ສຸກສັນວັນພັກຜ່ອນ ແທ້ບໍ! ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່ມີຄວາມສຸກເວລາ​​ກັບ​ບ້ານ?

ໃນຊ່ວງປີໃໝ່ທີ່ໄດ້ພັກຍາວແບບນີ້ ຫຼາຍຄົນກໍຫວັງຈະໄດ້ກັບບ້ານເພື່ອໄປພັກຜ່ອນກັບຄອບຄົວ ແລະ ຍາດພີ່ນ້ອງ ແຕ່ສໍາລັບຄົນທີ່ມີເຮືອນ ຫຼື ຄອບຄົວ ບໍ່ແມ່ນ Safe zone ຂອງຕົນເອງແລ້ວ ແນ່ນອນ ຈະບໍ່ມີຄວາມສຸກ ຍ້ອນຫຍັງ? ·      

  • ຍ້ອນຄວາມຊົງຈໍາເກົ່າ ແບບ (Implicit Memory) ເກີດຂຶ້ນກັບໂຕເຮົາ.

Implicit Memory ແມ່ນຄວາມຊົງຈໍາໃນຈິດໃຕ້ສໍານຶກທີ່ພ້ອມຈະກັບມາທຸກເມື່ອ ຖ້າຖືກກະຕຸ້ນຈາກພາບຈຳ, ເຫດການ ແລະ ສິ່ງຂອງຕ່າງໆ. ຕົວຢ່າງວ່າ: ຖ້າຕອນຍັງນ້ອຍຖືກຕີດ້ວຍກ້ານຍູ (ກ້ານຟອຍ) ຫຼື ສິ່ງຂອງໃດໜຶ່ງໃນເຮືອນ, ພຽງເຫັນສິ່ງນັ້ນ ພາບເຫດການຕ່າງໆ ກໍປາກົດຂຶ້ນອີກຄັ້ງ ອາລົມຄວາມຮູ້ສຶກ ແບບນັ້ນອາດຈະກັບມາໂດຍບໍ່ຮູ້ສຶກຕົວ.

  • ຍ້ອນຄິດເຫັນຕົນເອງຕອນຍັງນ້ອຍ

ຫ້ອງທີ່ເຄີຍນອນ ໜັງສືທີ່ເຄີຍອ່ານ ພາໃຫ້ຄິດເຫັນເດັກນ້ອຍທີ່ໄຮ້ດຽງສາມີຄວາມສຸກກັບສິ່ງ ເລັກໆ ນ້ອຍໆ ໃນຊີວິດ ແລະ ຄິດຫວັງໄວ້ວ່າໃຫຍ່ມາຕ້ອງປະສົບຜົນສໍາເລັດ, ແຕ່ເມື່ອໃຫຍ່ຂຶ້ນມາ ທຸກສິ່ງທີ່ຫວັງໄວ້ມັນບໍ່ໄດ້ງ່າຍເລີຍ, ຜິດຫວັງມາແລ້ວຫຼາຍຄັ້ງ ຊໍ້າໃຈມາຫຼາຍຫົນ ສິ່ງເລັກໆນ້ອຍໆ ທີ່ເຄີຍເຮັດໃຫ້ເຮົາມີຄວາມສຸກຊ້ຳພັດບໍ່ເປັນແບບນັ້ນແລ້ວ.

  • ຍ້ອນຮູ້ສຶກຜິດທີ່ຖິ້ມຄອບຄົວໄວ້ທາງຫຼັງ

ວັນສຸດທ້າຍຂອງວັນພັກຜ່ອນມາຮອດ ກໍແມ່ນເວລາທີ່ຕ້ອງເດີນທາງກັບ ເຮົາອາດຈະຮູ້ສຶກເສົ້າໃຈທີ່ຕ້ອງປະໃຫ້ພໍ່ແມ່ຢູ່ພຽງລໍາພັງ ເຮົາອາດຈະຮູ້ສຶກຜິດທີ່ເລິກໆ ເຮົາດີໃຈທີ່ຈະໄດ້ກັບໄປຢູ່ຫ້ອງນ້ອຍໆ ທີ່ເປັນ Safe zone ຂອງຕົນເອງ, ຮູ້ສຶກວ່າຕົນເອງເຫັນແກ່ຕົວທີ່ອອກໄປໃຊ້ຊີວິດຄົນດຽວ ແນ່ນອນວ່າເຮົາຈະຄິດຮອດພໍ່ແມ່ຫຼາຍໃນຊ່ວງທໍາອິດ ແຕ່ດົນໄປກໍອາດຈະໂທຫາເພິ່ນນ້ອຍລົງຕາມຄວາມຊິນເຄີຍ.

  • ເຫດຜົນໜຶ່ງທີ່ສໍາຄັນບໍ່ນ້ອຍເລີຍແມ່ນ ການທັກທ້ວງຂອງແມ່ປ້າຂ້າງບ້ານ

ໂອ້ຍເປັນແນວໃດແລ້ວໄປຢູ່ວຽງຈັນໄດ້ຜົວແລ້ວບໍ? ເຮັດວຽກເຮັດການຫຍັງ ຢູ່ໃສ? ໄດ້ເງິນເດືອນເທົ່າໃດ, ບໍ່ເຫັນດົນຈ່ອຍແທ້!! ຜູ້ນັ້ນເດເຮັດວຽກໄດ້ເງິນຫຼາຍ, ໄດ້ຜົວລວຍ ບລາໆ … ຖືກຖາມຫຼາຍຈົນບາງຄົນບໍ່ຢາກກັບບ້ານຍ້ອນປ້າຂ້າງບ້ານກໍມີ.

ຄວາມຮູ້ສຶກເສົ້າທີ່ຕ້ອງມາພົບສະພາບແວດລ້ອມແບບເກົ່າ ມັນບໍ່ແມ່ນເລື່ອງແປກທີ່ເຮົາຈະຮູ້ສຶກແບບນັ້ນ. ພຽງເຂົ້າໃຈ ແລະ ຍອມຮັບມັນໃຫ້ໄດ້ ໃຊ້ເວລາຢູ່ກັບຄົນທີ່ເຮົາຮັກໃຫ້ຫຼາຍທີ່ສຸດ. ( ແລ້ວລືມຄຳທັກທ້ວງ ນິນທາຂອງປ້າຂ້າງບ້ານນໍາ)!

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...