Tuesday, March 18, 2025

ບອກແລ້ວບອກອີກ! ອາຫານ 5 ໝວດ ມີຫຍັງແດ່

ຄຳວ່າ “ອາຫານ 5 ໝວດ” ທ່ານອາດຈະຄຸ້ນຫູຈາກຄໍາແນະນໍາຂອງທ່ານໝໍ ວ່າ ໃຫ້ພະຍາຍາມກິນອາຫານໃຫ້ຄົບ 5 ໝວດ. ແລ້ວອາຫານ 5 ໜວດ ທີ່ວ່ານັ້ນ ມັນມີຫຍັງແດ່ລະ?

1. ໂປຣຕິນ (Protein) ຫຼື ທາດຊີ້ນ:

ມີຢູ່ໃນຊີ້ນສັດ, ໄຂ່, ນົມ, ຖົ່ວ ເຊັັ່ນ ຖົ່ວເຫຼືອງ, ທັນຍາພືດ. ນອກຈາກນີ້ ຈຸລີນຊີ ເຊັ່ນ ສາຫຼ່າຍ, ເຫັດຫນອນ ແມງໄມ້ທີ່ກິນໄດ້ກໍ່ເປັນແຫຼ່ງໂປຣຕິນທີ່ດີ. ໂປຣຕິນ ເປັນທາດອາຫານທີ່ສຳຄັນທີ່ສຸດໃນຮ່າງກາຍຈະເລີນເຕີບໂຕ ສ້ອມແຊມສ່ວນທີ່ເພພັງ, ເປັນສານອິນຊີ ເຊິ່ງເປັນ ໂພລິເມີ ຂອງສາຍຍາວຂອງກົດອະມີໂນ. ໃນແງ່ໂພຊະນາການ ໂປຣຕິນເປັນສານອາຫານທີ່ໃຫ້ພະລັງງານ ຄື ໂປຼຕິນ 1 ກຼາມ ຈະໃຫ້ພະລັງງານ 4 ແຄຣໍຣີ່. ມັນເປັນສ່ວນປະກອບຂອງຮ່າງກາຍທີ່ມີປະລິມານຫຼາຍເປັນລຳດັບສອງ ຮອງຈາກນໍ້າ ໂດຍເປັນສານປະກອບພື້ນຖານຂອງຈຸລັງ ທີ່ມີຊີວິດ ເຊັ່ນ ເອນໄຊ໌ (enzyme), ຮໍໂມນ ເຊິ່ງຈຳເປັນຕໍ່ການເຮັດວຽກ ແລະການດຳລົງຊີວິດ.

ປະໂຫຍດຂອງໂປຣຕິນ:

– ມີໜ້າທີ່ສ້າງໃຍຄໍລາເຈນໃຕ້ຊັ້ນຜິວຫນັງໃນຮ່າງກາຍ ຊ່ວຍໃຫ້ຜິວມີຄວາມເຕັ່ງຕຶງ ແລະ ຊ່ວຍເຊື່ອມປະສານແຕ່ລະຈຸລັງໃຫ້ຢຶດຕິດກັນ ທັງຊ່ວຍປົກປ້ອງຮ່ອງຮອຍກ່ອນໄວໄດ້ ແລະຍັງຊ່ວຍເພີ່ມຄວາມແຂງແຮງຂອງຈຸລັງຜົມ ແລະເລັບອີກດ້ວຍ.

– ກ້າມຊີ້ນທຸກມັດ ມີໂຄງສ້າງພື້ນຖານຈາກກົດອະມີໂນ ຫຼາກຫຼາຍຊະນິດລຽງຮອຍກັນເປັນມັດກ້າມ. ດັ່ງນັ້ນ ໂປຣຕິນຄຸນນະພາບ ຈຶ່ງມີຄວາມສຳຄັນໃນການສ້າງກ້າມຊີ້ນໃຫ້ແຂງແຮງ.

– ປະໂຫຍດຕໍ່ການຟື້ນຕົວຂອງຮ່າງກາຍ ແລະ ລະບົບພູມຕ້ານທານ: ໂປຣຕິນຄຸນນະພາບ ມີສ່ວນຊ່ວຍໃນການທົດແທນຈຸລັງທີ່ສູນເສຍໄປໃນແຕ່ລະມື້ ຊ່ວຍຫລຸດກົົນໄກການແຂງຕົວຂອງເລືອດ ລວມທັງເປັນສ່ວນປະກອບຫຼັກຂອງພູມຄຸ້ມກັນໃນຮ່າງກາຍດ້ວຍ.

– ປະໂຫຍດຕໍ່ລະບົບຍ່ອຍອາຫານ: ເນື່ອງຈາກອາຫານທີ່ເຮົາຮັບປະທານເຂົ້າໄປຕ້ອງໃຊ້ເອນໄຊຫຼາຍຊະນິດ ລວມເຖິງສານຄັດ ຫຼັງຈາກກະເພາະອາຫານ ຕັບອ່ອນ ແລະ ລຳໄສ້ນ້ອຍ ເພື່ອຊ່ວຍປັບປ່ຽນອາຫານໃຫ້ມີໜ້ອຍລົງ ແລະ ສາມາດຫຼຸດການດູດຊຶມໄດ້ງ່າຍ.

2. ຄາໂບໄຮເດຣດ (carbohydrate) ຫຼື ທາດແປ້ງ:

ມີຢູ່ໃນເຂົ້າ, ແປ້ງ, ນຳ້ຕານ, ເຜືອກ, ມັນ. ຄາໂບໄຮເດຣດ ຄື ການປະກອບອິນຊີ ເປັນສານອາຫານທີ່ເປັນແຫຼ່ງພະລັງງານທີ່ສຳຄັນຂອງມະນຸດ. ຄາໂບໄຮເດຼດ 1 ກຼາມ ໃຫພະລັງານເທົ່າ 4 ແຄຣໍຣີ່.

ປະໂຫຍດຂອງຄາໂບໄຮເດຣດ:

– ໃຫ້ພະລັງງານ ແລະ ຄວາມຮ້ອນ.

– ຊ່ວຍສະຫງວນໂປຼຕິນໃນຮ່າງກາຍໄປໃຊ້ໃນທາງທີ່ເປັນປະໂຫຍດຫຼາຍທີ່ສຸດ.

– ຄາໂບໄຮເດຣດທີ່ເຫຼືອໃຊ້ ປ່ຽນເປັນໄຂມັນສະສົມໃນຮ່າງກາຍໄດ້.

3. ເກືອແຮ່ ຫຼື ແຮ່ທາດ:

ມີຢູ່ໃນພືດ ແລະ ຜັກຊະນິດຕ່າງໆ, ມັນເປັນສານອາຫານອີກປະເພດໜຶ່ງທີ່ຮ່າງກາຍຕ້ອງການ ແລະ ຂາດບໍ່ໄດ້ ເພາະແຮ່ທາດບາງຊະນິດເປັນສ່ວນປະກອບຂອງອະໄວຍະວະ ແລະ ກ້າມຊີ້ນບາງຢ່າງ ເຊັ່ນ ກະດູກ, ແຂ້ວ, ເລືອດ. ແຮ່ທາດບາງຊະນິດເປັນສ່ວນຂອງສານຕ່າງໆ ທີ່ກ່ຽວກັບການຈະເລີນເຕີບໂຕໃນຮ່າງກ່າຍ ເຊັ່ນ ຮໍໂມນ, ເຮໂມໂກລບິນ, ເອນໄຊ ເຫຼົ່ານີ້ເປັນຕົ້ນ. ນອກຈາກນີ້ແຮ່ທາດຍັງຊ່ວຍການຄວບຄຸມການເຮັດວຽກຂອງອະໄວຍະວະຕ່າງໆ ຂອງຮ່າງກາຍເຮັດຫນ້າທີ່ປົກກະຕິ ເຊັ່ນ ຊ່ວຍຄຸມການເຮັດວຽກຂອງກ້າມຊີ້ນ ແລະ ລະບົບປະສາດການແຂງຕົວຂອງເລືອດ ແລະ ຊ່ວຍຄວບຄຸຸມຄວາມສົມດຸນຂອງນໍ້າໃນການໄຫຼວຽນຂອງແຫຼວໃນຮ່າງກາຍ.

ເກືອແຮ່ ຊ່ວຍໃນເລື່ອງ ຄວາມແຂງແຮງຂອງກ້າມຊີ້ນ ແລະແຂ້ວ, ຊ່ວຍເຮັດໃຫ້ຜິວພັນສົດໃສ, ຊ່ວຍໃຫ້ລະບົບການຍ່ອຍ ແລະການຂັບຖ່າຍເປັນປົກກະຕິ.

4. ວິຕາມິນ:

ມີຢູ່ໃນໝາກໄມ້ຊະນິດຕ່າງໆ. ມັນເປັນສານອາຫານທີ່ຮ່າງກ່າຍຂອງເຮົາຕ້ອງການໃນປະລິມານໜ້ອຍ ແຕ່ກໍບໍ່ສາມາດຂາດຈາກມັນໄດ້ ເພາະຖ້າຂາດ ຈະເຮັດໃຫ້ລະບົບຮ່າງກາຍຂອງເຮົາຜິດປົກກະຕິ ຫຼືເກີດພະຍາດຕ່າງໆໄດ້. ວິຕາມິນແບ່ງອອກເປັນ 2 ພວກໄດ້ແກ່:

– ວິຕາມິນທີ່ລະລາຍໃນນຳ້ ເຊັ່ນວິຕາມິນ C ແລະ ວິຕາມິນ B ລວມ.

– ວິຕາມິນທີ່ລະລາຍໃນໄຂມັນ ໄດ້ແກ່ ວິຕາມິນ A, D, E, K.

ວິຕາມິນ ຊ່ວຍບຳລຸງສຸຂະພາຍຂອງຜິວໜັງໃຫ້ສົດຊື່ນ, ບໍາລຸງສຸຂະພາບປາກ, ເຫືອກ, ແຂ້ວ, ຊ່ວຍໃຫ້ລະບົບການຍ່ອຍ ແລະ ການຂັບຖ່າຍເປັນປົກກະຕິ.

5. ໄຂມັນ:

ມີຢູ່ໃນສັດຊະນິດຕ່າງໆ ແລະຈາກພືດຊະນິດຕ່າງໆ. ອັນທີ່ໃຫ້ພະລັງງານທີ່ມີສ່ວນປະກອບຫຼັກ ຄື ທີ່ໄຕຣກຼີເຊີໄຣ (triglyceride), ໄຂມັນ 1 ກຼາມໃຫ້ພະລັງງານ 9 ແຄຣໍຣີ່. ໃນຂະນະທີ່ ໂປຼຕິນ ແລະ ຄາໂບໄຮເດຣດ ໃຫ້ພະລັງງານ 4 ແຄຣໍຣີ່.

ປະໂຫຍດຂອງໄຂມັນ:

ໃຫ້ພະລັງງານ ແລະ ໃຫ້ຄວາມອົບອຸ່ນແກ່ຮ່າງກາຍ, ຊ່ວຍໃນການດູດຊຶມຂອງວິຕາມິນ ທີ່ລະລາຍໃນໄຂມັນ. ນອກນີ້ ໄຂມັນຍັງຊ່ວຍໃນການປ້ອງກັນການກະທົບກະເທືອນຂອງອະໄວຍະວະພາຍໃນ ອີກດ້ວຍ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.