Sunday, November 9, 2025
Kbank Laos โอน รับ จ่าย

ເປັນຫຍັງເຮົາຈຶ່ງເອີ້ນຊື່ວ່າ “ແຄນ”

“ແຄນ ແລະ ສຽງແຄນ” ເປັນສຽງດົນຕີພື້ນເມືອງລາວ ທີ່ສືບທອດກັນມາແຕ່ບູຮານ, ການທີ່ເພິ່ນຕັ້ງຊື່ວ່າ “ແຄນ” ຍັງບໍ່ມີຫຼັກຖານຢັ້ງຢືນທີ່ຊັດເຈນ, ໃນປັດຈຸບັນ ມີພຽງແຕ່ຕຳນານເລົ່າຂານມາແຕ່ບູຮານນະການຈາກບັນດາຊ່າງແຄນ, ໝໍຂັບ, ໝໍລຳລຸ້ນຕໍ່ລຸ້ນສືບຕໍ່ກັນ.

ທ່ານ ຄຳພັນ ເໝືອນສິດທິດາ, ປະທານສະມາຄົມສຽງແຄນລາວ ໄດ້ປະກອບຄຳເຫັນກ່ຽວກັບປະຫວັດຂອງແຄນລາວວ່າ “ແຄນ ແລະ ສຽງແຄນ” ໄດ້ກຳເນີດເກີດຂຶ້ນຄູ່ກັບຄົນລາວປະມານ 3000 ກວ່າປີແລ້ວ ໂດຍພູມປັນຍາຂອງບັນພະບຸລຸດລາວເປັນຜູ້ປະດິດສ້າງຂຶ້ນມາ ດັ່ງຄຳກອນທີ່ວ່າ:

“ຕຳນານແຄນວ່າໄວ້       ເປັນຂອງຄູ່ຄົນລາວ

ຄືດັ່ງຄຳພັງເພີຍ         ເອີ່ຍຂານນານລ້ຳ

ຕັ້ງແຕ່ຄາວເດີມພຸ້ນ      ເປັນແດນລາວຂົງເຂດ

ຄັນຢູ່ເຮືອນພື້ນແປ້ນ      ຫາກແມ່ນເປົ່າແຄນໄດ້

ແມ່ນຄົນລາວແທ້ນາ”

“ສຽງແຄນ ເກີດຈາກສຽງນົກຮ້ອງ ແລະ ໄມ້ໄຜ່ສີກັນ

ຟັງລຳພຶງລຳເພິ່ງ           ເບິ່ງໄປກໍຄືເວົ້າ

ເອົານາຍພານມາສ້າງ      ຫຼາຍແນວແລ້ວເປົ່າເບິ່ງ

ຈົນພະຍາເພິ່ນເອີ້ນ        ສຽງນີ້ກໍວ່າແຄນ”.

ສຳລັບຄວາມໝາຍຂອງ ຄຳວ່າ “ແຄນ” ສ່ວນຫຼາຍຈະນິຍົມໃຊ້ຢູ່ທາງພາກເໜືອຂອງປະເທດລາວ ສ່ວນພາກກາງ ແລະ ພາກໃຕ້ ຈະນິຍົມໃຊ້ຄຳວ່າ “ໃຄ” ເຊິ່ງມີຄວາມໝາຍອັນດຽວກັນຄື: “ດີກວ່າເກົ່າ” ດັ່ງຄຳກອນທີ່ວ່າ:

“ຄຳວ່າ ແຄນ ຫຼື ໃຄ ນີ້         ແມ່ນດີຫຼາຍກວ່າເກົ່າ

ໃຜຜູ້ເຈັບປ່ວຍໄຂ້         ໃຄແທ້ກວ່າແຕ່ຫຼັງ

ເວົ້າເຖິງວຽກກໍ່ສ້າງ         ຮົ້ວໄຮ່ນາສວນ

ປີໃດດີສົມຄວນ          ກໍວ່າແຄນໃຄແລ້ວ”.

ສະຫຼຸບແລ້ວ ແຄນລາວແມ່ນຢູ່ຄູ່ກັບຄົນລາວມາຫຼາຍກວ່າ 3000 ປີ ຄົນລາວນິຍົມໃຊ້ປະກອບພິທີກຳທາງສາສະໜາ, ຂັບ, ລຳປະເພດຕ່າງໆ ຕັ້ງແຕ່ເໜືອຈົນຮອດໃຕ້ແລະ ປັດຈຸບັນກໍຍັງໄດ້ຮັບຄວາມນິຍົມຊົມຊອບ ນອກຈາກນີ້ສຽງແຄນລາວ ຍັງຖືກຮັບຮອງເປັນມໍລະດົກໂລກທາງດ້ານວັດທະນະທຳທີ່ເປັນນາມມະທຳຂອງຄົນເຊື້ອຊາດລາວ ໃນວັນທີ 07 ທັນວາ 2017.

#ສຽງແຄນລາວ #ທີ່ມາ #ດົນຕີລາວ

#ອິນໄຊລາວ #insideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.