Thursday, March 20, 2025

ນິໄສການດື່ມຂອງເຮົາ ສາມາດບອກໄດ້ວ່າເຮົາເປັນຄົນແບບໃດ

ມາລອງ​ເດົາ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ຕົນ​ເອງຈາກ​ການ​ເມົາ​ເຫຼົ້າ​ເບິ່ງ​ວ່າ​ຕົວ​ຕົນ​ທີ່​ເຊື່ອງ​ໄວ້​ຂອງ​ເຮົາເປັນແບບໃດ ຈາກ​ຈິດ​ຕະ​ສາດ​ຂອງ​ການ​ທົດ​ສອບ​ບຸກ​ຄະ​ລິກ​ເຮົາຈະຮູ້​ສິ່ງ​ທີ່​ຢູ່​ໃນ​ເລິກໃນຈິດໃຈວ່າເປັນຄົນແບບໃດ ໃນເວລາທີ່ເຮົາບໍ່ຮູ້ສຶກໂຕ.

ເວົ້າຫຼາຍ

ຈະເປັນຄົນທີ່ມີຄວາມສຸກ ມັກມ່ວນ ເບິ່ງໂລກໃນແງ່ດີ ມັກໃຊ້ຊີວິດແບບຟຸ່ມເຟືອຍ ແລະຢູ່ໃນວົງຂອງໝູ່ເພື່ອນທີ່ຫຼາຍຫຼາຍ. ແຕ່ໃນເວລາດຽວກັນ ຈະເປັນຄົນທີ່ເຊື່ອໃນຄວາມສາມາດຂອງຕົນເອງ, ມີຄວາມໝັ້ນໃຈ ແລະມັກຄິດວ່າຄົນອື່ນໂງ່.

ຫງຽບ

ເປັນຄົນມັກຄວາມຄິດ ແລະ ຄິດຫຼາຍ. ຈະສະນິດກັບຄົນຍາກ ແລະ ຖ້າຖືກກົດດັນຫຼາຍອາດຈະມັກຈະມັກໜີໄປສູ່ໂລກສ່ວນຕົວຂອງຕົນເອງ ແລະບໍ່ມັກໃຫ້ໃຜມາກ່ຽວຂ້ອງ ເລິກໆແລ້ວເປັນຄົນທີ່ໂດດດ່ຽວ ບໍ່ມັກສະແດງຄວາມຮູ້ສຶກທີ່ອ່ອນແອຂຕໍ່ຄົນອື່ນ ແລະບໍ່ມັກການຖືກຜູກມັດຈາກໃຜ.

ຮ້ອງໄຫ້

ເປັນຄົນທີ່ມີຈິດໃຈອ່ອນໂຍນ, ຂີ້ນ້ອຍໃຈ, ສະເທືອນໃຈໄດ້ງ່າຍ ແຕ່ຈະເປັນຄົນທີ່ບໍ່ສະແດງອອກ ມັກເກັບໄວ້ໃນໃຈງຽບງຽບຄົນດຽວ. ແຕ່ເລິກໆເປັນຄົນທີ່ຢາກໃຫ້ຄົນອື່ນສົນໃຈຕົນເອງ ຢາກໃຫ້ຄົນຮັກ ແລະເບິ່ງແຍງ.

ທະລຶ້ງ ກວນໆ

ເປັນຄົນມັກມ່ວນ ບໍ່ມີຄວາມເຂີນອາຍເປັນຄົນທີ່ມັກເປີດເຜີຍ. ແຕ່ໃນເວລາດຽວກັນຈະເປັນຄົນທີ່ຮັກອິດສະລະ ​ບໍ່​ມັກ​ໃຫ້​ມີ​ໃຜມາຜູກ​ມັດ​ ​ຫຼື​ຄວບ​ຄຸມຕົນເອງເພາະເປັນຄົນເບື່ອ​ງ່າຍ ​ແລະ ​​ບໍ່​ມັກ​ທີ່​ຈະ​ຕ້ອງມີກົດລະບຽບຫຼືກົດກົດເກນຕ່າງໆ.

ໜ້າແດງ

​ເປັນຄົນທີ່ມັກມີບັນຫາເລື່ອງສຸຂະພາບ. ເພາະສະນັ້ນເຂົາເຈົ້າຈຶ່ງໃຫ້ຄວາມສໍາຄັນຫຼາຍໃນການເບິ່ງແຍງຕົນເອງ ມັກຈະມີຄວາມວິຕົກກັງວົນສູງກ່ຽວກັບພະຍາດ ແລະ ມັກສະແຫວງຫາຄວາມໝັ້ນຄົງສໍາລັບຊີວິດ.

ໂວຍວາຍ

ເປັນຄົນທີ່ມີອາລົມຮຸນແຮງ ປ່ຽນແປງງ່າຍແປບໜຶ່ງດີແປບໜຶ່ງບໍ່ພໍໃຈ, ແຕ່ກໍຈະເປັນຄົນໃຈຮ້າຍງ່າຍເຊົາໄວເຊັ່ນກັນ. ມັກມີໝູ່ຫຼາຍ ເປັນຄົນຊື່ສັດຕົງໄປຕົງມາ ແລະ ບໍ່ມັກວຽກທີ່ມີພິທີການຫຼາຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່