Friday, March 21, 2025

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

  1. ຕັບອັກເສບເອ.

ມັນເກີດມາຈາກການຕິດເຊື້ອໄວຣັດທີ່ຕິດຕໍ່ຜ່ານນໍ້າລາຍ, ໃນ​ໄລ​ຍະ​ບຸນ​ຫົດ​ນ້ຳພຶດ​ຕິ​ກຳ​ທີ່​ສ່ຽງ​ອາດ​ຈະ​ເກີດ​ຂຶ້ນເຊັ່ນ​ ການ​ແບ່ງ​ປັນ​ຈອກ​ດື່ມ ຫຼື ແບ່ງປັນບ່ວງໃນການກິນອາຫານ.

  1. ຕາແດງ, ຕາອັກເສບ.

ການຕິດເຊື້ອໄວຣັສທາງເດີນຫາຍໃຈແມ່ນການຕິດເຊື້ອທາງອາກາດ ຖ້າເປັນການຕິດເຊື້ອທີ່ດວງຕາຈາກນ້ໍາເປື້ອນຈະເປັນໂຣກຕາອັກເສບ ເຊິ່ງເກີດຈາກເຊື້ອແບັກທີເລຍ ດວງຕາຈະໜອງບວມ ແລະ ອັກເສບ.

  1. ເຊື້ອຣາ.

ໂຣກນີ້ອາດຈະເກີດຢູ່ບ່ອນຊອກຈຸດຕ່າງໆຂອງຮ່າງກາຍ ຫຼື ຕາມຊອກນິ້ວມື, ຕີນ, ຂໍ້ພັບ ແລະ ບໍລິເວນອື່ນໆ ຈຳເປັນຕ້ອງລະວັງຫຼາຍໃນຊ່ວງທີ່ມີການຫຼິ້ນນໍ້າແບບນີ້.

  1. ຖອກທ້ອງ.

ອາການນີ້ເກີດຈາກການຕິດເຊື້ອແບັກທີເລຍ ເຊື້ອໄວຣັສທີ່ປົນເປື້ອນອາຫານ ລະກງດູຝົນແມ່ນລະດູທີ່ອາກາດຮ້ອນ ເຊື້ອພະຍາດແຜ່ຂະຫຍາຍໄດ້ງ່າຍ ເຮັດໃຫ້ເກີດຄວາມສ່ຽງສູງທີ່ຈະເກີດອາການນີ້.

  1. ໄຂ້ຫວັດ ປອດອັກເສບ.

ເປັນອາການທີ່ເກີດຈາກການຕິດເຊື້ອທາງລະ​ບົບ​ທາງ​ເດີນ​ຫາຍ​ໃຈ ເຊິ່ງການຫຼີ້ນນ້ໍາເຮັດໃຫ້ອຸນຫະພູມໃນຮ່າງກາຍຫຼຸດຕໍ່າລົງ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່