5 ເທັກນິກເພີ່ມຄວາມເຢັນ ໃຫ້ຄອມພິວເຕີ ໃນຊ່ວງທີ່ອາກາດຮ້ອນ

ໃນທຸກຊ່ວງຂອງລະດູຮ້ອນ ສິ່ງທີ່ຄົນຄົ້ນຫາຫຼາຍກ່ຽວກັບຄອມພິວເຕີແມ່ນວິທີການເພີ່ມຄວາມເຢັນຂອງຄອມພິວເຕີ ເພາະຄວາມຮ້ອນເປັນບັນຫາໃຫຍ່ທີ່ເຮັດໃຫ້ອຸປະກອນເສື່ອມເສຍໄວຂຶ້ນ. ເຮົາຈຶ່ງຈະມາແນະນຳວິທີພື້ນຖານທີ່ສາມາດຊ່ວຍຫຼຸດຄວາມຮ້ອນໄດ້ໃນລະດັບໃດໜຶ່ງ ໄປເບິ່ງນໍາກັນເລີຍ.

1. ປິດໂປແກຣມທີ່ບໍ່ໄດ້ໃຊ້ງານ

ນີ້ແມ່ນວິທີການພື້ນຖາທີ່ສຸດເມື່ອພວກເຮົາເປີດອຸປະກອນ ມັນ​ຈະ​ມີ​ບາງ​ໂປແກຣມ​ທີ່​ພວກ​ເຮົາ​ອາດ​ຈະ​ບໍ່​ໄດ້​ນໍາ​ໃຊ້​ທັນ​ທີ​ແຕ່ມັນເປີດໄວ້ ໂດຍສະເພາະບັນດາໂໂປແກຣມທີ່ມາພ້ອມກັບ Windows ເຊັ່ນ Mail, Skyped, Teams, ຫຼື ບາງໂປຣແກຣມ Game Luancher. ຖ້າທ່ານຍັງບໍ່ໄດ້ໃຊ້ເທື່ອໃຫ້ຢຸດວຽກກ່ອນ ເຊິ່ງນີ້ຈະເປັນການຫຼຸດຜ່ອນການໃຊ້ພະລັງງານ ແລະ ຈະຊ່ວຍຫຼຸດຜ່ອນຄວາມຮ້ອນໄດ້.

2. ທຳຄວາມສະອາດຝຸ່ນ ແລະ ພັດລົມ

ຂີ້ຝຸ່ນມີຫຼາຍຂຶ້ນການໄຫຼຂອງອາກາດໃນເຄື່ອງຈະໜ້ອຍລົງຈະເຮັດໃຫ້ເກີດຄວາມຮ້ອນສະສົມເປັນຜົນ ສຳລັບຄອມພິວເຕີຕັ້ງໂຕະ, ທ່ານສາມາດເອົາມັນອອກ ແລະ ເປົ່າຂີ້ຝຸ່ນອອກເອງໄດ້, ແຕ່ສຳລັບໂນ໊ດບຸ໊ກ ຫຼື ແມັກບຸ໊ກ, ແນະນຳໃຫ້ຊອກຫາພັດລົມພັດມາເປົ່າໃສ່ຊ່ອງລົມເພື່ອຟອກຂີ້ຝຸ່ນອອກ.

3. ໃຊ້ Cooling Pad

ສຳລັບໃຜທີ່ໃຊ້ໂນ໊ດບຸ໊ກ ຫຼືແມັກບຸ໊ກແລະ ໝັ້ນໃຈໃນລະບົບmeຄວາມເຢັນໃນເຄື່ອງ ຂໍໃຫ້ເຊົາຄິດແບບນັ້ນໄວ້ກ່ອນ ເພາະອາກາດໃນປະເທດລາວແມ່ນຮ້ອນຫຼາຍ ແລະ ສ່ວນໃຫຍ່ແລ້ວມັກຈະປ່ອຍຄວາມຮ້ອນຈາກກ້ອງເຄື່ອງ ຫຼືຈາກທາງຂ້າງເຄື່ອງ ຫຼືເທິງເຄື່ອວແລ້ວແຕ່ລະບົບ, ດັ່ງນັ້ນ Cooling Pad ຈະຊ່ວຍໃຫ້ດູດອາກາດດີກວ່າເກົ່າ ແລະ ລະບາຍເປົ່າລົມໃຫ້ຄອມເຢັນຢູ່ຕະຫຼອດ.

4. ປັບໂໝດຄອມພິວເຕີໃຫ້ເຮັດວຽກແບບ Performance

ໃນໂນ໊ດບຸ໊ກຫຼາຍຮຸ່ນ ລວມທັງ Desktop PC ຈະມີໂໝດໃຫ້ເລືອກເພື່ອປັບການນຳໃຊ້ ເຊັ່ນ: Power Efficiency (ປະຫຍັດພະລັງງານ), Balance (ສົມດູນ) ແລະປະສິດທິພາບ (ປະສິດທິພາບສູງ) ໂດຍໃນ Windows 11, ທ່ານ​ສາ​ມາດ​ໄປ​ທີ່ System > Power & Battery ໃນ​ໜ້າ Power Mode ແລະ​ເລືອກ​ທີ່​ດີ​ທີ່​ສຸດ. ການ​ເລືອກ​ໂໝດ​ນີ້ ຈະເຮັດໃຫ້ລະບົບປັບຄວາມໄວພັດລົມສູງຂຶ້ນ ແລະ ເຮັດໃຫ້ຄອມພິວເຕີເຢັນລົງ.

5. ຕິດຕັ້ງໂປແກຣມເພື່ອເບິ່ງອຸນຫະພູມ.

ພວກເຮົາສາມາດຕິດຕັ້ງໂປຼແກຼມເພີ່ມເຕີມເພື່ອເບິ່ງອຸນຫະພູມຂອງຄອມພິວເຕີໄດ້ງ່າຍໆ, ບໍ່ວ່າຈະເປັນ Core Temp HWMonitor ຫຼືໂປຼແກຼມອື່ນໆທີ່ສາມາດດາວໂຫຼດ ແລະ ຕິດຕັ້ງໄດ້ໂດຍບໍ່ເສຍຄ່າ (ແຕ່ໃຫ້ລະວັງໄວຣັສ ດາວໂຫຼດໂດຍກົງຈາກເວັບໄຊທີ່ປອດໄພ) ໂປແກຣມເຫຼົ່ານີ້ຈະເຮັດໃຫ້ເຈົ້າເຫັນວ່າ ອຸນຫະພູມພາຍໃນຄອມພິວເຕີສູງເກີນໄປບໍ? ຖ້າມັນສູງເກີນໄປ, ທ່ານຄວນຫຼີກລ່ຽງການໃຊ້ມັນໃນຊ່ວງເວລານັ້ນ ຫຼື ຫາວິທີກະຈາຍອາກາດຫຼາຍຂຶ້ນ ເຊັ່ນ: ຕິດຕັ້ງພັດລົມເຢັນ ຫຼືຍົກມັນໄປໃຊ້ໃນບ່ອນທີ່ມີອຸນຫະພູມຕໍ່າ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...