ຕະກຸນພາສາແມ່ນກຸ່ມຂອງພາສາທີ່ກ່ຽວຂ້ອງກັນໂດຍການສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ ເຊິ່ງເອີ້ນວ່າພາສາຕັ້ງເດີມຂອງຕະກຸນນັ້ນ. ເຮົາສາມາດພິສູດໄດ້ວ່າພາສາສອງພາສາ ມີຄວາມສຳພັນກັນທາງເຊື້ອສາຍ ໂດຍພິຈາລະນາເບິ່ງວ່າພາສາທັງສອງມີຄວາມຄ້າຍຄືກັນ ຢ່າງເປັນລະບົບ ຫຼື ບໍ່.
ປະເທດລາວເປັນປະເທດນ້ອຍ, ມີພົນລະເມືອງບໍ່ຫຼາຍ ແຕ່ຊ້ຳຜັດມີຫຼາຍຊົນເຜົ່າຕ່າງກັນຫຼາຍເຜົ່າ ໂດຍອີງຕາມປຶ້ມບັນດາຊົນເຜົາໃນ ສປປ ລາວ ໄດ້ກ່າວໄວ້ວ່າພົນລະເມືອງລາວປະກອບ ດ້ວຍ 49 ຊົນເຜົ່າ, ໃນຈໍານວນຊົນເຜົ່າເຫຼົ່ານີ້ ຕ່າງກໍມີພາສາປາກເວົ້າເປັນຂອງຕົນເອງ. ແຕ່ຕາມກອງປະຊຸມໃຫຍ່ປະຊາຊົນສູງສຸດຄັ້ງປະຖົມມະລຶກ ໄດ້ປະກາດໃຊ້ພາສາລາວເປັນພາສາກາງ ແລະ ເປັນພາສາທາງລັດຖະການໃນທົ່ວ ສປປ ລາວ. ຖ້າອີງຕາມຈຸດພິເສດທາງດ້ານພາສາຄໍາເວົ້າຂອງແຕ່ລະຊົນເຜົ່າ, ພວກເຮົາອາດຈັດແບ່ງ ພາສາທີ່ໃຊ້ໃນປະເທດລາວເຮົາອອກເປັນ 4 ຕະກຸນດັ່ງນີ້:
ຕະກຸນພາສາລາວ-ໄທ (ໄຕ)
ພາສາຕະກຸນນີ້ ເປັນຕະກຸນຄໍາໂດດ ເຊິ່ງຄໍາສັບອຸດົມໄປດ້ວຍຄໍາພະຍາງດຽວເຊັ່ນ: ກິນ, ນັ່ງ, ນອນ, ພໍ່, ແມ່, ລູກ… ສໍາລັບພາສາລາວທີ່ນອນຢູ່ໃນຕະກຸນພາສານີ້ ກໍມີສັບຈໍານວນຫຼາຍທີ່ເປັນຄໍາຫຼາຍພະຍາງ ເຊິ່ງເກີດມາຈາກການຢືມຄໍາຈາກພາສາປາລີ-ສັນສະກິດ ເຊັ່ນ: ອາກາດ ອາຫານ ບິດາ ມານດາ, ຢືມຄໍາຈາກພາສາຂະແມເຊັ່ນ: ບຳລຸງ, ດໍາເນີນ, ຢືມຄໍາຈາກພາສາຝຣັ່ງເຊັ່ນ: ປີອາໂນ, ອົກຂຽນແຊນ, ເຕັກໂນໂລຊຽນ… ຫຼືບໍ່ ກໍເກີດມາ ຈາກການປະສົມຄໍາພະຍາງດຽວເຂົ້າກັນເຊັ່ນ: ແມ່ນ ຕົ້ນໄມ້ ປ່ຽນແປງ…
ໃນດ້ານລະບົບສຽງ ພາສາຕະກຸນລາວ-ໄທ ເປັນພາສາທີ່ມີສຽງວັນນະຍຸດ ເຊິ່ງຄໍາທຸກຄໍາລ້ວນແຕ່ມີສຽງວັນນະຍຸດກຳກັບ ຖ້າປ່ຽນສຽງວັນນະຍຸດ ຄວາມໝາຍຂອງຄໍາຈະປ່ຽນແປງໄປເຊັ່ນ: ມາ ມາ ມ້າ ໝາ ມີຄວາມໝາຍຕ່າງກັນ. ຖ້າອອກສຽງຄໍາວ່າ: ມາ ເປັນ ໜາ ຄວາມໝາຍກໍຈະປ່ຽນໄປນໍາ.
ຕະກຸນມອນ-ຂະແມ
ພາສາໃນຕະກຸນມອນ-ຂະແມ ສ່ວນຫຼາຍມີຄໍາເປັນສອງພະຍາງ ແລະ ເນັ້ນສຽງລົງຢູ່ພະຍາງຫຼັງ ໃນດ້ານລະບົບສຽງ ພາສາຕະກຸນນີ້ສ່ວນໃຫຍ່ບໍ່ມີສຽງວັນນະຍຸດ, ແຕ່ບາງພາສາກໍມີສຽງ ວັນນະຍຸດເຊັ່ນ: ສາມຕ່າວ ແລະ ບາງແຊງຂອງພາສາກຶມມຸ.
ພາສາຕະກຸນນີ້ມີສຽງພະຍັນຊະນະຄວບຫຼາຍ ໂດຍສະເພາະພະຍັນຊະນະຕົ້ນ. ພະຍາງ ມັກລົງທ້າຍດ້ວຍສຽງພະຍັນຊະນະ. ສວນສຽງສະຫຼະ ພາສາຕະກຸນນີ້ແຍກຄວາມແຕກຕ່າງ ລະຫວ່າງສະຫຼະສັນ ແລະ ສະຫຼະຍາວ. ໃນດ້ານລະບົບໄວຍາກອນ, ການຮຽງຄໍາເປັນແບບ: ຕົວຕັ້ງ-ກິລິຍາ-ຕົວປະກອບ, ການ ວາງຄໍາຂະຫຍາຍ ແລະ ການໃຊ້ຄໍລັກສະນະນາມນັ້ນ ແມ່ນຄືກັນກັບພາສາລາວ.
ຕະກຸນຈີນ-ຕີເບດ
ພາສາຕະກຸນຈີນ-ຕີເບດ ເປັນພາສາຄໍາໂດດເຊັ່ນດຽວກັບພາສາຕະກຸນລາວ-ໄຕ ຄໍາສ່ວນຫຼາຍເປັນຄໍາພະຍາງດຽວ. ໃນດ້ານລະບົບສຽງ ພາສາຕະກຸນນີ້ເປັນພາສາມີສຽງວັນນະຍຸດເຊັ່ນດຽວກັບພາສາ ຕະກຸນລາວ-ໄທ ແລະ ບໍ່ສູ້ມີສຽງພະຍັນຊະນະຄວບ. ພະຍາງມັກລົງທ້າຍດ້ວຍສຽງສະຫຼະ ຫຼາຍກວ່າພະຍັນຊະນະ, ບາງພາສາເຊັ່ນ: ພາສາອາຄາບໍ່ມີສຽງພະຍັນຊະນະທີ່ເປັນຕົວສະກົດເລີຍ. ນອກຈາກນັ້ນ ພາສາຕະກຸນນີ້ບໍ່ມີການແຍກຄວາມແຕກຕ່າງລະຫວ່າງສະຫຼະ ສຽງສັ້ນ ແລະ ສະຫຼະສຽງຍາວ.
ຕະກຸນມົ້ງ-ອີວມຽນ
ພາສາມົ້ງ ແລະ ພາສາອີວມຽນເປັນພາສາຄໍາໂດດຄື: ກັນກັບພາສາລາວ-ໄຕ, ມີສຽງ ວັນນະຍຸດ ບໍ່ມີສຽງພະຍັນຊະນະທີ່ເປັນຕົວສະກົດ, ແຕ່ພະຍັນຊະນະຕົ້ນມີລັກສະນະຊ້ອນສົນ ຫຼາຍ, ສ່ວນສຽງສະຫຼະມີລັກສະນະງ່າຍດາຍ. ໃນດ້ານໄວຍາກອນ ການຮຽງຄໍາຄືກັນກັບພາສາລາວ ຄື: ຕົວຕັ້ງ-ຕົວສໍາແດງ-ຕົວປະກອບ. ສໍາລັບການວາງຄໍາຂະຫຍາຍ ພາສາມົ້ງຂາວວາງຄໍາຂະຫຍາຍໄວ້ທາງຫຼັງທຸກກໍລະນີຄືກັບ ພາສາລາວ. ກ່ຽວກັບການໃຊ້ລັກສະນະນາມ ພາສາມົ້ງເວົ້າຄືກັບພາສາທໍ້ ຄື: ວາງນາມຫຼັກ ໄວ້ຫຼັງສຸດເຊັ່ນ: ເວົ້າວ່າ ສາມໂຕໜາ ເປັນຕົ້ນ
ແຂວງທີ່ມີຄົນເວົ້າພາສາມົ້ງ ແມ່ນ ບັນດາແຂວງພາກເໜືອ ລົງຮອດແຂວງບໍລິຄໍາໄຊ ແລະ ພາສາອີວມຽນ ບັນດາແຂວງພາກເໜືອ ລົງຮອດແຂວງວຽງຈັນ.