ເມືອງພວນ ມີອານາເຂດຕັ້ງຢູ່ໃນບໍລິເວນພູພຽງແຂວງຊຽງຂວາງໃນປັດຈຸບັນ, ເປັນ ເມືອງບູຮານ ໜຶ່ງຂອງລາວທີ່ມີປະຫວັດຄວາມເປັນມາອັນຍາວນານ ແລະ ມີຊື່ສຽງໂດ່ງດັງໄປທົ່ວໂລກ, ເຫດຜົນກໍເພາະວ່າ ເມືອງພວນ ເປັນດິນແດນທີ່ມີຮ່ອງຮອຍອະລິຍະທຳອັນເກົ່າແກ່ຄື ໄຫຫີນ ຊຶ່ງສັນນິຖານວ່າ ມີອາຍຸໃນລະຫວ່າງສະຕະວັດທີ X ຫາ ສະຕະວັດທີ V ກອນ ຄ.ສ.
ນັກຄົ້ນຄວ້າປະຫວັດສາດທີ່ອາວຸໂສບອກວ່າ ກຸ່ມຄົນທີ່ດຳລົງຊີວິດທໍາອິດໃນດິນແດນພູພຽງຊຽງຂວາງ ກ່ອນໝູ່ຄືກຸ່ມຄົນກຶມມຸ ແລະ ອື່ນໆ. ຈາກນັ້ນຕໍ່ມາ ຈຶ່ງເປັນກຸ່ມຄົນໃນໝວດພາສາລາວ-ໄຕທີ່ດຳລົງຊີວິດ ຮ່ວມກັນສ້າງຕັ້ງເປັນຊຸມຊົນເມືອງຂຶ້ນໃນລະຫວ່າງກາງສະຕະວັດທີ VIII. ແຕ່ເນື່ອງຈາກວ່າ ເຫດການ ປະຫວັດສາດຂອງເມືອງພວນຫຼັງຈາກຂຸນເຈັດເຈືອງ ລູກຊາຍຂຸນບູລົມສ້າງຕັ້ງເປັນເມືອງພວນຂຶ້ນແລ້ວ ຕໍ່ມາເຫດການປະຫວັດສາດໃນຊ່ວງນີ້ບໍ່ຄ່ອຍແຈ່ມແຈ້ງ.
ເຫດການປະຫວັດສາດເມືອງພວນກັບມາປະກົດຕົວອີກໃນລະຫວ່າງກາງສະຕະວັດທີ XII ເຊິ່ງເປັນ ຊ່ວງທີ່ເມືອງພວນຕົກຢູ່ໃຕ້ອໍານາດຂອງດາຍຫວຽດ. ປີ ຄ.ສ 1134 ຂຸນເຈືອງແຫ່ງເມືອງຊຽງແສນ ໄດ້ຍົກທັບມາບຸກຕີເອົາເມືອງປະກັນ (ເມືອງພວນ) ອອກຈາກດາຍຫວຽດ. ປີ ຄ.ສ 1176 ເມືອງພວນ ໄດ້ຕົກຢູ່ໃຕ້ການປົກຄອງຂອງກຸ່ມຄົນລາວ ຫຼັງຈາກທີ່ຂຸນເຈືອງເສຍຊີວິດໃນສະໜາມຮົບ ໃນຂະນະທີ່ດໍາເນີນການຂັບໄລ່ດາຍຫວຽດທີ່ພາກເໜືອ.
ມາຮອດປີ ຄ.ສ 1351 ເມືອງພວນໄດ້ຖືກເຕົ້າໂຮມເຂົ້າກັນເປັນເມືອງໜຶ່ງຂອງອານາຈັກລ້ານຊ້າງຕາມ ແຜນການທ້ອນໂຮມອານາຈັກຂອງພຣະເຈົ້າຟ້າງຸ່ມ. ຈາກນັ້ນເມືອງພວນ ກໍໄດ້ຮັບຖານະຕຳແໜ່ງໃຫ້ ເປັນເມືອງໃຫຍ່, ເມືອງຍຸດທະສາດທີ່ເອີ້ນວ່າ “ຂັ້ນເຂື່ອນເມືອງ” ໃນລະບົບການຈັດການ ການປົກຄອງຂອງ ອານາຈັກລ້ານຊ້າງ.
ເວົ້າລວມແລ້ວ ເຫດການຄວາມເປັນມາທາງປະຫວັດສາດຂອງ ບັນດາຫົວເມືອງລາວບູຮານນັ້ນ ແມ່ນມີຄວາມເປັນມາທີ່ສະຫຼັບຊັບຊ້ອນ. ແຕ່ລະເມືອງນັ້ນພັດມີການຈັດການ ການປົກຄອງທີ່ເປັນ ເອກະລາດພໍໃຜພໍລາວບໍ່ຂຶ້ນຕໍ່ກັນ. ຈົນມາຮອດກາງສະຕະວັດທີ XIV ບັນດາເມືອງລາວບູຮານເຫຼົ່ານັ້ນ ຈຶ່ງໄດ້ຮັບການທ້ອນໂຮມເຂົ້າກັນໃຫ້ເປັນອານາຈັກໜຶ່ງຂອງຄົນລາວ ທີ່ເອີ້ນວ່າ “ອານາຈັກລ້ານຊ້າງ”.