Saturday, May 18, 2024
Lenovo

ມືປ່ວຍໄດ້ ຖ້າໃຊ້ງານຫຼາຍເກີນໄປ

“ມື” ເປັນອະໄວຍະວະທີ່ເຮົາໃຊ້ງານເກືອບຕະຫຼອດເວລາ ບໍ່ວ່າເຮົາຈະເຮັດສິ່ງໃດກໍລ້ວນແຕ່ໃຊ້ມືເປັນອົງປະກອບຮ່ວມສະເໝີ ຊຶ່ງການໃຊ້ງານມືດ້ວຍລັກສະນະທ່າທາງທີ່ແຕກຕ່າງກັນໄປບາງທ່າເທົ່ານັ້ນ, ອາດເປັນປັດໄຈທີ່ເຮັດໃຫ້ເກີດອາການຕິດຂັດ, ຕຶງ ແລະ ປວດມືຈົນນໍາໄປສູ່ໂຣກທີ່ກ່ຽວກັບມືໄດ້.

ໂຣກທີ່ກ່ຽວຂ້ອງກັບມື:

ໂຣກພັງຜືດ ກົດທັບເສັ້ນປະສາດມີດຽນທີ່ຂໍ້ມື: ຄົນທົ່ວໄປຮູ້ຈັກກັນວ່າ “ໂຣກເສັ້ນປະສາດຂໍ້ມືຖືກກົດທັບ ຫຼື ໂຣກພັງຜືດຂໍ້ມື” ເກີດຈາກການໃຊ້ງານຂໍ້ມືຊໍ້າໆ ຫຼື ກະດູກຂໍ້ມືຄ້າງໄວ້ດົນໆ ເຮັດໃຫ້ເກີດຄວາມດັນໃນຊ່ອງກະດູກ ຫຼື ອຸມົງຂໍ້ມືເພີ່ມຂຶ້ນ ຊຶ່ງເປືອກຢູ່ຊ່ອງກະດູກຂໍ້ມືຄື ພັງຜືດ ເມື່ອເສັ້ນປະສາດມີດຽນທີ່ແລ່ນຜ່ານຊ່ອງກະດູກຂໍ້ມືຖືກກົດທັບ ກໍຈະເຮັດໃຫ້ຂາດເລືອດໄປລ້ຽງເສັ້ນປະສາດຈະບວມ ແລະ ຖືກທຳລາຍ, ເກີດການໜາໂຕຂອງ ພັງຜືດ ໄລຍະທຳອິດຈະມີອາການຊາຢູ່ປາຍນິ້ວ ແລະ ໄລຍະຕໍ່ມາຈະມີອາການກ້າມຊີ້ນອ່ອນເພຍ.

ລັກສະນະອາການ: ຮູ້ສຶກຊາ ຫຼື ປວດທີ່ບໍລິເວນນິ້ວຫົວໂປ້ມື,​ ນິ້ວຊີ້, ນິ້ວກາງ ແລະ ເຄິ່ງນຶ່ງຂອງນິ້ວນາງ, ບາງຂະນະອາດປວດໄປຕາມແຂນ ແລະ ມັກເປັນຕອນກາງຄືນໃນເວລານອນຫຼັບ, ບາງຄັ້ງປວດຈົນເຖິງຂັ້ນຕື່ນຂຶ້ນມາຕອນເດິກ ຫຼື ມີອາການຕອນເຊົ້າຫຼັງຕື່ນນອນ ເມື່ອໄດ້ເຄື່ອນໄຫວມືຈະເລີ່ມມີອາການດີຂຶ້ນ. ຖ້າມີອາການຊຳເຮື້ອເປັນເວລາດົນ ອາດເຮັດໃຫ້ກ້າມຊີ້ນບໍລິເວນນິ້ວຫົວໂປ້ມືອ່ອນເພຍ ຈົນເຮັດໃຫ້ການໃຊ້ງານມືຫຼຸດລົງ.

ໂຣກຊະນິດນີ້ ເກີດຂຶ້ນກັບທຸກຄົນ ທີ່ເຮັດວຽກທີ່ຕ້ອງເຄື່ອນໄຫວຂໍ້ມືຊຳ້ໆ ເຊັ່ນ ການຈັບເມົ້າຄອມພິວເຕີ່ ທ່າເກົ່າເປັນເວລາດົນ, ຫຼິ້ນສະມາດໂຟນ ຫຼື ແທັບເລັດຕະຫຼອດເວລາ, ຈັບມີດຕັດ ຫຼື ການເຮັດວຽກເຮືອນ, ເຮັດສວນ ເຊັ່ນ ການຈັບໄມ້ກວາດ, ຈັບມີດ ຮ່ວມກັບການເຄັ່ງຂໍ້ມືຂະນະກຳສິ່ງຂອງ ຈະເຮັດໃຫ້ເກີດພາວະພັງຜືດກົດທັບເສັ້ນປະສາດໄດ້ຫຼາຍຂຶ້ນ.

ຜູ້ທີ່ເຄີຍປະສົບອຸບັດເຫດກະດູກຫັກບໍລິເວນຂໍ້ມື:

  • ຄົນທີ່ມີອາການຂໍ້ມືເສື່ອມ.
  • ຄົນປ່ວຍທີ່ເປັນໂຣກເບົາຫວານ ຫຼືໂຣກຂໍ້ອັກເສບຣູມາຕອຍ ຫຼືໄທຣອຍ.
  • ຜູ້ທີ່ມີພາວະອ້ວນ.
  • ເພດຍິງມີໂອກາດເປັນໂຣກນີ້ຫຼາຍກວ່າເພດຊາຍ.
  • ທ່ານອນກໍສາມາດເຮັດໃຫ້ເປັນໂຣກພັງຜືດຂໍ້ມືໄດ້.

ການທີ່ຂໍ້ມືເຮົາຢູ່ໃນທ່າທີ່ບໍ່ເໝາະສົມ: ບໍ່ວ່າຈະເປັນຕອນໃຊ້ງານ ຫຼືບໍ່ໃຊ້ງານ ເຊັ່ນ ເວລານອນຫຼັບມີອາການກະດູກຂໍ້ມືຫຼາຍເກີນ 32.7 ອົງສາ ຫຼືກະດູກຂໍ້ມືລົງຫຼາຍເກີນ 48.6 ອົງສາ ເປັນເວລາດົນເກີນ 2 ຊົ່ວໂມງ ເຮັດໃຫ້ເສັ້ນປະສາດມີດຽນຖືກກົດທັບຫຼາຍຂຶ້ນ.

ການນອນສະແຄງມີຜົນກັບການເກີດໂຣກພັງຜືດກົດທັບເສັ້ນປະສາດ ມີດຽນ ໃນເບື້ອງນັ້ນໆໄດ້: ເພາະການນອນສະແຄງຈະເຮັດໃຫ້ຂໍ້ມືງໍ ຫຼືອຽງຫຼາຍກວ່າປົກກະຕິ ແລ້ວຈະໄປເພີ່ມຄວາມດັນໃນຊ່ອງຂໍ້ມືທີ່ເສັ້ນປະສາດຫຼາຍຂຶ້ນ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ເປີດແອ ນອນຫຼັບໃນລົດ “ສ່ຽງເສຍຊີວິດ”

ຖ້າໃຜຮູ້ໂຕວ່າ ໂຕເອງຕ້ອງຂັບລົດໄກໆ ສິ່ງທຳອິດທີ່ຄວນຄຳນຶງ ກໍຄື ການພັກຜ່ອນໃຫ້ພຽງພໍ ເພື່ອໃຫ້ໄດ້ມີສະຕິທີ່ດີ, ບໍ່ຫຼັບໃນ. ຖ້າພັກຜ່ອນມາບໍ່ພຽງພໍ ຮ່າງກາຍຈະອ່ອນເພຍ ຮູ້ສຶກເຫງົານອນຈົນຕ້ອງຢຸດນອນພັກຜ່ອນແຄມທາງ ຊຶ່ງມັນເປັນສິ່ງທີ່ອັນຕະລາຍທີ່ສຸດຂອງການນອນໃນລົດ, ແຕ່ດ້ວຍຄວາມຮັກສະບາຍ ຄົນສ່ວນຫຼາຍຈຶ່ງເລືອກທີ່ຈະເປີດແອລົດປະໄວ້ຂະນະນອນຫຼັບນັ້ນ ຖືເປັນສິ່ງອັນຕະລາຍຕໍ່ຊີວິດ.

ປະໂຫຍດຈາກ “ຜັກຂະ” ຜັກພື້ນບ້ານຂອງລາວ

ຜັກຂະ ຫຼື ຜັກເນົ່າ ເປັນຜັກພື້ນບ້ານຂອງລາວ ປະຊາຊົນຊາວລາວນິຍົມປູກໄວ້ຕາມແຄມຮົ້ວເຮືອນຂອງຕົນເອງ ໂດຍຄຸນລັກສະນະເດັ່ນຂອງ "ຜັກຂະ" ກໍຄື ເປັນພືດຕະກູນຖົ່ວທີ່ມີໜາມແຫຼມຄົມຕາມກິ່ງກ້ານ, ມີກິ່ນຮຸນແຮງ ບາງທ້ອງຖິ່ນເອີ້ນ ຜັກຂະຕາມກິ່ນວ່າ “ຜັກເນົ່າ”.

ບັນຍາກາດໃນລະດູຮ້ອນກຳລັງຄືກຄື້ນເມື່ອ Vietjet ເລີ່ມຕົ້ນລະດູການແຫ່ງການສະເຫຼີມສະຫຼອງ

(ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2024) - ກຽມຕົວໃຫ້ພ້ອມກັບການພະຈົນໄພໃນລະດູຮ້ອນທີ່ໜ້າຕື່ນເຕັ້ນໄປກັບ Vietjet! ກັບໂປຣໂມຊັນສຸດພິເສດຫຼາກຫຼາຍ, ບໍ່ວ່າຈະເປັນປີ້ຫຼຸດລາຄາ ໄປຈົນເຖິງການແຈກຂອງລາງວັນພິເສດໃນທຸກໆມື້. ບິນເຖິງຈຸດໝາຍປາຍທາງທີ່ທ່ານຕອ້ງການ ດ້ວຍລາຄາປະຢັດ ແລະ ຍັງມີໂອກາດລຸ້ນໂຊກໃຫຍ່ກັບ Vietjet ນໍາອີກ.