Sunday, May 25, 2025
Kbank Laos โอน รับ จ่าย

ຮູ້ຈັກກັບ “ເມັດພາສຕິກ” ວັດຖຸດິບນ້ອຍໆ ທີ່ສ້າງສິ່ງຂອງໄດ້ຫຼາຍຢ່າງ.

ເມັດພາສຕິກແມ່ນຄ້າຍຄືເມັດໂລໂກ້ນ້ອຍໆທີ່ມີຫຼາຍຫຼາກສີສັນ ໄດ້ຖືກລວມເຂົ້າກັນເປັນສິ່ງຂອງຈໍານວນຫຼາຍທີ່ເຮົາໃຊ້ໃນຊີວິດປະຈໍາວັນ ເມັດພາສຕິກມັນມີລັກສະນະເປັນເມັດນ້ອຍໆ, ວົງມົນ, ຄ້າຍຄືລູກປັດທີ່ມາຈາກທາດປະສົມໄຮໂດຄາບອນ ເຊິ່ງໄດ້ມາຈາກປີໂຕລ້ຽມ ແລະ ແກັສທຳມະຊາດ.

ສຳລັບຄຸນປະໂຫຍດຂອງເມັດພາສຕິກນັ້ນມີຫຼາກຫຼາຍ ມັນຈະຖືກປຸງແຕ່ງເປັນຜະລິດຕະພັນຕ່າງໆໂດຍໃຊ້ຂະບວນການຕ່າງໆເຊັ່ນ: ການສີດພາສຕິກ, ການເປົ່າພາສຕິກ, ການລີດພາສຕິກ ແລະ ການອັດລີດພາສຕິກ.

ປະເພດຂອງເມັດພາສຕິກນັ້ນມີຫຼາຍປະເພດຄື:

  • PE (Polyethylene): ໃຊ້ເພື່ອເຮັດຖົງຢາງ, ຟີມຫໍ່ອາຫານ, ຂວດນ້ໍາ.
  • PP (Polypropylene): ໃຊ້ເພື່ອເຮັດພາຊະນະບັນຈຸອາຫານ, ກ່ອງພາສຕິກ ແລະ ສິ້ນສ່ວນລົດຍົນ.
  • PS (Polystyrene): ໃຊ້ເພື່ອເຮັດໂຟມ, ກ່ອງໂຟມ, ຝາປິດອາຫານ.
  • PVC (Polyvinyl Chloride): ໃຊ້ເພື່ອເຮັດທໍ່ນ້ໍາ, ທໍ່ໄຟຟ້າ ແລະ ໜັງທຽມ.
  • ABS (Acrylonitrile Butadiene Styrene): ໃຊ້ເພື່ອເຮັດຊິ້ນສ່ວນລົດໃຫຍ່, ຂອງ​ຫຼິ​ິ້ນ​ອຸ​ປະ​ກອນ​ເອ​ເລັກ​ໂຕຣ​ນິກ​

ເມັດພາສຕິກມີບົດບາດສໍາຄັນໃນອຸດສາຫະກໍາການຜະລິດຈໍານວນຫຼາຍ ເພາະມັນສາມາດນຳມາປຸງແຕ່ງເປັນຜະລິດຕະພັນໄດ້ຫຼາກຫຼາຍຊະນິດ, ທົນທານ, ໃຊ້ງ່າຍ, ກັນນ້ຳ ແລະ ລາຄາບໍ່ແພງ. ເຖິງຢ່າງໃດກໍຕາມເມັດພາສຕິກແມ່ນວັດສະດຸທີ່ຍ່ອຍສະຫຼາຍໄດ້ຍາກ ມັນໃຊ້ເວລາຫຼາຍຮ້ອຍປີ. ດັ່ງນັ້ນ, ມັນຄວນຈະຖືກນໍາໃຊ້ຢ່າງມີສະຕິ. ຢ່າໃຊ້ພາສຕິກທີ່ໃຊ້ແລ້ວຖິ້ມເຮົາຄວນເລືອກທີ່ຈະໃຊ້ວັດສະດຸອື່ນແທນທຸກຄັ້ງທີ່ເປັນໄປໄດ້.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.