ເຮືອນ Arts and Cultures ວັດປ່າເລໄລ ສີວິໄລ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ

ວັດປ່າເລໄລ ສີວິໄລ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ

0
ຂໍຂອບໃຈນຳຜູ້ສະໜັບສະໜູນ

ດິນແດນ ທີ່ຕັ້ງຂອງວັດປ່າເລໄລ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ຖືວ່າເປັນຂົງເຂດເມືອງເກົ່າແກ່ບູຮານ ເປັນບ້ານເປັນເມືອງທີ່ຈະເຣີນຮຸ່ງເຮືອງມາແຕ່ອະດິດ ເພາະຂົງເຂດນີ້ ໄດ້ຮັບເອົາແນວຄິດຄວາມເຊື່ອຖື ແລະ ສິລະປະຂະເໝນແບບບາຢອງ ແລະ ພຣະພຸດທະສາສະໜາມີອິດທິພົນແລະຈະເຣີນຮຸ່ງເຮືອງ ໃນຍຸກຂອງພຣະເຈົ້າໄຊຍະວໍຣະມັນທີ 7 ເພາະໃນຍຸກສະໄໝຂອງພຣະອົງ ເພິ່ນຈະເປັນຜູ້ທີ່ປ່ຽນແປງຄວາມເຊື່ອຈາກສາສະໜາພຣາມ ຫັນຫໜ້າມາສູ່ພຣະພຸດທະສາສະໜາ.

ດັ່ງນັ້ນ, ໃນຂົງເຂດນີ້ກໍ່ໄດ້ຮັບອິດທິພົນຈາກຍຸກນັ້ນມາ ເພາະມີການຄົ້ນພົບຮ່ອງຮອຍຂອງພຣະພຸດທະຮູບທີ່ມີສິລະປະແບບບາຢອງເປັນຈຳນວນຫຼາຍ ແລະ ຍັງມີຫຼັກຖານໃຫ້ເຫັນຢູ່ ຫຼັງຈາກພຣະເຈົ້າໄຊຍະວໍຣະມັນທີ 7 ສະຫວັນນະຄົດ ອຳນາດ ຄວາມເຊື່ອແບບນີ້ກໍຊຸດໂຊມລົງ ແລະ ເມືອງວຽງຈັນ ກໍໄດ້ສຶບຕໍ່ເປັນເອກະລາດ (ຈາກນະຄອນວັດ) ຄຽງຄູ່ກັບ ວຽງຄຳ ຂົງເຂດນີ້ຈຶ່ງມີວັດຢ່າງຫຼວງຫຼາຍ.

ຂໍຂອບໃຈນຳຜູ້ສະໜັບສະໜູນ

ໜຶ່ງໃນນັ້ນກໍແມ່ນດິນແດນຂອງວັດແຫ່ງນີ້ເອງ ເພາະເພິ່ນໄດ້ມີການຄົ້ນພົບຫິນດິນຈີ່ແບບເກົ່າແກ່ເປັນຈຳນວນຫລວງຫລາຍ ແລະຄົນຂົງເຂດນີ້ກໍ່ມີການເລົ່າແລະມີຄວາມເຊື່ອວ່າ ຫນອງນ້ຳ ທີ່ຊື່ວ່າຫນອງຄຳແສນນັ້ນ ເປັນຈຸດສູນລວມຂອງເມືອງໃນຂົງເຂດນີ້ ຝັ່ງເບື່ອງວັດປ່າເລໄລ ເມື່ອກ່ອນເພິ່ນເອີ້ນກັນວ່າຝັ່ງດິນແດນແຫ່ງແກ້ວ ແລະຝັ່ງຂອງວັດໂພທອງ (ຫນອງຄຳແສນ) ນັ້ນແມ່ນຝັ່ງດິນແດນແຫ່ງຄຳ ນັບແຕ່ຍຸກຂອງເຈົ້າຟ້າງຸ່ມມະຫາຣາຊ ເຈົ້າໄຊຍະເສດຖາທິຣາຊ ເຈົ້າສຸຣິຍະວົງສາ ດິນແດນແຖວນີ້ກໍ່ມີວັດວາອາຮາມຂອງສາສະໜາ ຮຸ່ງເຮືອງເຫລືອງເຫລືອມ

ຕົກມາຍຸກຂອງເຈົ້າອະນຸວົງ ເມືອງຫາດຊາຍຟອງ ເຊິ່ງເປັນເມືອງຫນ້າດ່ານທີ່ສຳຄັນຂອງປະຕູເຂົ້າເມືອງວຽງຈັນ ກໍ່ຖືກທຳລາຍຈາກກອງທັບຜູ້ຮຸກຮານ ຈົນເປັນວັດຮ້າງ ເມືອງຮ້າງ ພ້ອມກັບເມືອງວຽງຈັນ ທີ່ຖືກເຜົາກ້ຽງ

ເມື່ອເປັນດັ່ງນັ້ນຕົກມາຍຸກປະມານປີ ຄສ 1980 ວັດແຫ່ງນີ້ຕັ້ງຊື່ວ່າ “ວັດປ່າເລໄລ” ຂຶ້ນ ເຊິ່ງປັດຈຸບັນ ວັດປ່າເລໄລ ສິວິໄລ ເປັນວັດທີ່ມີສິມທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະມີຫໍກອງ ແລະຫໍຣະຄັງທີ່ສູງທີ່ສຸດໃນປະເທດລາວໃນປັດຈຸບັນນີ້.

Exit mobile version