Tuesday, March 18, 2025

ເຈົ້າເຄີຍຖືກຄົນຈົ່ມຂວັນບໍ່! ເປັນຫຍັງຄົນເຮົາຈຶ່ງມັກຈົ່ມຂວັນນິນທາກັນ

ເຄີຍສົງໄສບໍວ່າ ເປັນຫຍັງເຮົາຈຶ່ງມີຄວາມສຸກເວລາໄດ້ເວົ້າເລື່ອງຂອງຄົນອື່ນ? ຫຼາຍຄົນອາດຈະເຄີຍຕັ້ງຄຳຖາາມນີ້ກັບຕົນເອງ ເພາະປະຕິເສດບໍ່ໄດ້ເລີຍວ່າເຮົາຈະບໍ່ຖືກຈົ່ມຂວັນນິນທາ ແລະ ເຮົາເອງກໍຍັງມັກເວົ້າເລື່ອງຂອງຄົນອື່ນເຊັ່ນດຽວກັນ. ການທີ່ເຮົາເວົ້າເລື່ອງຂອງຄົນອື່ນໂດຍທີ່ຄົນໆ ນັ້ນບໍ່ໄດ້ຢູ່ທີ່ນັ້ນນຳເຮົາ ອາດເອີ້ນໄດ້ວ່າ ນັ້ນຄື ”ການນິນທາ” ແຕ່ການນິນທາແບບນີ້ ກໍມີຫຼາຍດ້ານເຊັ່ນກັນບາງຄົນກໍນິນທາ ເວົ້າເຖິງຄົນອື່ນໃນດ້ານດີດ້ວຍຄວາມເປັນຫ່ວງເປັນໄຍ ຫຼື ຍ້ອງຍໍຊົມເຊີຍ ແຕ່ກໍມີຈຳນວນບໍ່ໜ້ອຍທີ່ມັກເວົ້າເລື່ອງຄົນອື່ນໄປໃນທາງລົບວ່າຮ້າຍໄປໃນທາງເສຍຫາຍ.

ແລ້ວເຫດຜົນໃດທີ່ເຮັດໃຫ້ເຮົາມັກຈົ່ມຂວັນນິນທາຄົນອື່ນ?

  1. ການນິນທາ ມັກຊ່ວຍໃຫ້ສ້າງເພື່ອນມິດ

ບາງຄັ້ງການຕັ້ງກະທູ້ ຫຼື ຫົວເລື່ອງມາສົນທະນາກໍເພື່ອຢາກສ້າງຄວາມເປັນມິດ ສະນິດສະໜົມກັບໝູ່ເພື່ອນ ຫຼື ຄູ່ຮ່ວມງານແຕ່ກໍມີຫຼາຍຄັ້ງທີ່ເຮົາອາດຫຼົງເອົາເລື່ອງຂອງຄົນອື່ນມາເວົ້າແທນທີ່ຈະເວົ້າເລື່ອງຂອງຕົນເອງ ແລະ ຕຄູ່ສົນທະນານັ້ນໆ.

  • ການນິນທາ ເຮັດໃຫ້ຮູ້ເຖິງຄວາມຄິດເຫັນຂອງຄົນອື່ນ

ຫຼາຍຄັ້ງທີ່ການຊຸບຊຸບນິນທາ ຫຼື ເວົ້າເລື່ອງຂອງຄົນອື່ນພຽງຕ້ອງການຢາກຟັງຄໍາຄິດເຫັນຂອງຄູ່ສົນທະນາຕໍ່ກັບເລື່ອງນັ້ນໆວ່າ ແນວຄວມຄິດຈະໄປທາງດຽວກັນບໍ ຫຼື ລາວຄິດເຫັນຕ່າງກັນແນວໃດເພື່ອໃຫ້ມີການໂຕ້ແຍ້ງໂອ້ລົມກນມ່ວນປາກຕໍ່ໄປ..

  • ການນິນທາ ເພາະຢາກເປັນທີ່ຍອມຮັບ

ໃນເວລາໃດທີ່ເຮົາມີເລື່ອງໃໝ່ໆທີ່ຕົນເອງຮູ້ແຕ່ຄົນອື່ນບໍ່ຮູ້ ຈະເຮັດໃຫ້ເຮົາຍິ່ງຢຢາກເວົ້າຢາກແບ່ງປັນເລື່ອງນັ້ນໆເພື່ອໃຫ້ຄົນອື່ນສົນໃຈ ມີສ່ວນຮ່ວມ ແລະ ເປັນທີ່ຍອມຮັບ

  • ການຮູ້ຂໍ້ມູນສ່ວນຕົວຂອງຄົນອື່ນເຮັດໃຫ້ເຮົາເບິ່ງຄືມີອຳນາດ

ອຳນາດໃນທີ່ນີ້ໝາຍວ່າ ການທີ່ເຮົາມີຂໍ້ມູນທີ່ຄົນອື່ນບໍ່ຮູ້ໂດຍສະເພາະແມ່ນຄວາມລັບ ຫຼື ເລື່ອງສ່ວນຕົວທີ່ເຂົາບໍ່ໄດ້ເປີດເຜີຍແຕ່ເຮົາພັດຮູ້ເຖິງແມ່ນວ່າເຮົາຈະບໍ່ໄດ້ເອົາເລື່ອງນັ້ນໄປໃຊ້ໃນທາງທີ່ເສຍຫາຍກໍຕາມ.

  • ການມີຂໍ້ມູນຂອງຄົນອື່ນເຮັດໃຫ້ຮູ້ສຶກເຫັນອົກເຫັນໃຈ

ເມື່ອເຮົາມີຂໍ້ມູນດ້ານລົບ/ຂອງຜູ້ອື່ນທີ່ອາດເປັນເລື່ອງທີ່ເຊື່ອມເສຍ ຫຼື ເປັນເລື່ອງຊີວິດສ່ວນຕົວ ຄວາມທຸກ ຄວາມຍາກຂອງເຂົາ ຈະເຮັດໃຫ້ເຮົາຮູ້ສຶກເຫັນອົກເຫັນໃຈໃນເລື່ອງລາວຕ່າງໆນັ້ນ.

ຈາກການສຳພາດສາວຄົນໜຶ່ງອາຍຸ 22 ປີ ລາວບອກວ່າ: ກໍມີບາງຄັ້ງທີ່ຕົນເອງຫຼົງໄປເວົ້າເຖິງຄົນອື່ນ ຫຼື ບຸກຄົນທີ່ສາມໃນເວລາທີ່ສົນທະນາກັບໝູ່ເຊິ່ງມັກຈະເກີດຂຶ້ນເລື້ອຍໆ ຖ້າຄົນໆນັ້ນບໍ່ໄດ້ຢູ່ກັບເຮົາ ແຕ່ໃນທາງກົງກັນຂ້າມເຮົາເອງກໍບໍ່ມັກ ແລະ ຮູ້ສຶກບໍ່ດີເຊັ່ນກັນ ຖ້າມີຄົນເອົາເລື່ອງຂອງເຮົາໄປເວົ້າ ໂດຍສະເພາະແມ່ນເວົ້າໃນທາງທີ່ບໍ່ດີ ຫຼື ບໍ່ແມ່ນຄວາມຈິງ, ຜ່ານມາກໍເຄີຍພົບເຫດການແບບນີ້ ມີໝູ່ທີ່ສະໜິດກັນນີ້ລະ ເອົາເລື່ອງເຮົາໄປເວົ້າທົ່ວທີບ ເຊິ່ງຄົນທີ່ໄດ້ຍິນກໍຍິ່ງເອົາໄປຕື່ມເລື່ອງລາວໃສ່ ຈົນເຮົາຮູ້ເລື່ອງມາກໍຮູ້ສຶກເສຍໃຈຫຼາຍ ແຕ່ກໍເຮັດຫຍັງບໍໄດ້ ເຮັດໄດ້ພຽງເຂົ້າໃຈ ແລະ ທຳໃຈ ເພາະເຮົາບໍ່ສາມາດຫ້າມຄົນອື່ນໃຫ້ບໍ່ເວົ້າເຖິງເຮົາໄດ້ ແຕ່ສິ່ງໜຶ່ງທີ່ບອກຕົນເອງໄວ້ຄື ເຮົາຈະບໍ່ເວົ້າເຖິງເລື່ອງຄົນອື່ນໃນທາງທີ່ບໍ່ດີ ແລະ ເຊື່ອວ່າຖ້າທຸກຄົນຄິດແບບນີ້ ການນິນທາກັນກໍຈະຫຼຸດນ້ອຍລົງໄດ້.

#ການນິນທາ #ຈົ່ມຂວັນ #ການໃຊ້ຊີວິດ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.