ ໂດຍການສັກຢາວັກຊີນສໍາລັບລູກໝາ ແລະ ລູກແມວທີ່ມີອາຍຸ 17-20 ອາທິດຕ້ອງໄດ້ຮັບການສັກໃນຂະນະທີ່ພວກເຂົາມີສຸຂະພາບດີ ບໍ່ເຈັບປ່ວຍໃນໄລຍະສັກຢາ.

4. ຫາກິດຈະກຳຜ່ອນຄາຍຄວາມຄຽດ ແລະ ເຕີມເຕັມຄວາມສຸກແບບງ່າຍໆ.

ເຖິງແມ່ນວ່າສັດລ້ຽງຕະມີຂະໜາດນ້ອຍ ແຕ່ກໍຍັງຕ້ອງການອອກກໍາລັງກາຍ, ແລ່ນໄປມາ, ແລະພັກຜ່ອນເພື່ອຊ່ວຍໃຫ້ພວກເຂົາຜ່ອນຄາຍຄວາມກົດດັນຈາກການຢູ່ໃນພື້ນທີ່ຈໍາກັດ. ດັ່ງນັ້ນ, ຄວນຈະຊ່ວຍເພີ່ມພື້ນທີ່ກິດຈະກໍາໃຫ້ສັດລ້ຽງໄດ້ປົດປ່ອຍພະລັງງານ ແລະ ມັນເປັນການອອກກໍາລັງກາຍໃນຕົວຂອງມັນເອງ. ນອກຈາກຈະດີຕໍ່ສຸຂະພາບຮ່າງກາຍແລ້ວ, ມັນຍັງຊ່ວຍໃຫ້ສັດລ້ຽງຫຼີກລ່ຽງຄວາມກົດດັນທີ່ສະສົມທີ່ຈະສົ່ງຜົນໃຫ້ເກີດພຶດຕິກຳທີ່ບໍ່ຕ້ອງການ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...