Monday, November 10, 2025
Kbank Laos โอน รับ จ่าย

5 ອາຫານທີ່ບໍ່ຄວນກິນກັບ “ແອວກໍຮໍ”

ຮອດບຸນປີໃໝ່ລາວ ແອວກໍຮໍເປັນສິ່ງປາສະຈາກບໍ່ໄດ້ເລີຍທີ່ຕ້ອງມີຄຽງຄູ້ກັບການກິນລ້ຽງ ແລະ ການສັງສັນກັບຫໝູ່ເພື່ອນ, ຖ້າຫຼີກລ້ຽງກໍຄວນຫຼີກລ້ຽງ ແຕ່ຫາກວ່າຫຼີກລ່ຽງບໍ່ໄດ້ແມ່ນໃຫ້ມາຟັງທາງນີ້ ເຮົາຈະແນະນຳກ່ຽວກັບອາຫານທີ່ບໍ່ຄວນກິນກັບແອວກໍຮໍ ເຊິ່ງບາງຄັ້ງອາຫານເຫຼົ່ານີ້ຫຼາຍຄົນອາດຈະສັ່ງກິນກັບເຫຼົ້າ ແຕ່ທີ່ຈິງແລ້ວສາມາດທໍາລາຍສຸຂະພາບຂອງເຈົ້າໃນອະນາຄົດໄດ້ ຈະມີຫຍັງໄປເບິ່ງນໍາກັນເລີຍ.

  1. ອາຫານເຄັມ.

ອາຫານເຄັມ ເຮັດໃຫ້ຮ່າງກາຍຂອງພວກເຮົາໄດ້ຮັບ ໂຊດຽມຫຼາຍ ເຊິ່ງໂຊດຽມຈະເຮັດໃຫ້ພວກເຮົາຫິວ. ດັ່ງນັ້ນ, ມັນອາດຈະເຮັດໃຫ້ພວກເຮົາດື່ມເຫຼົ້າຫຼາຍໂດຍບັງເອີນເຊັ່ນກັນ. ເພາະສະນັ້ນ, ທ່ານຄວນປ່ຽນອາຫານຫວ່າງເປັນຜັກ, ຊີ້ນ ແລະ ແກ່ນມີລົດຊາດເບົາໆ (ບໍ່ມີເກືອ) ຈະດີກວ່າ.

  1. ອາຫານສົ້ມ

ໝາກໄມ້ສົ້ມເຊັ່ນ: ໝາກນາວ, ໝາກກ້ຽງ ອາດຈະເລັ່ງອາການຂອງກົດໄຫຼຍ້ອນໄດ້ ໃຜທີ່ມີຄວາມສ່ຽງ ຫຼື ເປັນໂຣກນີ້ຢູ່ ຄວນຫຼີກລ້ຽງ.

  1. ເຂົ້າ​ຈີ່.

ຖ້າແອວກໍຮໍທີ່ທ່ານດື່ມແມ່ນເບຍ, ເຂົ້າຈີ່ ແລະ ເບຍທັງສອງແມ່ນຜະລິດຈາກເຊື້ອລາ ການບໍລິໂພກອາຫານທີ່ຜະລິດຈາກເຊື້ອລາຫຼາຍເກີນໄປໃນເວລາດຽວກັນ ອາດຈະເຮັດໃຫ້ທ້ອງອືດ ແລະ ອາຫານບໍ່ຍ່ອຍ.

  1. ນ້ຳອັດລົມທີ່ບໍ່ມີນ້ຳຕານ

ນ້ຳອັດລົມທີ່ບໍ່ມີນ້ຳຕານທີ່ຫຼາຍຄົນໃຊ້ເປັນເຄື່ອງປະສົມກັບເຫຼົ້າ ມັນອາດຈະເຮັດໃຫ້ເຮົາເມົາໄວກວ່ານ້ຳອັດລົມທຳມະດາທີ່ມີນ້ຳຕານ.

  1. ອາຫານໄຂມັນສູງ

ອາຫານປະເພດຂົ້ວ, ອາຫານທີ່ມີນໍ້າມັນຕ່າງໆ ອາດຈະເຮັດໃຫ້ເກີດການເລັ່ງອາການຂອງອາການກົດໄຫຼຍ້ອນໄດ້ ແລະ ມັນຍັງຊະລໍການເຮັດວຽກຂອງກະເພາະອາຫານ ຈົນເຮັດໃຫ້ອາຫານບໍ່ຍ່ອຍໄດ້ເຊັ່ນກັນ.

ສະນັ້ນ, ຖ້າເຈົ້າດື່ມເຫຼົ້າ ທ່ານຄວນກິນອາຫານຢ່າງຖືກຕ້ອງ ດື່ມເຫຼົ້າໃນຂອບເຂດຈໍາກັດຂອງທ່ານບໍ່ຄວນດື່ມຫຼາຍເພາະອາດຈະເກີກອຸບັດຕິເຫດົຝໄດ້ ແລະ ບໍ່ເປັນຜົນດີຕໍ່ສຸຂະພາບ.

ອິນໄຊລາວ #Insidelaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.