ສູນສະຖິຕິຄາດ! ລາຄາສິນຄ້າລາຄາສິນຄ້າຍັງມີແນວໂນ້ມສູງຂຶ້ນ.

ສູນສະຖິຕິແຫ່ງຊາດ ໄດ້ຄາດການໄວ້ວ່າ ໃນຕໍ່ໜ້າສະພາບລາຄາສິນຄ້າ ຍັງມີຄວາມທ້າທາຍທີ່ຈະເພີ່ມຂຶ້ນ ເນື່ອງຈາກຫຼາຍປັດໄຈ ທັງຄວາມສາມາດໃນການແຊກແຊງອັດຕາແລກປ່ຽນ, ການຜະລິດພາຍໃນ ທີ່ຍັງບໍ່ເຂັ້ມແຂງ ແລະ ປັດໄຈພາຍນອກອື່ນໆ.

ນອກຈາກນີ້, ການຊຸກຍູ້ສົ່ງເສີມການຜະລິດ ພາຍໃນຍັງຕ້ອງໃຊ້ເວລາ, ມາດຕະການໃນການຄຸ້ມຄອງລາຄາສິນຄ້າຍັງມີຄວາມບອບບາງ ບວກກັບເງື່ອນໄຂພາຍນອກເປັນຕົ້ນແມ່ນ ຄວາມຂັດແຍ່ງຢູ່ໃນພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ຕ່ອງໂສ້ການຜະລິດ-ການສະໜອງສິນຄ້າ ແລະ ບໍລິການອື່ນໆທີ່ຈະມີຜົນກະທົບຕໍ່ລາຄາສິນຄ້ານໍາເຂົ້າ ຂອງ ສປປ ລາວ.

ສ່ວນອັດຕາເງິນເຟີ້ຂອງ ສປປ ລາວ ເດືອນເມສາ 2024 ຢູ່ໃນລະດັບ 24,9% ເຫັນວ່າຍັງຢູ່ໃນລະດັບທີ່ບໍ່ແຕກຕ່າງກັນຫຼາຍກັບເດືອນຜ່ານມາ (ເດືອນມີນາ 2024 ຢູ່ໃນລະດັບ 25%).

ເມື່ອທຽບລາຄາສິນຄ້າເດືອນ ເມສາ ໃສ່ກັບ ເດືອນ ມິນາ ປີ 2024 ເຫັນວ່າ ລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນສູງ ກວ່າ ເດືອນຜ່ານມາ ຢູ່ໃນລະດັບ 1,6% (ເດືອນມີນາ 1,3%) ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 3,2% ພົ້ນເດັ່ນ ແມ່ນລາຄາໄມ້ແປຮູບ (ເພີ່ມຂຶ້ນ 13,3%), ຫີນ, ຊາຍ (3,3%), ພະລັງງານອາຍແກສ ແລະ ເຊື້ອເພີງ (4,4%), ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,4% ພົ້ນເດັ່ນແມ່ນ ລາຄາຢາປາຣາ (6,5%), ຢາແກ້ໄຂ້ ແລະ ແກ້ໄອ ເດັກນ້ອຍ (2,6%), ຄ່າຫ້ອງນອນຄົນເຈັບ (2,9%), ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,2% ພົ້ນເດັ່ນແມ່ນ ລາຄາເບຍ ເພີ່ມຂຶ້ນ 3,2%.

ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນເມສາ 2024 ຕົ້ນຕໍແມ່ນມາຈາກ ຄວາມຕ້ອງກ ານໃນໄລຍະເທດສະການປີໃໝ່ລາວທີ່ມີຄວາມຕ້ອງການຫຼາຍຂຶ້ນ ສົ່ງຜົນເຮັດໃຫ້ສິນຄ້າບາງປະເພດມີລາຄາເພີ່ມຂຶ້ນ. ພ້ອມກັນນັ້ນ, ການສືບຕໍ່ອ່ອນຄ່າຂອງອັດຕາແລກປ່ຽນ ໃນນັ້ນເງິນກີບ ທຽບກັບໂດລາອ່ອນຄ່າ -1,9%, ທຽບກັບ ບາດ ອ່ອນຄ່າ -0,6%; ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ທີ່ເປັນປັດໄຈໜຶ່ງຂອງຕົ້ນທຶນການຜະລິດ ແລະ ການ ບໍລິການ ໃນນັ້ນ ນໍ້າມັນແອັດຊັງທຳມະດາເພີ່ມຂຶ້ນ 5,9%, ນໍ້າມັນກາຊວນເພີ່ມຂຶ້ນ 0,6%.

ທີ່ມາ: ໜັງສືພິມວຽງຈັນທາຍ

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...