Wednesday, July 9, 2025
Kbank Laos โอน รับ จ่าย

ຫໍວາງສະແດງບັນດາເຜົ່າ! ສູນລວມປະຫວັດ 50 ຊົນເຜົ່າ ແຫ່ງທຳອິດໃນລາວ

ສວນພຶກສາ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທາງວັດທະນະທຳຂອງ ນະຄອນຫຼວງ ວຽງຈັນ ທີ່ໄດ້ຮວບຮວມເອົາພູມປັນຍາ, ຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ໃນຂອບເຂດທົ່ວປະເທດ ມາລວມໄວ້ຢູ່ບ່ອນດຽວ.

ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ແລະ ຮັກສາວັດທະນະທຳ ຮີດຄອງປະເພນີຂອງບັນດາເຜົ່າ, ທັງເປັນສະຖານທີ່ສຶກສາຮຽນຮູ້ກ່ຽວກັບວັດທະນະທໍາບັນດາເຜົ່າ ໃຫ້ແກ່ບັນດາຊາວໜຸ່ມ, ເຍົາວະຊົນ, ນັກຮຽນນັກສຶກສາ ລວມທັງນັກທ່ອງທ່ຽວພ າຍໃນ ແລະ ຕ່າງປະເທດ ທີ່ມີຄວາມສົນໃຈກ່ຽວກັບວັດທະນະທຳ ປະເພນີບັນດາເຜົ່າຕ່າງໆ. ເພິ່ນຈຶ່ງໄດ້ສ້າງຫ້ອງວາງສະແດງ 50 ຊົນເຜົ່າແຫ່ງນີ້ ຂຶ້ນມາ.

ສະຖານທີ່ດັ່ງກ່າວ ແມ່ນເປັນບ່ອນຮວບຮວມປະຫວັດຄວາມເປັນມາຂອງ 50 ຊົນເຜົ່າແຫ່ງທຳອິດໃນລາວ ເຊິ່ງການວາງສະແດງໄດ້ຈັດເປັນ 5 ສ່ວນຄື: ບ່ອນຕ້ອນຮັບແຂກທາງດ້ານໜ້າທາງເຂົ້າ, ເປັນຫ້ອງສາຍຮູບເງົາ ທີ່ມີປະຫວັດຄວາມເປັນມາໂດຍຫຍໍ້ຂອງບັນດາເຜົ່າ, ຫ້ອງວາງສະແດງຮູບພາບແຕ້ມ ແລະ ຄວາມເປັນມາຂອງ 50 ຊົນເຜົ່າ; ນອກຈາກນີ້, ຍັງມີການວາງສະແດງພິທີກຳຕ່າງໆ ຂອງບັນດາເຜົ່າໃນ 4 ກຸ່ມພາສາ, ວາງສະແດງເຄື່ອງນຸ່ງຂອງຖືທີ່ເປັນເອກະລັກຂອງ 50 ຊົນເຜົ່າອີກດ້ວຍ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.