5 ວິທີ ເປີດແອໃຫ້ປະຢັດຄ່າໄຟ

ໃນຊ່ວງນີ້ ຫຼາຍໆຄົນຄົງບໍ່ຢາກອອກໄປທາງນອກພໍປານໃດ ເພາະອາກາດຢູ່ທາງນອກນັ້ນຮ້ອນຫຼາຍ ອີກທັງຍັງເລື່ອງຂອງຝຸ່ນ PM2.5 ອີກ ຂໍເປີດແອນອນຢູ່ເຮືອນດີກວ່າ, ເຖິງວ່າການເປີດແອນອນຢູ່ບ້ານຈະເຢັນສະບາຍ ແຕ່ຄ່າໄຟທ້າຍເດືອນຄົງຈະບໍ່ເຢັນຄືແອເນາະ ດັ່ງນັ້ນ, ເຮົາມີ 5 ວິທີເປີດແອໃນຊ່ວງໜ້າຮ້ອນໃຫ້ປະຢັດຄ່າໄຟ ລອງເອົາໄປນຳໃຊ້ເບິ່ງເດີ້.

  1. ບໍ່ເລັ່ງຄວາມເຢັນຕອນເປີດແອທຳອິດ.

ເຂົ້າໃຈວ່າ ຫຼາຍຄົນຄົງຈະທົນຮ້ອນກັນບໍ່ໄຫວ ແຕ່ການເລັ່ງຄວາມເຢັນເຄື່ອງປັບອາກາດຕອນເປີດເຄື່ອງທຳອິດ ໂດຍການຫຼຸດອຸນຫະພູມໃຫ້ຕ່ຳລົງ ເປັນວິທີທີ່ເຮັດໃຫ້ສິ້ນເປືອງໄຟໂດຍບໍ່ມີປະໂຫຍດ ໃຫ້ລໍຖ້າບຶດໜຶ່ງ ເຄື່ອງປັບອາກາດກໍເຮັດຄວາມເຢັນໄດ້ທັນໃຈແລ້ວ ຫຼື ອີກວິທີໜຶ່ງ ຄືໃຊ້ໂໝດເລັ່ງຄວາມໄວພັດລົມແທນຈະດີກວ່າ.

2. ບໍ່ເປີດໆ-ປິດໆ ແອຕະຫຼອດ.

ໃນທຸກໆຄັ້ງ ທີ່ມີການເລີ່ມເຮັດວຽກໃໝ່ ເຄື່ອງປັບອາກາດຈະມີການດຶງພະລັງງານໄຟຟປໃຊ້ຂ້ອນຂ້າງສູງ ແລະ ນອກຈາກຈະເປັນການສິ້ນເປືອງພະລັງງານແລ້ວ ການເປີດ-ປິດ ເຄື່ອງປັບອາກາດ ຕະຫຼອດ ສ່ຽງຕໍ່ການເຮັດໃຫ້ເຄື່ອງປັບອາກາດມີບັນຫາໃນພາຍຫຼັງໄດ້.

3. ປ້ອງກັນບໍ່ໃຫ້ແສງແດດສ່ອງເຂົ້າມາໃນຫ້ອງ.

    ການທີ່ມີແສງແດດສ່ອງເຂົ້າມາໃນຫ້ອງຈຳນວນຫຼາຍ ເຮັດໃຫ້ມີອຸນຫະພູມສູງ ແອຈະຍິ່ງເຮັດວຽກໜັກ ຖ້າຫ້ອງໃດທີ່ຖືກແດດສ່ອງໝົດມື້ ໃຫ້ຫາຜ້າກັ້ງທີ່ຊ່ວຍກັນແດດມາຕິດໄວ້ຢູ່ປ່ອງຢ້ຽມ ແລະ ກ່ອນເປີດເຄື່ອງປັບອາກາດ ໃຫ້ເປີດປ່ອງຢ້ຽມລະບາຍອາກາດ ເພື່ອໃຫ້ລະບາຍຄວາມຮ້ອນອອກໄປຈາກຫ້ອງ.

    4. ບໍ່ນຳເຄື່ອງທີ່ມີຄວາມຮ້ອນ ຫຼື ເຄື່ອງທີ່ມີຄວາມຊຸ່ມເຂົ້າມາໃນຫ້ອງ.

    ບໍ່ວ່າຈະເປັນອາຫານ, ເຄື່ອງໃຊ້ໄຟຟ້າ ເປັນຕົ້ນແມ່ນການ້ຳຮ້ອນ ລ້ວນເຮັດໃຫ້ອຸນຫະພູມໃນຫ້ອງເພີ່ມຂຶ້ນ ແລະ ທີ່ຫຼາຍໆ ຄົນອາດຈະເບິ່ງຂ້າມແມ່ນ ສິ່ງຂອງທີ່ມີຄວາມຊຸ່ມເຊັ່ນ: ເຄື່ອງນຸ່ງທີ່ປຽກ, ເຄື່ອງໃຊ້ທີ່ບັນຈຸຂອງແຫຼວ ແລະ ອື່ນໆ ກໍເຮັດໃຫ້ແອເຮັດວຽກໜັກຂຶ້ນ ເພາະເຄື່ອງປັບອາກາດ ຕ້ອງເຮັດໜ້າທີ່ກຳຈັດຄວາມຊຸ່ມໃນຫ້ອງອອກໄປ ຈຶ່ງເຮັດໃຫ້ເປືອງຄ່າໄຟນັ້ນເອງ.

    5. ເພີ່ມອຸນຫະພູມໃຫ້ຢູ່ທີ່ 25-26 ອົງສາ.

    ຖ້າມື້ໃດອາກາດບໍ່ຮ້ອນຫຼາຍ ຫຼື ມີຄວາມຕ້ອງການທີ່ຈະເປີດແອໝົດມື້ ໃຫ້ປັບອຸນຫະພູມເປັນ 25-26 ອົງສາ ເພາະເຮົາມັກຈະເຂົ້າໃຈວ່າ 25 ອົງສານັ້ນ ປະຢັດໄຟແລ້ວ ແຕ່ຄວາມຈິງແລ້ວ ອຸນຫະພູມ 25 ອົງສາ ຄືອຸນຫະພູມທີ່ຢູ່ໃນລະດັບທີ່ເປີດແລ້ວສະບາຍໂຕ ແຕ່ເຖິງເຮົາຈະປັບອຸນຫະພູມເປັນ 26-27 ອົງສາ ກໍບໍ່ຮູ້ສຶກແຕກຕ່າງຈາກ 25 ອົງສາ ພໍປານໃດ.

    #ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

    More from author

    Related posts

    Latest posts

    ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

    ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

    ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

    ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

    ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

    ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: