ຄຳໂສກ ແມ່ນວັນນະຄະດີລາວປະເພດໜຶ່ງເຊິ່ງກຳເນິດມາແຕ່ສະໄໝບູຮານ ພ້ອມກັບການຊອກຮູ້ ແລະ ດັດແປງທຳມະຊາດມາຮັບໃຊ້ຊີວິດການເປັນຢູ່ຂອງຕົນ. ເມື່ອຈະເວົ້າເຖິງ ຄຳໂສກທີ່ຫຼາຍຄົນຮູ້ຈັກຄຳໂສກປະເພດເວົ້າເຖິງອຸປະກອນໃນການຮັບໃຊ້ປະຈຳວັນເຊັ່ນ: ອຸປະກອນຮັບໃຊ້ໃນການລ່າສັດ, ພາຫະນາ, ທີ່ຢູ່ອາໄສ, ເຮືອນຊານບ້ານຊອງ ແລະ ອື່ນໆ.
ເຊັ່ນໂສກແຮ້ວ: ຫ້າງແຮ້ວຖຶກຕີນສານ ບໍ່ນາຂາດເປັນບັ້ນ ຖືກຄັນຢຽດລົງດີນ ນົກພາບີນສູ່ໄມ້ ໄດ້ສົມດັ່ງໃຈປອງ ມີໃຈທອງຢາກເຂົ້າ ບໍ່ຕ້ອງເຝົ້າເຫິງນານ.
ໂສກແປ້ນເຮືອນ: ປູ່ຫອມຍ່າຫອມ ທ້ອນຫອມຂອງເວ້ ຂີ້ໄຮ້ເທົ່າຕາຍ ບາຍຖົງຄ້ຽວໝາກ ມັກປາກ ອົມບອນ ຂອນຜີບໍ່ຂາດ ຍາດມິດມາລົມ ອຸດົມທຸກສິ່ງ ເປັນມິ່ງຂວັນເຮືອນ.
ໂສກກອນເຮືອນ: ຕ່ອນຄຳພູຖູລົງຮ່ອມ ຫອມສິນໄວ້ໄຮ້ເທົາຕາຍ ວາຍສະລັບ ດັບສິນໄຮ້ ໄດ້ໄພ່ມາເຮືອນ ຂັນຄຳຕັ້ງສູ່ແຂກ.
ໂສກລົດ ແລະ ເຮືອ: 1. ຊື້ຖືກຂາຍແພງ. 2. ກິນແໜ່ງເພາະເຄົ້າ. 3. ຂີ້ຂ້າເກີດເປັນໄທ. 4. ຫິນຜາແລ່ນມາຕ້ອນ. 5. ກ້ອນຄຳແໜນໃສຖົງ. 6. ທຽວຂື້ນຄາດແຄ້ວ. 7. ໄປຮອດແລ້ວຍ່ອມມາດີ. 8. ເສດຖີຍ່ອມມາໄຮ້. ນອນຕື່ນໄດ້ຖົງຄຳ
ຄຳໂສກແທ່ນຄ້າຍກັບຄຳກອນທີ່ຕ້ອງສຳພັດເກາະກ່າຍກັນ ແຕ່ຄຳໂສກຈະເວົ້າເຖິງເລື່ອງໃດເລື່ອງໜຶ່ງໂດຍສະເພາະ ແລະ ປັດຈຸບັນ ໃນລາວເຮົາອາດຈະບໍ່ໄດ້ເຫັນວ່າມີການນໍາໃຊ້ຫຼາຍໃນທົ່ວໄປ.
ທີ່ມາ: ຄັດຈາກປື້ມວັນນະຄະດີລາວ-ວັດທະນະທຳລາວ ຄະນະອັກສອນສາດ ປີ 2006 ແລະ ປື້ມວັນະຄະດີ ປີ 2009.