Monday, June 23, 2025
Kbank Laos โอน รับ จ่าย

ວິທີຂັບລົດເກຍ ອໍໂຕ້ ໃຫ້ປະຢັດນຳ້ມັນ

ມີຈັກມື້ນຶ່ງບໍ່ທີ່ອອກຈາກເຮືອນໄປແລ້ວ ບໍ່ມີລົດແອອັດ? ປະໂຫຍກຄຳຖາມນີ້ ເປັນຄຳຕອບທີ່ດີ ຂອງຄົນທີ່ເລືອກໃຊ້ລົດເກຍ ອໍໂຕ້ ເພາະມັນສະດວກະບາຍ, ຂັບງ່າຍ, ຂຶ້ນທາງຊັນ ກໍບໍ່ຢ້ານລົດໄຫຼ ແລະສິ່ງສຳຄັນກໍຄື ເວລາພົບຝູງລົດແອອັດ ແລ້ວເຮັດໃຫ້ເຮົາບໍ່ເມື່ອຍ. ແຕ່ບໍ່ແມ່ນວ່າ ລົດເກຍອໍໂຕ້ ຈະບໍ່ມີຈຸດດ້ອຍ ເພາະຄວາມທົນທານ, ຄ່າບຳລຸງຮັກສາ ແລະອັດຕາສິ້ນເປືອງນຳ້ມັນນັ້ນ ສູງກວ່າລົດເກຍທຳມະດາ.

ເມື່ອໃຊ້ລົດເກຍ ອໍໂຕ້ ການບຳລຸງຮັກສາເປັນເລື່ອງຕາມໄລຍະເວລາ ແຕ່ເລື່ອງອັດຕາສິ້ນເປືອງນຳ້ມັນ ສາມາດປັບໃຫ້ຫຼຸດລົງໄດ້ ຈາກນິດໄສການຂັບ ແລະເຕັກນິກເລັກໆນ້ອຍໆ ເພື່ອຊ່ວຍໃຫ້ອອມເງິນໃນກະເປົາຂອງທ່ານໄດ້ ໂດຍສາມາດປະຕິບັດດັ່ງຕໍ່ໄປນີ້.

  1. ຮູ້ຈັກລົດຕົວເອງ: ຮູ້ຈັກລົດ ຍິ່ງຂັບກໍຈະຍິ່ງປະຢັດ, ຫຼາຍທ່ານອາດຂັບລົດທຸກມື້ ແຕ່ບໍ່ຄຸ້ນເຄີຍກັບນິດໄສຂອງລົດ. ສິ່ງນຶ່ງທີ່ຕ້ອງຈື່ໄວ້ກໍຄື ໄລຍະທີ່ແຮງບິດສູງສຸດຖືກຮຽກອອກມາ ຊຶ່ງຈະມີປະໂຫຍດຫຼາຍໃນຍາມເລັ່ງແຊງ.
  2. ບໍ່ຕ້ອງຢຽບຄັນເລັ່ງທຸກຄັ້ງ: ຫຼາຍໆທ່ານອາດຈະຮຽກເຕັກນີ້ວ່າ Walking Speed ນັ້ນໝາຍເຖິງການທີ່ລົດສາມາດເຄື່ອນໄຫວດ້ວຍຕົວເອງ ໂດຍທີ່ເຮົາບໍ່ຕ້ອງຢຽບຄັນເລັ່ງ. ຍົກຕົວຢ່່າງ: ໃນຊົ່ວໂມງເລັ່ງດ່ວນທີ່ລົດເຄື່ອນໂຕຊ້າໆ ພຽງແຕ່ເຂົ້າເກຍ D ໄວ້ ແລ້ວໃຊ້ຕີນຄຸມເບກກໍພຽງພໍແລ້ວ.
  3. ປັບເກຍເມື່ອຂຶ້ນທາງຊັນ: ການຂຶ້ນທາງຊັນ ໂດຍສະເພາະການຂຶ້ນບ່ອນຈອດລົດຕ່າງໆ ຫຼາຍທ່ານມັກຈະລະເລີຍການປ່ຽນມາເປັນເກຍຕົວ L. ຄວາມຈິງແລ້ວ ຖ້າຖາມວ່າ  ຜິດ ຫຼື ບໍ່? ຄຳຕອບຄື “ບໍ່”, ແຕ່ມັນບໍ່ເໝາະສົມ. ການໃຊ້ເກຍ D ໂດຍໃຊ້ກຳລັງແຮງບິດເຄື່ອງຈັກສົ່ງຂຶ້ນນັ້ນ ຈະເຮັດໃຫ້ລົດບໍ່ຕ້ອງອອກແຮງຮູ້ກັບເນີນຊັນຫຼາຍ ຜົນກໍຄື ປະຢັດກວ່າ.
  4. ຄິກດາວສະເພາະທີ່ຈຳເປັນ: ການຄິກດາວໃນເກຍອໍໂຕ້ ນັ້ນ ຖືເປັນເລື່ອງເຮັດໃຫ້ສະດວກສະບາຍໃນການເລັ່ງແຊງ, ແຕ່ມັນກໍຕ້ອງແລກມາດ້ວຍອັດຕາກິນນຳ້ມັນ ຊຶ່ງແມ່ນແຕ່ລະບົບເກຍປັດຈຸບັນຈະມີການພັດທະນາໃຫ້ຕອບສະໜອງໄດ້ດີ ສົ່ງກຳລັງໄດ້ຫຼາຍຂຶ້ນ, ແຕ່ການຄິກດາວ ກໍຍັງປຽບໄດ້ດັ່ງການດຶງເກຍຢູ່ດີ. ຫຼາຍຄົນທີ່ຂັບລົດເກຍ ອໍໂຕ້ ເຂົ້າໃຈວ່າ ການຄິກດາວນັ້ນ ເປັນວິທີທີ່ເລັ່ງແຊງ, ແຕ່ຄວາມຈິງແລ້ວ ນອກຈາກທີ່ປາຍຕີນແລ້ວ ຍັງມີການໃຊ້ລະບົບ Overdrive ຫຼື O/d ຊຶ່ງເຮັດໃຫ້ເກຍປ່ຽນຢ່າງນິ່ມນວນຫຼາຍກວ່າການຄິກດາວ ຫຼື ບາງຄັນເປັນຕຳແໜ່ງ D/D3 ຕາມແຕ່ລະຍີ່ຫໍ້ລົດ.
  5. ເບກໃຫ້ໜ້ອຍ, ໃຊ້ວິທີຜ່ອນແທນ: ຮູບແບບການຂັບຂີ່ທີ່ໃຊ້ວິທີຜ່ອນຄວາມໄວ ເປັນອີກຫົນທາງນຶ່ງທີ່ຈະຢັດນຳ້ມັນໄດ້ເປັນຢ່າງດີ. ຍົກຕົວຢ່າງ: ເມື່ອລົດແອອັດຢູ່ດ້ານໜ້າ ລອງກະໄລຍະແລ້ວປ່ອຍຄັນເລັ່ງໃຫ້ລົດໄຫຼໄປເລື້ອຍໆ ດ້ວຍແຮງລົມ ເພາະເມື່ອເຮົາເບກ ລົມຈກທໍ່ໄອດີ ຈະຖືກດູດມາທີ່ໝໍ້ລົມ ເພື່ອຫຼຸດການເຮັດວຽກຂອງເຄື່ອງຈັກ ຊຶ່ງຈະມີອັດຕາຫຼຸດລົງຫຼາຍກວ່າການທີ່ເຮົາບໍ່ຢຽບຄັນເລັ່ງ ຫຼື ຜ່ອນຄວາມໄວ. ນີ້ຍັງບໍ່ນັບການສູນເສຍນຳ້ມັນ ກັບການເລັ່ງເມື່ອຄວາມໄວຫຼຸດລົງກວ່າທີ່ຂັບປົກກະຕິ ຊຶ່ງເທົ່າກັບການເຜົານຳ້ມັນ 2 ເທົ່າໂຕ.
  6. ຢຽບຄັນເລັ່ງໃຫ້ນຽນ: ຫຼາຍຄົນທີ່ບໍ່ໄດ້ຝຶກຂັບລົດຢ່າງຈິງຈັງນັ້ນ ມັກຈະບໍ່ຮູ້ວ່າ ການຢຽບຄັນເລັ່ງນັ້ນ ເປັນເລື່ອງສຳຄັນໃນການພິຊິດຄວາມປະຢັດ ທີ່ຈະໃຊ້ນຳ້ມັນໃຫ້ກຸ້ມຄ່າ. ວິທີກໍຄື ຢຽບແຕ່ພໍດີ ໂດຍອາດຈະໃຊ້ວິທີກົດເລັ່ງໄປຮອດລະດັບຄວາມໄວທີ່ຕ້ອງການກ່ອນ ແລ້ວຜ່ອນຮັກສາຄວາມໄວ ແລະສຳຄັນໄປກວ່ານັ້ນ ໃຫ້ພະຍາຍາມຮັກສາຄວາມໄວໃຫ້ຄົງທີ່ຕະຫຼອດທາງ.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.