ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍ ແຂວງ ບໍ່ແກ້ວ ໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ໃນຂອບເຂດບ້ານດອນທາດ ເມືອງຕົ້ນເຜິ້ງ, ຫ່າງຈາກເທດສະບານເມືອງຕົ້ນເຜິ້ງປະມານ 5 ກິໂລແມັດ ແລະ ໄລຍະທາງຈາກ ບ້ານດອນທາດ ເຂົ້າສູ່ເມືອງເກົ່າສຸວັນນະໂຄມຄຳແມ່ນ 3 ກິໂລແມັດ, ເວົ້າໄດ້ວ່າເປັນສະຖານທີ່ທີ່ມີຄວາມສະດວກສະບາຍໃນການເດີນທາງເຂົ້າເຖິງ.
ຕາມຕຳນານຂອງ ປະເທດສີລັງກາ ທ່ານ ຝຣັ່ງຊິດ ກາເຍ ໄດ້ຂຽນໄວ້ໃນປຶ້ມ “ການສຳຫຼວດແມ່ນ້ຳຂອງ” ຂອງທ່ານໃນສະຕະວັດທີ 19 ໄດ້ເວົ້າໄວ້ວ່າ: ເມືອງເກົ່າສຸວັນນະໂຄມຄຳ ແມ່ນກໍ່ຕັ້ງໂດຍຊົນຊາດ “ລາວ-ໄຕ” ໄດ້ປາກົດຕົວຂຶ້ນໃນສະຕະວັດທີ 5 ຂອງຄຣິສຕະສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດເມຶອງໜອງກະແສແສນຍ່ານ (ທະເລສາບ ເອີໄຫ່ ເມືອງຕ້າລີ ມົນທົນ ຢຸນນານ) ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ, ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນໄລຍະຕໍ່ມາ ເຊິ່ງໝາຍເຖິງຄົນຊົນຊາດ “ລາວ-ໄຕ” ທີ່ນັບຖືພະຍານາກ ໄດ້ເຄື່ອນຍ້າຍລົງມາແຕ່ອານາຈັກ “ນ່ານເຈົ້າ” (ເມືອງ ຕ້າລີ ມົນທົນຢຸນນານ), ລົງມາຕາມແມ່ນ້ຳຂອງ ມາຢູ່ເມືອງ ສຸວັນນະໂຄມຄຳ, ຫຼວງພະບາງ, ວຽງຈັນ ແລະ ລົງໄປຮອດຫຼີ່ຜີ ແຂວງຈຳປາສັກ ແລະ ຊົນຊາດ “ລາວ-ໄຕ” ສ່ວນໜຶ່ງເຄື່ອນຍ້າຍໄປຕາມແມ່ນ້ຳມູນ-ແມ່ນ້ຳຊີ ຂຶ້ນໄປຮອດອຸບົນລາຊະທານີ, ຮ້ອຍເອັດ, ຂອ່ນແກ່ນ ແລະ ໂຄລາດ, ສ່ວນໜຶ່ງຂອງຊົນຊາດ “ລາວ-ໄຕ” ເຄື່ອນຍ້າຍໄປທາງ ຊຽງແສນ, ຊຽງຣາຍ ແລະ ອະຍຸທະຍາ, ຊຽງໃໝ່ ແລະ ອີກສ່ວນຂອງຊົນຊາດ “ລາວ-ໄຕ” ໄດ້ເຄື່ອນຍ້າຍໄປຮອດຫຼວງພະບາງ, ໄຊຍະບູລີ, ປາກລາຍ, ອຸຕະຣາດິດ ແລະ ສຸໂຂໄທ.
ເມືອງເກົ່າສຸວັນນະໂຄມຄຳ ນີ້ໄດ້ມີການເຕີບໃຫຍ່ຂຶ້ນຢ່າງໄວວາ ພຽງແຕ່ 3 ປີເທົ່ານັ້ນກໍ່ມີບ້ານເຮືອນເຖິງໜຶ່ງແສນຫຼັງຄາເຮືອນ. ຕໍ່ມາ ເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດຕໍ່ພໍ່ຄ້າຊາວຂາຍ ໂດຍສະເພາະຕໍ່ຊາວນາກຫຼວງພະບາງ (ຄົນລາວທີ່ນັບຖືພະຍານາກ) ອັນເປັນສາເຫດກໍ່ໃຫ້ເກີດຄວາມຜິດຂ້ອງຕ້ອງຖຽງ ແລະ ສູ້ຮົບກັນ, ພວກເຂົາເຈົ້າຈຶ່ງໄດ້ຍົກທັບຂຶ້ນເມືອຕີ ເມືອງສຸວັນນະໂຄມຄຳ ຈົນຮາບກ້ຽງ ເຮັດໃຫ້ຊາວເມືອງແຕກຕື່ນ ແລະ ອົບພະຍົບໄປຫຼາຍທິດທາງ ໄປຢູ່ທັງຊຽງແສນ, ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ. ດ້ວຍເຫດນີ້ ໃນວັນທີ 03 ພຶດສະພາ 2022 ໄດ້ສຳເລັດພິທີການຕິດຕັ້ງຮູບປັ້ນພະຍາສີສັດຕະນາກຄະຣາຊ (ເຈັດສຽນ) ຈາກວັດສີບຸນເຮືອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລ້ວນຳມາປະດິດສະຖານໄວ້ທີ່ວັດປ່າໂພທອງ ໜອງຄຳແສນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍຍ້ອນວ່າ ນະຄອນຫຼວງວຽງຈັນ ແມ່ນເມືອງໃໝ່ຂອງອານາຈັກສຸວັນນະໂຄມຄຳ (ຫຼື ສຸວັນນະໂຄມຄຳ ຕອນປາຍ ເຊິ່ງເປັນເມືອງກ່ອນຍຸກອານາຈັກລາວລ້ານຊ້າງ ຜູ້ຄົນອົບພະຍົບຈາກສຸວັນນະໂຄມນຳ ມາຢູ່ວຽງຈັນ).
ເມືອງເກົ່າສຸວັນນະໂຄມຄຳແຫ່ງນີ້ ຖືກສົງຄາມທຳລາຍ ແລະ ການປ່ຽນທິດຂອງນ້ຳໄຫຼ, ໄພພິບັດທາງທຳມະຊາດຕ່າງໆ ເຖິງເມືອງຈະໄດ້ຮັບການຟື້ນຟູມາຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆກໍຕາມ ແຕ່ສຸດທ້າຍກໍກາຍມາເປັນສະພາບນະຄອນຮ້າງທີ່ເຫຼືອພຽງຮ່ອງຮອຍປະໄວ້, ເຊິ່ງພົບວ່າມີ 44 ບູຮານສະຖານກໍ່ສ້າງດ້ວຍອິດ ແລະ ປະທາຍ ອັນເປັນພຸດທະສິມມາ, ພະທາດ, ພະພຸດທະຮູບ, ນ້ຳສ້າງ ແລະ ອື່ນໆ ທີ່ຍັງຄົງຫຼົງເຫຼືອຈາກໂຈນປຸ້ນສົມບັດ, ແຕ່ສິ່ງທີ່ຊົງຄວາມງົດງາມສະຫງ່າຕະການ ໃນສະໄໝກ່ອນນັ້ນ ໄດ້ແກ່ພະພຸດທະອົງປາງສະມາທິ ເປັນພະພຸດທະຮູບອົງໃຫຍ່ ທີ່ມີໜ້າຕັກກ້ວາງ 7.10 ແມັດ, ສູງ 7.22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1.10 ແມັດ, ດ້ານຂ້າງແຕ່ກະໂພກຫາເຂົ່າ 3.60 ແມັດ ເຊິ່ງນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ໃນຍ່ານອາຊີອາຄະເນ.
ນອກນັ້ນ ເມືອງເກົ່າສຸວັນນະໂຄມຄຳ ກໍ່ຍັງມີປູສະນີຍະສະຖານທີ່ຍັງຄົງຫຼົງເຫຼືອຢູ່ຈຳນວນໜຶ່ງ ໃນສະໄໝເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມ ຕາມຝັ່ງແມ່ນ້ຳຂອງ ແລະ ຕໍ່ມາ ກໍ່ໄດ້ຖືກພັງທະລາຍລົງ ໂດຍການຮຸກຮານຂອງກອງທັບພະມ້າ ຫຼົງເຫຼືອໄວ້ພຽງແຕ່ຮ່ອງຮອຍປະຫວັດສາດໃຫ້ແກ່ຄົນຮຸ່ນຫຼັງ ຈົນມາຮອດຕົ້ນປີ 2024 ນີ້ ຈິ່ງໄດ້ຄົ້ນພົບພະພຸດທະຮູບຢູ່ສີມເກົ່າ ຫຼາຍອົງທີ່ງົດງາມ, ລວດລາຍສີມ ກໍແປກຕາ ແລະ ເປັນເອກະລັກ ຈົນເຮັດໃຫ້ຄົນລາວບໍ່ຢາກເຊື່ອສາຍຕາ ນັ້ນກໍເພາະວ່າ ເມືອງສຸວັນນະໂຄມຄຳ ທີ່ເປັນເມືອງເກົ່າຂອງຊົນຊາດ “ລາວ-ໄຕ” ແມ່ນມີຄວາມຈະເລີນຮຸ່ງເຮືອງ ແລະ ຍິ່ງໃຫຍ່ແທ້ໆໃນອະດີດ.
ສ່ວນທີ່ມາຂອງຊື່ “ເມືອງສຸວັນນະໂຄມຄຳ” ນັ້ນ ໂດຍມີຕຳນານດັ່ງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼືໂຄຕະບູນ ຫຼື ສີໂຄຕະບອງ ຢູ່ໃນເຂດເມືອງ ທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ 2 ພຣະອົງ, ອົງແຮກມີພຣະນາມວ່າ “ອິນທຣະວົງສາ” ແລະອົງນ້ອງພຣະນາມວ່າ “ໄອຍະກຸມານ” ເມື່ອພຣະຣາຊະບິດາສະຫວັນນະຄົດແລ້ວ ໂອຣົດທັງສອງອົງອ້າຍ ກໍຂຶ້ນຄອງຣາດຊະສົມບັດ ແລະອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ “ພຣະຍາອິນປະຖົມ” ແລະ ພຣະຍາໄອກຸມານ ມີພຣະທິດາຊົງ ພຣະນາມວ່າ “ນາງອູຣະສາ” (ຄົງຈະເປັນ ໂອຣະສາ ພາສາໄຕລື້ ) ແລະ ພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ (ພີ່ນ້ອງເອົາກັນຕາມປະເພນີຂອງກະສັດໃນອະດີດ), ຄັນເມື່ອພຣະຍາອິນທະວົງສາສະ ຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ.
ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມລຳແມ່ນຳ້ຂອງ ເປັນເວລາ 4 ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັ້ງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ 4,000 ຄົວເຮືອນ. ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບ ແຕ່ຍັງປະສູດ ແລະ ຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນໂຄຕະປຸຣະ (ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງຫຼົ້ມຈົມ (ຄ້າຍຄືຕຳນານເຈົ້າຟ້າງຸ່ມ ທີ່ເກີດມາແລ້ວມີແຂ້ວ 33 ເຫຼັ້ມ).
ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ, ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ, ໂຄມໄຟ ແລະປະທີບບູຊາພະຍານາກ ໃຫ້ສະຫວ່າງ ທົ່ວແມ່ນ້ຳຂອງເປັນເວລາ 7 ວັນ 7 ຄືນ ເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະກຸມານນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ (ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂຶ້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອກັ້ນແມ່ນ້ຳຂອງ ແລ້ວເຮັດໃຫ້ແພຂອງອົງກຸມມານນ້ອຍ ໄດ້ໄຫຼຢ້ອນຂຶ້ນເໜືອຈົນເຖິງເກາະເຂີນ) ການທີ່ບູຊາພະຍານາກໂດຍ ການຈູດທູບ, ທຽນ, ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງຊົນຊາດ “ລາວ-ໄຕ” ເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ, ສ່ວນການບູຊານາກ ໂດຍໂຄມໄຟ ແມ່ນຍັງມີຢູ່ພາກເໜືອ “ລາວ-ໄທຍ”. ດ້ວຍເຫດນີ້ເອງຊຸມຊົນທີ່ຕັ້ງຂຶ້ນເທິງ “ເກາະເຂີນ” ຈຶ່ງໄດ້ຖືກຂະໜານນາມວ່າ “ເມືອງສຸວັນນະໂຄມຄຳ” ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ “ສຸວັນນະມຸຂະທາວາຣະ” ແລະ ໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ “ໂຄມຄຳ”.
ຂໍ້ມູນຈາກ: ປຶ້ມບັນຊີແຫຼ່ງທ່ອງທ່ຽວທົ່ວປະເທດລາວ ປີ 2029, ປຶ້ມ “ປະຫວັດຊົນຊາດລາວ 5,000 ປີ, ພາບຈາກ: ພຣະອາຈານ ຂັດຕິຍະບາຣະມີ (ຮຽບຮຽງໂດຍ: ທ້າວ ກາບແກ້ວ ທຳມະວົງ)