ມືໃໝ່ ຫັດດື່ມ…ກາເຟ ຄວນເລີ່ມຕົ້ນແນວໃດ!

ເມື່ອເວົ້າເຖິງເຫດຜົນຂອງຄົນທີ່ດື່ມກາເຟນັ້ນ ມີຢູ່ຫຼາຍສາຍເຫດ ເຊັ່ນ: ລອງດື່ມແລ້ວຕິດໃຈ, ແກ້ເຫງົານອນ, ຫຼື ດື່ມຍ້ອນວ່າໃນທີ່ປະຊຸມຍາມບ່າຍ ຜູ້ໃດກໍມັກດື່ມກາແເຟກັນ, ແຕ່ສຳລັບມືໃໝ່ທີ່ຢາກລອງດື່ມກາເຟ ບໍ່ວ່າຈະດ້ວຍເຫດຜົນໃດໆ ກໍຕາມ ຄົງຈະບໍ່ກ້າພໍທີ່ຈະຍົກກາເຟດຳຂຶ້ນມາດື່ມໄດ້.

ນີ້ແມ່ນຄຳແນະນຳ ໃນການສ້າງຄວາມຄຸ້ນເຄີຍກັບໂລກແຫ່ງຄວາມຂົມທີ່ຫຼາຍໆ ຄົນເຂົ້າມາແລ້ວ ອອກບໍ່ໄດ້.

1. ເລີ່ມຈາກກາເຟຊະນິດພື້ນຖານທີ່ມີຣົດຊາດບໍ່ແຮງເກີນໄປ ປະເພດ 3 In 1 ໂດຍເລືອກຍີ່ຫໍ້ທີ່ບໍ່ເນັ້ນຄວາມເຂັ້ມຫຼາຍ ຫຼື ຖ້າຫາກເປັນກາເຟສົດ ແນະນຳໃຫ້ເລີ່ມຈາກກາເຟ ລາເຕ້ (Latte) ເຊິ່ງເຮັດຈາກ ເອສເພຣສໂຊ ປະສົມ ນົມຮ້ອນ ແລະ ໂຟມນົມ ໃຫ້ຣົດຊາດທີ່ກົມກ່ອມ, ຫວານນຸ້ມ ເນື່ອງຈາກ ນົມຊ່ວຍເຮັດໃຫ້ຣົດຊາດກາເຟອ່ອນລົງ.

2. ເມື່ອເລີ່ມລຶ້ງເຄີຍແລ້ວ ຈຶ່ງຄ່ອຍປ່ຽຮນເປັນ ຄາປູຊິໂນ້ (Cappuccino) ເຊິ່ງຄ້າຍຄືກັບລາເຕ້ ແຕ່ປະສົມນົມໜ້ອຍກວ່າ ເຮັດໃຫ້ມີຣົດຊາດຂອງກາເຟໜັກໜ້ອນກວ່າເລັກໜ້ອຍ ແຕ່ຍັງຄົງຄວາມນຸ້ມນວນຈາກໂຟມນົມ.

3.ພໍໝັ້ນໃຈວ່າເຮົາພ້ອມແລ້ວ ຈຶ່ງຄ່ອຍຊິມອາເມຣິກາໂນເຢັນ (Americano) ເຊິ່ງເຮັດຈາກ ເອສເພຣສໂຊ ເຈືອນ້ຳຮ້ອນ ຣົດຊາດຂ້ອນຂ້າງປານກາງ ບໍ່ແຮງ ຫຼື ອ່ອນຈົນເກີນໄປ ອາດເລືອກໃສ່ນ້ຳຕານເຊື່ອມ ໃຫ້ຣົດຫວານກາງໆ ເພື່ອໃຫ້ຣົດກາເຟດັ້ງເດີມຍັງຄົງຢູ່.

ນອກຈາກຊະນິດຂອງກາເໂແຕ່ລະສູດແລ້ວ ຫາກເລືອກລະດັບຂົ້ວໄດ້ ຄວນເລືອກກາເຟຂົ້ວລະດັບປານກາງກ່ອນ ຫຼື ຫາກເຈາະຈົງເລິກລົງໄປໄດ້ອີກ ຄວນເລືອກເປັນເມັດກາເຟສາຍພັນ ອາຣາບີກ້າ ຂົ້ວປານກາງ ເນື່ອງຈາກຈະໃຫ້ຣົດຊາກທີ່ສົມດຸນ ປະສົມປະສານລະຫວ່າງ ຣົດຫວານຈາກທຳມະຊາດ, ຣົດສົ້ມຈາກກົດ ແລະ ຣົດຂົມຈາກສານຕ່າງໆ ໃນເມັດກາເຟ ທີ່ບໍ່ເຖິງຂັ້ນແຮງ ຫຼື ເຂັ້ມຈົນເກີນໄປ.

ເມື່ອລຶ້ງເຄີຍກັບຣົດຊາດກາເຟດັ່ງກ່າວແລ້ວ ຈຶ່ງຄ່ອຍໆລອງກາເຟຂົ້ວເຂັ້ມ ເຊິ່ງຈະມີຣົດຊາດເຂັ້ມຂຸ້ນ, ຫອມ, ມີຣົດຂົມຫຼາຍກວ່າ ເພື່ອຄ່ອຍໆປ່ຽນໄປສູ່ຣົດຊາດທີ່ເຂັ້ມຂຶ້ນ.

ແຕ່ຖ້າເລີ່ມຕົ້ນແລ້ວ ແນວໃດກໍໄປຕໍ່ບໍ່ໄດ້ ການຖອຍໄປທີ່ນົມຣົດກາເຟ ກໍຄົງເປັນທາງເລືອກທີ່ບໍ່ໜ້າອາຍປານໃດ (ແມ່ນບໍ່ລະ 😅)

#Coffee #Lifestyle

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...