ຜົນຈິໄຈເຜີຍ! ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19

“ທຳມະຊາດບໍ່ໄດ້ຖືກຟື້ນຟູ ໃນຂະນະທີ່ມະນຸດເຮົາລ໋ອກດາວ ໃນຊ່ວງ ໂຄວິດ-19” ນີ້ແມ່ນການລາຍງານໃໝ່ຈາກ British Columbia University ໃນປະເທດການາດາ ໄດ້ເຜີຍໃຫ້ເຫັນຄວາມສຳພັນຂອງສິ່ງທີ່ມີຊີວິດອື່ນໆ ທີ່ກຳລັງພະຍາຍາມປັບໂຕໃຫ້ເຂົ້າກັບຜູ້ຄົນ ເຊິ່ງທີມວິໄຈຍັງຄິດໃນແງ່ບວກວ່າ “ມະນຸດເຮົາຍັງສາມາດສ້າງໂອກາດໃຫ້ທຳມະຊາດໄດ້ຟື້ນຟູໄດ້ຢ່າງແທ້ຈິງ”.

ໃນຊ່ວງ ໂຄວິດ-19 ພວກເຮົາທຸກຄົນ ໜ້າຈະໄດ້ເຫັນການລ໋ອກດາວ ເຊິ່ງເຮັດໃຫ້ການເຮັດກິດຈະກຳກາງແຈ້ງຂອງມະນຸດເຮົາຫຼຸດລົງ. ຫຼາຍໆຄົນອາດຈະໄດ້ເຫັນຂ່າວທີ່ຄອງ Venice ໃນປະເທດອີຕາລີ ປ່ຽນຈາກສີຂຽວຂຸ່ນມາເປັນສີຟ້າໃສ, ຖະໜົນຫົນທາງງຽບສະຫງົບ, ການປ່ອຍກ໊າສຄາບອນໄດອອກໄຊຫຼຸດລົງ ແລະ ມີການເຜີຍແຜ່ຮູບພາບຂອງສັດຕ່າງໆທີ່ອອກມາຫາກິນ. ປາກົດການດັ່ງກ່າວເຮັດໃຫ້ຫຼາຍຄົນຄິດວ່າທຳມະຊາດກຳລັງກັບມາຟື້ນຟູໂຕມັນເອງ ແຕ່ຄວາມຈິງແລ້ວມັນອາດຈະກົງກັນຂ້າມກັບສິ່ງທີ່ເຮົາຄິດ.

ຜົນການວິໄຈໃໝ່ທີ່ເຜີຍແຜ່ໃນວາລະສານ Nature Ecology & Evolution ລະບຸວ່າການລ໋ອກດາວໃນຊ່ວງ ໂຄວິດ-19 ໄດ້ສົ່ງຜົນຕໍ່ກັບກິດຈະກຳຂອງສັດບາງຊະນິດ ເຊິ່ງມີຄວາມແຕກຕ່າງກັນຕາມແຕ່ລະພື້ນທີ່ ເຊິ່ງເຮັດໃຫ້ເຮົາບໍ່ສາມາດເວົ້າໄດ້ວ່າທຳມະຊາດກັບມາຟື້ນຟູໂຕເອງໄດ້ຢ່າງແທ້ຈິງ.
Cole Burton ຜູ້ນຳທາງດ້ານການວິໄຈ ແລະ ນັກຊີວະວິທະຍາໄດ້ກ່າວວ່າ ຜ່ານການວິເຄາະຂໍ້ມູນຈາກກ້ອງຖ່າຍຮູບທີ່ຕິດຕັ້ງໄວ້ໃນປ່າຫຼາຍກວ່າ 5,400 ໜ່ວຍ ໃນ21ປະເທດ ຕັ້ງແຕ່ຊ່ວງກ່ອນລ໋ອກດາວ, ໃນລະຫວ່າງລ໋ອກດາວ ແລະ ຫຼັງລ໋ອກດາວ. ເຊິ່ງໄດ້ຮູ້ວ່າຈຳນວນຜູ້ຄົນທີ່ອອກໄປເຮັດກິດຈະກຳກາງແຈ້ງບໍ່ໄດ້ເທົ່າກັນໃນທຸກພື້ນທີ່ ໂດຍສະເພາໃນສວນສາທາລະນະ ແລະ ເຂດພື້ນທີ່ສີຂຽວ.

Burton ອະທິບາຍວ່າ” ຜູ້ຄົນຍິ່ງຕ້ອງການນຳໃຊ້ພື້ນທີ່ສີຂຽວໃນສວນສາທາລະນະເພື່ອເຮັດກິດຈະກຳຕ່າງໆ, ມີກິດຈະກຳໃນປ່າຫຼາຍຂຶ້ນ ໂດຍສະເພາະແມ່ນການຍ່າງປ່າ ແລະ ກາງເຕັ້ນ. ສິ່ງເຫຼົ່ານີ້ເຮັດໃຫ້ມະນຸດໄດ້ເຂົ້າໄປສ້າງຜົນກະທົບຕໍ່ການດຳລົງຊີວິດຂອງສັດຕ່າງໆ ໂດຍສະເພາະແມ່ນສັດກິນເນື້ອຂະໜາດໃຫຍ່ທີ່ມີຄວາມໄວຕໍ່ການລົບກວນຂອງມະນຸດ.
ເຮັດໃຫ້ໝາປ່າ, ເສືອ ໄດ້ຖືກພົບເຫັນໜ້ອຍລົງ ຫຼື ບາງພື້ນທີ່ທີ່ເຄີຍເຫັນ ກໍບໍ່ພົບເຫັນອີກເລີຍ ແຕ່ກົງກັນຂ້າມ ຍິ່ງເຮັດໃຫ້ສັດກິນພືດບາງຊະນິດມີຈຳນວນປະຊາກອນທີ່ເພີ່ມຂຶ້ນຢ່າງໄວວາ.

ສະຫຼຸບແລ້ວ ການດຳລົງຊີວິດຂອງສິ່ງທີ່ມີຊີວິດຕ່າງໆໃນທຳມະຊາດນັ້ນມີຄວາມແຕກຕ່າງກັນຕາມແຕ່ລະພື້ນທີ່, ຕາມແຕ່ລະສາຍພັນ ເຊິ່ງມີທັງຂໍ້ດີແລະຂໍ້ເສຍປະປົນກັນໄປ ບາງສາຍພັນກໍໄດ້ຮັບຜົນປະໂຫຍດຈາກການລ໋ອກດາວ ແຕ່ບາງສາຍພັນກໍຕ້ອງໄດ້ອອກໄປຫາອາຫານໄກຂຶ້ນ, ເດີນທາງໄກຂຶ້ນ, ມີຄວາມຄຽດ ແລະ ຕົກໃຈຫຼາຍຂຶ້ນ ຈາກການລົບກວນຂອງມະນຸດ.
Burton ໄດ້ກ່າວວ່າ “ສາຍພັນຕ່າງໆ ກຳລັງປັບໂຕຢ່າງໜັກ ເພື່ອທີ່ຈະຢູ່ຮ່ວມກັບເຮົາ ເພາະສະນັ້ນເຮົາຕ້ອງຄຳນຶງເຖິງການຈັດການຕໍ່ກັບຜົນກະທົບທີ່ເກີດຂຶ້ນຈາກໂຕເຮົາເອງ”.

ທີ່ມາ: https://www.nature.com/articles/s41559-024-02363-2
https://espace.library.uq.edu.au/view/UQ:035dde5
https://zoology.ubc.ca/article/new-publication-burton-beirne-gaynor-et-al-nature-ecology-evolution
https://www.popsci.com/environment/nature-not-healing-animals-lockdown-behavior/
https://www.sciencealert.com/turns-out-nature-didnt-heal-while-humans-were-in-lockdown

Photo: CannadianWildlife

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...