ຮອດເດືອນເມສາ ມາຫຼຸດຮ້ອນຊ່ວຍເພື່ອນຮັກຂົນຟູນຳກັນ

#LIFE |ອາກາດຮ້ອນໆແບບນີ້ ເປັນອັນຕະລາຍຕໍ່ສັດລ້ຽງ ສຳລັບບ້ານທີ່ບໍ່ມີແອ ຫຼື ພັດລົມມາຊ່ວຍ. ເຖິງແມ່ນວ່າ ສັດຈະມີວິທີການປັບຕົວກັບອາກາດຮ້ອນຕາມທຳມະຊາດ ຢູ່ແລ້ວ ແຕ່ຖ້າຫາກຄົນລ້ຽງຊ່ວຍອອກແຮງ ແລະ ຄ່າໃຊ້ຈ່າຍພຽງເລັກນ້ອຍ ກໍຈະເຮັດໃຫ້ສັດລ້ຽງຂອງເຮົາຢູ່ສະບາຍຍິ່ງຂຶ້ນ, ຫຼຸດຜ່ອນຄວາມສ່ຽງໃນການເຈັບປ່ວຍ ແລະ ຫຼຸດຜ່ອນ ຄ່າປິ່ນປົວໄດ້ຫຼາຍສົມຄວນ.

ເລີ່ມຈາກການສຳຫຼວດບໍລິເວນຄອກທີ່ໃຊ້ຂັງສັດລ້ຽງ, ບໍລິເວນທີ່ສັດລ້ຽງນອນ ວ່າມີຮົ່ມພຽງພໍຫຼືບໍ່. ຖ້າຫາກບໍ່ພໍ ກໍເຮັດຮົ່ມຈາກງ່າໄມ້ ຫຼື ເຮັດຈາກເຈ້ຍແຂງ ໂດຍສະເພາະແມ່ນທາງດ້ານທິດຕາເວັນຕົກທີ່ໄດ້ຮັບແສງແດດໃນຕອນບ່າຍ.

ນອກຈາກນີ້ ການສ້າງແອ່ງນ້ຳຈາກຊາມ ຫຼື ພາຊະນະອື່ນໆ ແລ້ວນຳເອົາຜ້າທີ່ຈຸ່ມນ້ຳເຢັນໆ ລົງໄປແຊ່ ກໍຈະຊ່ວຍຫຼຸດຜ່ອນ ຄວາມຮ້ອນໃຫ້ແກ່ສັດລ້ຽງໄດ້.ຖ້າຫາກວ່າມີເວລາ ແລະ ງົບປະມານທີ່ພຽງພໍ ກໍສ້າງບ່ອນຮົ່ມໄວ້ຕາມແຕ່ລະຈຸດ ເພື່ອໃຫ້ສັດລ້ຽງສາມມາດ ຫາຈຸດຫຼົບແດດ ໃນແຕ່ລະຊ່ວງເວລາໄດ້ເອງ.

ສຳລັບສັດລ້ຽງທີ່ຢູ່ໃນຄອກຕະຫຼອດເວລາ ຢ່າລືມຫາຂວດນ້ຳ ຫຼື ຖາດນ້ຳເຢັນໆ ໄວ້ໃນຄອກ ແລ້ວໝັ່ນປ່ຽນນ້ຳເລື້ອຍໆ ໂດຍສະເພາະແມ່ນຕອນບ່າຍທີ່ອາກາດຮ້ອນໆ ຖ້າຫາກປ່ຽນໄດ້ທຸກໆ 30 ນາທີ ຈະຊ່ວຍໃຫ້ສັດລ້ຽງເຢັນສະບາຍ ແລະ ຊ່ວຍລະບາຍຄວາມຮ້ອນໃນຄອກໄດ້ເປັນຢ່າງດີ.

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...