ພໍ່ແມ່ ຫຼາຍໆຄົນ ຕ່າງກໍມີວິທີໃນການລ້ຽງລູກຂອງໃຜລາວ ແຕ່ເດັກຈະມີຄວາມສະຫຼາດທາງອາລົມທີ່ດີໄດ້ ກໍຂຶ້ນຢູ່ກັບປັດໄຈການລ້ຽງ ຊຶ່ງມັນກໍມີສ່ວນປະກອບດ້ວຍຫຼາຍປັດໄຈ ດັ່ງນີ້:

- ໃຫ້ລູກໄດ້ຮັບນົມແມ່ຄົບຢ່າງໜ້ອຍ 6 ເດືອນ: ເດັກເກີດໃໝ່ ຄວນໄດ້ກິນນົມແມ່ຄົບຖ້ວນຢ່າງໜ້ອຍ 6 ເດືອນ ຫຼັງຈາກນັ້ນລ້ຽງລູກດ້ວຍນົມແມ່ຄວບຄູ່ກັບອາຫານຕາມໄວຕໍ່ອີກ 6 ເດືອນ ແລະສາມາດລ້ຽງດ້ວຍນົມແມ່ຕໍ່ໄປເຖິງ 2 ປີ ຫຼືຫຼາຍກວ່ານັ້ນໄດ້ ເພາະນົມແມ່ສົ່ງເສີມການພັດທະນາດ້ານສະໝອງ ຊຶ່ງສົ່ງຜົນຕໍ່ການພັດທະນາການດ້ານອາລົມ, ຈິດໃຈ ແລະບັນຫາສຸຂະພາບຈິດຂອງເດັກໃນໄລຍະຍາວອີກດ້ວຍ.
2. ໃຫ້ລູກໄດ້ຮັບສຳຜັດທັງ 5:
- ສຳຜັດທາງກາຍ: ການອູ້ມ ແລະກອດ.
- ສຳຜັດທາງສຽງ: ການເວົ້າຈາກັບເດັກ, ຮ້ອງເພງ ຫຼື ເປີດເພງເບົາໆ.
- ສຳຜັດທາງຣົດ: ຣົດຊາດຂອງນຳ້ນົມແມ່.
- ສຳຜັດທາງກິ່ນ: ເດັກທີ່ໄດ້ຮັບນົມແມ່ຈະຄຸ້ນເຄີຍກັບກິ່ນນຳ້ນົມ ແລະກິ່ນກາຍຂອງແມ່.
- ສຳຜັດທາງສາຍຕາ: ອູ້ມເດັກໄວ້ໃກ້ໆບໍລິເວນໃບໜ້າ, ເວົ້າຈາ ແລະຈ້ອງເບິ່ງເດັກ, ຫຍັບເໜັງໃບໜ້າໄປ-ມາໃຫ້ເດັກເບິ່ງຕາມ ຫຼືໃຫ້ເດັກຈ້ອງເບິ່ງເຄື່ອງຫຼິ້ນສີສົດໃສ.

3. ອ່ານໜັງສືໃຫ້ລູກຟັງ: ການອ່ານໜັງສືໃຫ້ລູກຟັງ ແລະໃຫ້ເຂົາໄດ້ເບິ່ງຮູບພາບໃນໜັງສືຕັ້ງແຕ່ຍັງເປັນເດັກນ້ອຍໆ ຈະເຮັດໃຫ້ເດັກຮຽນຮູ້ຄວາມຮູ້ສຶກຜ່ອນຄາຍ, ເພີດເພີນ ລວມທັງຍັງເປັນການປູກຝັງນິດໄສໃຫ້ຮັກການອ່ານ ເດັກຈະມັກຟັງນິທານເລື່ອງເກົ່າຊຳ້ໆຫຼາຍຄັ້ງຈົນຈື່ໄດ້ ແລະສາມາດເລົ່າໃຫ້ຄົນອື່ນຟັງໄດ້ອີກ.
4. ດົນຕີສ້າງຄວາມສະຫງົບ: ເມື່ອເດັກຟັງເພງທີ່ມີທຳນອງ ແລະຈັງຫວະຊ້າໆ ເບົາໆ ຈະຮູ້ສຶກສະຫງົບ, ມີສະມາທິ ແລະຈິດໃຈຜ່ອນຄາຍ. ສ່ວນເພງທີ່ມີທຳນອງ ແລະຈັງຫວະໄວກໍຈະມີຜົນເຮັດໃຫ້ເດັກຮູ້ສຶກສົດຊື່ນແຈ່ມໃສ ແລະມີຈິດໃຈລ່າເລີງເບີກບານ.
5. ໃຫ້ລູກເປັນຝ່າຍເລືອກ: ຢ່າພະຍາຍາມຍັດສິ່ງທີ່ເດັກບໍ່ຕ້ອງການ ຫຼືບໍ່ມັກ, ຄວນໃຫ້ເຂົາລອງເລືອກສິ່ງທີ່ເຂົາຕ້ອງການ ຫຼືຢາກເຮັດ ແລ້ວພໍ່ແມ່ຄອຍຊ່ວຍພັດທະນາຈຸດດ້ອຍຂອງລູກໃຫ້ດີຂຶ້ນ ຊຶ່ງອາດໃຫ້ເຂົາລອງເລືອກສິ່ງງ່າຍໆ ເຊັ່ນ ເຄື່ອງນຸ່ງ ຫຼືອາຫານທີ່ເຂົາຕ້ອງການ.
6. ໃຫ້ລູກໄດ້ຫຼິ້ນ: ການຫຼິ້ນຈະເຮັດໃຫ້ເດັກຮູ້ຈັກການຍອມຮັບກົດລະບຽບ ແລະປະຕິບັດຕາມ ພ້ອມທັງເຫັນຄຸນຄ່າຂອງການເຄົາລົບກົດກະຕິກາການຫຼິ້ນ, ເກີດທັກສະການຮຽນຮູ້ຢູ່ຮ່ວມກັນກັບຜູ້ອື່ນ, ຮູ້ຈັກຄວບຄຸມອາລົມ, ການແບ່ງປັນ ແລະການແກ້ບັນຫາ ນອກເໜືອຈາກການຊ່ວຍພັດທະນາດ້ານສະຕິປັນຍາ ແລະຮ່າງກາຍ.
7. ໃຫ້ລູກໄດ້ປະເຊີນບັນຫາ: ເດັກຄວນມີໂອກາດໄດ້ຮຽນຮູ້ວິທີການຈັດການກັບບັນຫາດ້ວຍໂຕເອງ ຊຶ່ງຜູ້ໃຫຍ່ຄອຍເຝົ້າ ແລະໃຫ້ຄຳແນະນຳຢູ່ຫ່າງໆ ເພື່ອຝຶກທັກສະການແກ້ບັນຫາ, ຝຶກຄວາມອົດທົນ ແລະຮັບມືກັບອາລົມຂອງຄວາມຜິດຫວັງເມື່ອສິ່ງຕ່າງໆບໍ່ເປັນໄປຕາມທີ່ຄາດຫວັງ.