Thursday, May 15, 2025
Kbank Laos โอน รับ จ่าย

ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ປີນີ້ ຈະມີການແຂ່ງຂັນ 14 ປະເພດກິລາ.

ກອງເລຂາຄະນະກຳມະການ ຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໄດ້ຈັດກອງປະຊຸມປຶກສາຫາລື ກັບບັນດາອະນຸກຳມະການຝ່າຍຕ່າງໆ ເພື່ອກະກຽມໃສ່ການເປີດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ໃນລະຫວ່າງ ວັນທີ 5-14 ພຶດສະພາ 2024 ທີ່ຈະເຖິງນີ້ ໂດຍການເປັນປະທານຂອງ ທ່ານຮອງສາດສະດາຈານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ທັງເປັນຮອງປະທານຮັບຜິດຊອບຈັດງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2, ມີບັນດາຫົວໜ້າ ແລະ ຮອງອະນຸກຳມະການຝ່າຍຕ່າງໆຂອງກອງເລຂາຄະນະຈັດງານເຂົ້າຮ່ວມ ເຊັ່ນ: ອະນຸກຳມະການເນື້ອໃນ; ອະນຸກຳມະການບໍລິຫານ-ບໍລິການ; ອະນຸກຳມະການພິທີການ, ຕ້ອນຮັບ ແລະ ຈັດຫາອາສາສະໝັກ; ອະນຸກຳມະການຂ່າວສານ ແລະ ຍ້ອງຍໍ; ອະນຸກຳມະການພິທີເປີດ-ປິດ ແລະ ອະນຸກຳມະການການແພດ.

ງານມະຫະກຳກິລາມະຫາວິທະຍາໄລລາວ ຄັ້ງທີ 2 ຈະໄຂຂຶ້ນໃນລະຫວ່າງ ວັນທີ 5 ເຖິງ 14 ພຶດສະພາ 2024 ເຊິ່ງມະຫາວິທະຍາແຫ່ງຊາດ ເປັນເຈົ້າພາບ ໂດຍມີການແຂ່ງຂັນທັງໝົດ 14 ປະເພດກິລາ ເຊັ່ນ: ບານເຕະ (ຊາຍ-ຍິງ), ບານສົ່ງ (ຮົ່ມ ແລະ ຫາດຊາຍ), ບານບ້ວງ 3×3, ເປຕັງ, ຢູໂດ, ເທຄວັນໂດ, ປັນຈັກສີລັດ, ດອກປີກໄກ່, ກະຕໍ້ ແລະ ອີ-ສະປອດ ເຊິ່ງ 10 ປະເພດ ແມ່ນຈະຈັດຢູ່ໃນບໍລິເວນເຂດ ມຊ ດົງໂດກ ຍົກເວັ້ນກິລາ ຢູໂດ ຈະຈັດຢູ່ສູນບູໂດເຊັນເຕີ.

ສ່ວນພິທີເປີດ-ປິດ ໃນຄັ້ງນີ້ ຈະຈັດຢູ່ເດີ່ນໃນຮົ່ມ ໃນຮູບແບບກະທັດຮັດ ສອດຄ່ອງກັບຍຸກສະໄໝໃໝ່ ແລະ ມີເນື້ອໃນ.

ຂ່າວ-ພາບ: ຄົນຂ້າງສະໜາມ

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້