ພຣະທາດປຸມປຸກ ແຂວງຫຼວງນ້ຳທາ ພຣະທາດເກົ່າແກ່ອາຍຸ 400 ກວ່າປີ.

ຫຼາຍຄົນບອກວ່າ ມາແຂວງຫຼວງນ້ຳທາ ຕ້ອງໄດ້ໄປຂາບໄຫວ້ “ພຣະທາດປຸມປຸກ” ຈຶ່ງໄປຮອດໄປເຖິງ ແຂວງ ຫຼວງນ້ຳທາ ແທ້! ເນື່ອງຈາກວ່າ ເປັນພຣະທາດເກົ່າແກ່ທີ່ຊາວແຂວງຫຼວງນ້ຳທາ ແລະ ຜູ້ທີ່ເຫຼື້ອມໃສສັດທາໃຫ້ຄວາມເຄົາລົບ ນັບຖື.

ຄຳວ່າ “ປຸມປຸກ” ແມ່ນມາຈາກພາສາໄຕລື ຄຳວ່າ “ປຸມ” ແປວ່າ “ທ້ອງ” ຫຼື “ໜ້າເອິກ”, ສ່ວນຄຳວ່າ “ປຸກ” ແປວ່າ “ກະດູກ” ລວມແລ້ວແມ່ນ “ກະດູກໜ້າເອິກ” ຂອງ ພຣະພຸດທະເຈົ້າ.

ໃນສີລາຈາຣຶກ ບອກໄວ້ວ່າ: ແຕ່ດຶກດຳບັນ ມີພຣະທາດລູກໜຶ່ງຊື່ວ່າ “ພຣະທາດປຸມປຸກ” (ຕັ້ງຢູ່ບ່ອນພຣະທາດປັດຈຸບັນ) ແມ່ນສົມເດັດພຣະເຈົ້າສີສຸທໂທທະນະທັມມິກະຣາຊ ໃນສະໄໝພຣະອົງເປັນເຈົ້າປົກຄອງ ເມືອງຫຼວງນ້ຳທາ (ຫົວທາ) ໄດ້ສ້າງພຣະທາດລູກນີ້ຂຶ້ນ ເມື່ອພຸດທະສັງກາດ (ພສ) 2171 ປີ ເປີກ ຈຸລະສັງກາດ 990 ຕົວ ເດືອນຍີ່ (2) ຂຶ້ນ 06 ຄ່ຳ ເປັນສະຫຼອງ ພຣະທາດປຸມປຸກ (ນັບແຕ່ສ້າງມາຈົນເຖີງປັດຈຸບັນ ໄດ້ 332 ປີ.

ພຣະທາດປຸມປຸກ ທີ່ໄດ້ກ່າວມານັ້ນ ແມ່ນໄດ້ເພທະລາຍໄປໝົດແລ້ວ ເຫຼືອແຕ່ເສດກ້ອນດິນຈີ່ ແລະ ມີຕົ້ນໄມ້ເກີດຂື້ນໃນບໍລິ ເວນພຣະທາດນັ້ນ ດ້ວຍເດຊະບຸນ ຍັງມີປະຫວັດພຣະທາດນີ້ເສດເຫຼືອຢູ່ ຕາມບ້ານເມືອງ ພໍໄດ້ອ້າງເປັນຫຼັກຖານໄດ້.

ຫຼັງຈາກນັ້ນ ເພິ່ນກໍໄດ້ມີການສ້າງ ພຣະທາດປຸມປຸກ ອົງໃໝ່ທີ່ເຫັນປັດຈຸບັນ ແມ່ນໄດ້ສ້າງແທນອົງເກົ່າ ສະໄໝ ພຣະຣາຊອານາຈັກລາວ (ຫົວຂອງ) ເມືອງຫຼວງນ້ຳທາ ພສ 2503 ຈສ 1322, ຄສ 1961.

ຕາມປະຫວັດຕາມການບອກເລົ່າ ພຣະທາດປູມປຸກ ແມ່ນພຣະທາດທີ່ເກົ່າແກ່ທີ່ສຸດ ຂອງເມືອງຫຼວງນ້ຳທາ, ສ້າງຂຶ້ນ ໃນປີ ຄສ 1628 ເພື່ອເປັນສັນຍາລັກແຫ່ງມິດຕະພາບ ລະຫວ່າງ ເມືອງຫົວທາ ແລະ ເມືອງຊຽງແສນ. ພຣະທາດອົງເກົ່ານັ້ນ ແມ່ນໄດ້ຖືກຍົນ ອາເມລິກາ ຖິ້ມລະເບີດ ແລະ ຫຼັກເພລົງ ໃນປີ 1966.

ປັດຈຸບັນ ຍັງມີຮ່ອງຮອຍເສດເຫຼືອຢູ່ ຂ້າງພຣະທາດອົງໃໝ່ ທີສ້າງຂຶ້ນເພື່ອທົດແທນ ແລະ ເປັນສັນຍາລັກຂອງພຣະພຸດທະ ສາສະໜາໃນດິນແດນແຫ່ງນີ້. ພຣະທາດປູມປຸກ ຕັ້ງຢູ່ຫ່າງ ຈາກເທດສະບານ ແຂວງຫຼວງນ້ຳທາ ໄປປະມານ 7 ກິໂລແມັດ.

ສຳລັບບຸນນະມັດສະການພຣະທາດປຸມປຸກ ບຸນມາຄະບູ ແມ່ນຈັດຂຶ້ນໃນເດືອນ 3 ເພັງຂອງທຸກໆປີ.

ຂໍ້ມູນຈາກ: ພຣະອາຈານດາວສະເດັດເລີດມະນີ.

#ພຣະທາດປຸມປຸກ #ວັດທະນະທຳລາວ #ຫຼວງນ້ຳທາ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...