Sunday, April 28, 2024
Lenovo

ໝາກໂມຫວານ ປະສານສຽງຜູ້ໄທ ໃນບົດເພງ “ຮັກສາວໜອງໄຮ”

ເມື່ອເວົ້າເຖິງເພງ “ຮັກສາວໜອງໄຮ” ເຊື່ອວ່າຫຼາຍຄົນຄົງຄຸ້ນຫູກັນດີ ຖືວ່າເປັນເພງດັງອະມະຕະອີກເພງໜຶ່ງ ທີ່ອາຈານ ດອກເພັກ ແດນຈຳພອນ ເພິ່ນໄດ້ປະພັນເອົາໄວ້ໃນປີ 1997. ທຳອິດແມ່ນ ສິນນຸສອນ ໄຊສຳພັນ ຄົນສະຫວັນນະເຂດເອງເປັນຄົນຮ້ອງ ຕໍ່ມາຈິ່ງແມ່ນ ກິດາວເພັດ ໜູຫ່ວງ ນຳມາຮ້ອງ ແລະ ໂດ່ງດັງໃນແບບສະບັບຂອງກິດາວເພັດ, ເພງນີ້ເປັນເພງທີ່ມີຈັງຫວະທຳນອງໄວ ແບບລູກທົ່ງບ້ານນາ ດົນ ຕີມ່ວນຊວນເຕັ້ນ ເຫັນນັກຮ້ອງຫຼາຍຄົນເອົາໄປຮ້ອງໃນງານບຸນຕ່າງໆ ມີການດັດແປງໃຫ້ຜູ້ຍິງຮ້ອງ ແລະປັບຈັງຫວະໃຫ້ໄວ້ຂຶ້ນ ເພື່ອໃຫ້ເໝາະສົມກັບການໂຢະຢ້ອນຟ້ອນໃສ່.

ເນື້ອໃນຂອງຕົ້ນສະບັບແມ່ນເວົ້າເຖິງຄວາມຮັກຄວາມແພງຂອງບ່າວສາວ ຊຶ່ງຜູ້ບ່າວຈາກຕ່າງບ້ານຕ່າງເມືອງ ເມື່ອໄດ້ໄປເຫັນສາວບ້ານໜອງໄຮ ກໍຮູ້ສຶກຜູກພັນຮັກແພງເປັນພິເສດ. ຫຼາຍຄົນທີ່ໄດ້ຟັງເພງນີ້ ຄົງສົງໄສວ່າບ້ານໜອງໄຮທີ່ກ່າວເຖິງໃນເພງດັ່ງກ່າວນີ້ ແມ່ນບ້ານໜອງໄຮຢູ່ໃສແທ້ ເພາະມີຫຼາຍໜອງໄຮ ແຕ່ໜອງໄຮໃນທີ່ນີ້ໝາຍເຖິງບ້ານໜອງໄຮເມືອງສອງຄອນ ແຂວງສະຫວັນນະເຂດ ຊຶ່ງເປັນບ້ານຂອງເຜົ່າຜູ້ໄທນັ້ນເອງ. ເມື່ອຜູ້ບ່າວຕ່າງຖິ່ນມາເຫັນສາວຜູ້ໄທ ຈິ່ງເກີດຄວາມສົນໃຈ ຫຼົງໃຫຼໃນສຳນຽງສຽງປາກທີ່ຫວານຈ້ອຍໆ ປະສົມປະສານກັບລົດຊາດຂອງໝາກໂມ ຜູ້ບ່າວຈິ່ງໝາຍໝັ້ນສັນຍາຢາກມາເປັນເຂີຍຜູ້ໄທ ຢາກມາຊ່ວຍເຮັດໄຮ່ໄຖນາ ເຖິງຍາມແລ້ງກໍຊ່ວຍເຮັດສວນປູກໂມປູກແຕງຮ່ວມສາວ ສ້າງສາຄູ່ຄຽງກັນ.

ໃນສຳນວນການປະພັນເພິ່ນໄດ້ເອົາພາສາຜູ້ໄທ ຊຶ່ງເປັນພາສາປາກເວົ້າແບບພື້ນບ້ານເຂົ້າມາໃສ່ ເຊັ່ນຄຳວ່າ: “ເວົ້າດ້ວຍຄວາມຈິງເຈີ ສາວໜອງໄຮໃຫ້ຈື່ຄໍາວ່າ ແມ່ນຜູ້ເດີຊິມາໝາຍນ້ອງຫຼ້າ ໃຫ້ບອກເຂົາວ່າຊິຄອງອ້າຍຜູ້ເດວ ບຸນສົງການປີນີ້ ຫາກໂຊກດີອ້າຍຊິມາຫຼິ້ນໂຮມ…,” ຄຳເວົ້າວ່າ “ຈິງເຈີ, ຜູ້ເດີ, ຜູ້ເດວ,…..,” ແມ່ນພາສາ ແລະ ສໍານຽງສຽງປາກທີ່ເປັນເອກະລັກຂອງເຜົ່າຜູ້ໄທ ຟັງແລ້ວອອນຊອນມ່ວນໃນຫູ ປາກຫວານຈ້ອຍໆເຂົ້າໃນກະດອງໃຈ ເຊັ່ນໃນວັກໜຶ່ງຂອງເພງວ່າ ສຽງຜູ້ໄທເວົ້າຈ້ອຍ ຄິດລະຫ້ອຍຢາກໄປຢ້ຽມເຢືອນ….ນີ້ຄືຄວາມຕິດອົກຕິດໃຈ ໃນມົນສະເໜຂອງບ້ານໜອງໄຮ ກໍຄືຄົນເຜົ່າຜູ້ໄທ ທີ່ອາຈານ ດອກເພັກ ແດນຈຳພອນ ໄດ້ປະພັນໄວ້ໃນບົດເພງ “ ສາວໜອງໄຮ ” ນັ້ນເອງ.

ກ່ອນຈະມາເປັນເພງ “ຮັກສາວໜອງໄຮ” ໃຫ້ເຮົາໄດ້ຟັງ ໄດ້ຮ້ອງ ໄດ້ມ່ວນຊື່ນຢູ່ທຸກມື້ນີ້ ຮູ້ບໍ່ວ່າຄວາມເປັນມາຂອງເພງ ຫຼື ກ່ອນຈະມາເປັນເພງນັ້ນເປັນແນວໃດ ຂ້າພະເຈົ້າໄດ້ມີໂອກາດ ໄດ້ສຳພາດທ່ານອາ ຈານ ຄຳສິດ ພົມມະຈັນ ຫຼື ດອກເພັກ ແດນຈຳພອນ ເພິ່ນເວົ້າໃຫ້ຟັງວ່າ ສຳລັບເພງ “ຮັກສາວໜອງໄຮ” ມັນແມ່ນຜະລິດຕະພັນຂອງວຽກງານວັດທະນະທຳ ເພາະວ່າພວກເຮົາຢູ່ແຂວງສະຫວັນນະເຂດ ແມ່ນຮັບ ຜິດຊອບກ່ຽວກັບການສ້າງຊີວິດ-ຄອບຄົວ ແລະ ບ້ານວັດທະນະທຳ ສະນັ້ນແລ້ວ ເປົ້າໝາຍທີ່ພວກເຮົາຈະໄປສ້າງບ້ານວັດທະນະທຳນັ້ນ ພວກເຮົາຕ້ອງເບິ່ງຫຼາຍໆຢ່າງ  ນອກຈາກມາດຕະຖານ ແລະ ເງື່ອນໄຂທີ່ທາງຂັ້ນເທິງໄດ້ວາງໄວ້ແລ້ວ ເຮັດແນວໃດຄອບຄົວໃນບ້ານໜອງໄຮ ຈະມີຊີວິດການເປັນຢູ່ທີ່ດີ ມີຜະ ລິດຕະພັນທາງດ້ານກະສິກຳ, ຫັດຖະກຳ, ການຜະລິດສິນຄ້າທີ່ເປັນລາຍໄດ້ເສີມໃຫ້ຄອບຄົວ ແລະ ບ້ານດັ່ງກ່າວນອກຈາກຈະມີສິລະປະພື້ນບ້ານ ບໍ່ວ່າຈະເປັນການຟ້ອນ, ການຮ້ອງ-ການລຳແລ້ວ ຍັງມີການເສບດົນຕີພື້ນບ້ານ ເຊັ່ນ ເປົ່າແຄນ, ກະຈັບປີ່, ຕີກອງ ຊຶ່ງເປັນພື້ນຖານຂອງເຂົາຢູ່ແລ້ວ ແລະ ອັນພິເສດບ້ານໜອງໄຮ ແມ່ນເປັນບ້ານເຜົ່າຜູ້ໄທ ເຖິງເດືອນສາມອອກໃໝ່ສາມຄໍ່າ ຊາວບ້ານຈະເຮັດບຸນໃຫຍ່ ໄຂປະຕູເລົ້າທຸກໆປີ ມີແຂກຄົນໄປຢ້ຽມຢາມຢ່າງຫຼວງຫຼາຍ ບ້ານໜອງໄຮ ເມືອງສອງຄອນ ເພິ່ນຍັງເປັນຕົ້ນແບບທາງດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຢູ່ໃນທ້ອງຖິ່ນນັ້ນ ອາຊີບພື້ນຖານຂອງຊາວບ້ານແມ່ນເຮັດສວນເຮັດນາ ຕໍ່າຫູກ ເຂັນຝ້າຍ ທີ່ລືຊື່ແມ່ນການຍ້ອມຄາມ ເຄື່ອງນຸ່ງທີ່ເປັນຜ້າຝ້າຍຍ້ອມຄາມ ສິ່ງທີ່ລືຊື່ອີກກໍຄືໝາກໂມຫວານ ຊຶ່ງຊາວບ້ານຖືອາຊີບປູກໝາກໂມມາແຕ່ດຶກດຳບັນ ແລະ ຂະຫຍາຍໄປບ້ານ ອື່ນໆ ເຂົາວ່າໄປບ້ານໜອງໄຮ ຕ້ອງໄດ້ກິນໝາກໂມຫວານ ຈິ່ງຖືວ່າໄປຮອດວ່າຊັ້ນເດ….!

ການສ້າງບ້ານວັດທະນະທຳນັ້ນ ແມ່ນໄປຟື້ນຟູ ສົ່ງເສີມ ບໍ່ແມ່ນວ່າໄປຈັດຕັ້ງໃຫ້ມັນເກີດ ມັນມີຢູ່ແລ້ວບັນດາຂະບວນການມູນເຊື້ອຂອງຊາວບ້ານ ເພື່ອໃຫ້ມັນອອກສູ່ສັງຄົມກວ້າງຂວາງ ເພິ່ນກໍເລີຍໄດ້ປະ ພັນເພງສາວໜອງໄຮນີ້ຂຶ້ນມາ ເພື່ອຢາກເຜີຍແຜ່ ມູນເຊື້ອດຸໝັ່ນຂະຫຍັນພຽນ ມູນເຊື້ອວັດທະນະທຳຂອງຊາວບ້ານໜອງໄຮ ເມືອງສອງຄອນ ແຂວງສະຫວັນນະເຂດ ໂດຍສື່ອອກມາໃນຮູບແບບບົດເພງ ແລະ ດົນຕີ ເພິ່ນວ່າບ້ານໃດຊື່ໜອງໄຮ ບໍ່ວ່າຈະຢູ່ໃສກະຢ່າ ໃນທົ່ວປະເທດລາວ ກໍໃຫ້ຖືວ່າເປັນເພງຂອງບ້ານຕົນເອງບໍ່ໃຫ້ນ້ອຍໃຈ. ເພງດັ່ງກ່າວໄດ້ນໍາມາສະແດງ ໃນມື້ອອກໃໝ່ 3 ຄໍ່າ ເດືອນ 3 ປີ 2005 ຊຶ່ງເປັນມື້ປະກາດບ້ານໜອງໄຮ ເປັນບ້ານວັດທະນະທຳຢ່າງສົມບູນແບບ.

ກ່ຽວກັບນັກປະພັນ ອາຈານ ຄຳສິດ ພົມມະຈັນ ຫຼື ທີ່ຮູ້ຈັກກັນດີໃນນາມ ດອກເພັກ ແດນຈຳພອນ ເກີດເມື່ອວັນທີ 20 ກຸມພາ 1963 ທີ່ບ້ານເຊບັງນວນ ເມືອງສອງຄອນ ແຂວງສະຫວັນນະເຂດ ປັດຈຸບັນຢູ່ບ້ານ ນາເຊັງ ເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ. ອະດີດຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງສະຫວັນນະເຂດ. ປັດຈຸບັນເພິ່ນເຂົ້າບຳນານແລ້ວ ແຕ່ເພິ່ນກໍຍັງເຄື່ອນໄຫວໃນຄະນະບໍລິຫານງານສະມາຄົມນັກປະພັນລາວ ແລະ ສະມາຄົມສິລະປິນລາວ ທາງແຂວງສະນະເຂດ. ເພິ່ນເປັນນັກປະພັນ ນັກກະວີ ທີ່ມີຊື່ສຽງຂອງແຂວງ ກໍຄືຂອງປະເທດ ສ່ວນຫຼາຍຜົນງານທີ່ສ້າງຊື່ສຽງໃຫ້ເພິ່ນໂດ່ງດັງ ແມ່ນດ້ານການປະພັນເພງ ຊຶ່ງເຮັດໃຫ້ຄົນທົ່ວໄປໄດ້ຮູ້ຈັກຢ່າງກວ້າງ ຂວາງ ໃນນາມອາຈານດອກເພັກ ແດນຈຳພອນ ຕົວຢ່າງເພງທີ່ເພິ່ນປະພັນມີ ເພງ ສາວໜອງໄຮ, ມົນຮັກສາວຜູ້ໄທ (ປາຄໍ່ໃຫຍ່), ເຊລະນອງ, ຄົນສະຫວັນສັນຍາໃຈ,…..

ອາຈານດອກເພັກ ແດນຈຳພອນ ເພິ່ນເປັນຄົນເວົ້ານົວຫົວມ່ວນ ເປັນກັນເອງ ຕາມທີ່ຜູ້ຂຽນໄດ້ພົບພໍ້ເພິ່ນຫຼາຍເທື່ອ ຕອນໄປແລກປ່ຽນບົດຮຽນ ກ່ຽວກັບການປະພັນ ວັນນະຄະດີ ຢູ່ແຂວງສະຫວັນນະເຂດ ໃນປີຜ່ານມາ ແລະຫວ່າງບໍ່ດົນມານີ້ ຮູ້ສຶກວ່າເພິ່ນເປັນຫົວຈັກຫຼັກແຫຼ່ງ ໃນການນຳພາປຸກລະດົມນ້ອງນຸ່ງລູກຫຼານ ລູກສິດລູກຫາຫຼາຍຄົນ ໃນການປະກອບສ່ວນ ເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກ ແລະລວມທັງເປັນຜູ້ນຳພາສ້າງກິດຈະກຳຕ່າງໆເພື່ອຊ່ວຍເຫຼືອສັງຄົມ ແລະ ປູກຝັງຄວາມຮັກ ຄວາມສາ ມັກຄີແໜ້ນແຟ້ນລະຫວ່າງ ນັກຂຽນທາງສູນກາງ ແລະທ້ອງຖິ່ນ ສ້າງຜູ້ສືບທອດໃນວົງການປະພັນ ວັນ ນະຄະດີລາວ ໃຫ້ເຕີບໃຫຍ່ເຂັ້ມແຂງຕໍ່ໄປໃນອະນາຄົດ.            

ເພງ: ສາວໜອງໄຮ

ຮ້ອງໂດຍ: ກິດາວເພັດ ໜູຫ່ວງ
ປະພັນໂດຍ: ອາຈານ ດອກເພັກ ແດນຈຳພອນ

ເດືອນເມສາລ່ວງເຂົ້າ                     ຄິດຮອດຜູ້ສາວທາງບ້ານໜອງໄຮ
ຄັ້ງໜຶ່ງອ້າຍນີ້ເຄີຍໄປ                     ສາວຜູ້ໄທຊ່າງງາມເອົາເຫຼືອ
ໝາກໂມຂອງນ້ອງກໍຫວານ             ມີເວົ້າເສກສັນໃຜກໍຄົງເຊື່ອ
ຈາກມາຍັງຄິດທຸກເມື່ອ                  ມີຫຼາຍເທື່ອຫຼົງລະເມີເຖິງນາງ

ສຽງຜູ້ໄທເວົ້າຈ້ອຍ                       ຄິດລະຫ້ອຍຢາກໄປຢ້ຽມເຢືອນ
ຢາກເປັນເຂີຍສູ່ຄູ່ເຮືອນ                 ຢ້ານແຕ່ເພິ່ນນັ້ນຊິເມີນໝາງ
ຢາກປູກໂມປູກແຕງ                    ເດີຍາມແລ້ງຮ່ວມສາວແອວບາງ
ຢ່າຊິລືມເດີຄຳອ້າຍສັ່ງ                   ຢ່າຈືດຢ່າຈາງເດີຄຳໝັ້ນສັນຍາ

ຟັງອ້າຍເດີນ້ອງຫຼ້າ                      ເດືອນຫົກມາຝົນຟ້າລິນຫຼັ່ງ
ອ້າຍຊິມາຮ່ວມສ້າງ                      ຄູ່ຄຽງນາງຄາດໄຮ່ໄຖນາ
ເວົ້າດ້ວຍຄວາມຈິງເຈີ                   ສາວໜອງໄຮໃຫ້ຈື່ຄຳວ່າ
ແມ່ນຜູ້ເດີຊິມາໝາຍນ້ອງຫຼ້າ           ໃຫ້ບອກເຂົາວ່າຊິຄອງອ້າຍຜູ້ເດວ

ບຸນສົງການປີນີ້                         ຫາກໂຊກດີອ້າຍຊິມາຫຼິ້ນໂຮມ
ຫາກສາຍແນນແນວໂນ້ມ              ຄົງໄດ້ຫົ່ມຜ້າລາຍຜືນດຽວ
ແມ່ນມີຊູ້ອື່ນໝື່ນແສນ                ໝາຍເປັນແຟນນ້ອງກໍຢ່າສູ່ຫຼຽວ
ສາບານວ່າຊາຍມິລ້ຽວ                  ຄິດຢາກມາກ້ຽວສາວບ້ານໜອງໄຮ
           
ໂດຍ: ທິດໃຕ້      

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

5 ວິທີ ເປີດແອໃຫ້ປະຢັດຄ່າໄຟ

ໃນຊ່ວງນີ້ ຫຼາຍໆຄົນຄົງບໍ່ຢາກອອກໄປທາງນອກພໍປານໃດ ເພາະອາກາດຢູ່ທາງນອກນັ້ນຮ້ອນຫຼາຍ ອີກທັງຍັງເລື່ອງຂອງຝຸ່ນ PM2.5 ອີກ ຂໍເປີດແອນອນຢູ່ເຮືອນດີກວ່າ, ເຖິງວ່າການເປີດແອນອນຢູ່ບ້ານຈະເຢັນສະບາຍ ແຕ່ຄ່າໄຟທ້າຍເດືອນຄົງຈະບໍ່ເຢັນຄືແອເນາະ ດັ່ງນັ້ນ, ເຮົາມີ 5 ວິທີເປີດແອໃນຊ່ວງໜ້າຮ້ອນໃຫ້ປະຢັດຄ່າໄຟ ລອງເອົາໄປນຳໃຊ້ເບິ່ງເດີ້

Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກ ຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) - Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.