Saturday, March 22, 2025

ນອນບໍ່ພໍ! ທຳລາຍຈຸລັງສະໝອງ

ຜົນງານການວິໄຈທີ່ຕີພິມລົງໃນ ວາລະສານ ປະສາດວິທະຍາ ທີ່ທຳການທົດລອງໜູ ພົບວ່າ ການນອນບໍ່ພຽງພໍ ອາດເປັນການທຳລາຍຈຸລັງສະໝອງທີ່ເຮົາບໍ່ຮູ້ໂຕ.

ນັກວິທະຍາສາດ ຈາກ ມະຫາວິທະຍາໄລ ເພນຊິນວາເນຍ ແຫ່ງ ສະຫະລັດ ອາເມຣິກາ ໄດ້ທຳການທົດລອງກັບໜູ ເພື່ອຈຳລອງສະຖານະການ ແບບດຽວກັບມະນຸດທີ່ເຮັດວຽກໃນເວລາກາງຄືນ ຫຼື ເຮັດວຽກໜັກເກີນກວ່າເວລາປົກກະຕິ ແລະ ນອນໜ້ອຍກວ່າ 4-5 ຊົ່ວໂມງຕໍ່ມື້ ກ່ອນທີ່ຈະທຳການສຶກສາຈຸລັງສະໝອງຂອງໜູ ທີ່ເຮັດໜ້າທີ່ໃນການກະຕຸ້ນໃຫ້ສະໝອງຕື່ນໂຕ.

ທີມວິໄຈພົບວ່າ ຫຼັງຈາກຜ່ານໄປ 2-3 ມື້ ໜູທົດລອງສູນເສຍຈຸລັງສະໝອງ ໃນສ່ວນຂອງກ້ານສະໝອງໄປເຖິງ 25%. ການຄົ້ນພົບດັ່ງກ່າວ ນັບວ່າ ເປັນຫຼັກຖານການຄົ້ນພົບ ການສູນເສຍຈຸລັງສະໝອງຈາກ ການນອນໜ້ອຍເປັນຄັ້ງທຳອິດ.

ທີມນັກວິທະຍາສາດ ລະບຸວ່າ: ມັນຈຳເປັນຕ້ອງມີການສຶກສາເພີ່ມຫຼາຍກວ່ານີ້ ໂດຍຈະທຳການສຶກສາສະໝອງຂອງຄົນທີ່ເຮັດວຽກໃນໄລຍະເວລາກາງຄືນ ຫຼັງຈາກເສຍຊີວິດ ເພື່ອວິໄຈເບິ່ງວ່າ ຜົນຈາກການນອນບໍ່ພຽງພໍ ຈະສົ່ງຜົນຕໍ່ຈຸລັງສະໝອງຂອງມະນຸດ ນຳຫຼືບໍ່? ນອກຈາກນີ້ ການສຶກສາດັ່ງກ່າວ ອາດນຳໄປສູ່ການຄິດຄົ້ນຢາທີ່ສາມາດປົກປ້ອງຈຸລັງສະໝອງທີ່ອາດສູນເສຍໄປຈາກ ການນອນບໍ່ພຽງພໍໄດ້ອີກດ້ວຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່